ກາດນັກເຕະທີ່ແພງທີ່ສຸດໃນໂລກ ມີມູນຄ່າເຖິງ 15 ຕື້ກີບ!


ດັ່ງທີ່ທຸກຄົນຮູ້ກັນວ່າ Pele ເປັນຕຳນານນັກເຕະຄົນໜຶ່ງທີ່ມີອິດທິພົນຕໍ່ປະຫວັດສາດວົງການບານເຕະຢ່າງສູງ ແລະ ທຸກສິ່ງທຸກຢ່າງທີ່ກ່ຽວຂ້ອງກັບຕົວລາວ ມັກຈະມີລາຄາທີ່ສູງແບບທີ່ຄາດບໍ່ເຖິງ.

ຫຼ້າສຸດລາວໄດ້ສະແດງໃຫ້ເຫັນເຖິງຄວາມເປັນຕຳນານຂອງລາວອີກເທື່ອໜຶ່ງ ໂດຍທີ່ກາດຂອງລາວຖືກປະມູນໄປ ດ້ວຍລາຄາທີ່ເປັນສະຖິຕິໂລກ. ກາດທີ່ຖືກປະມູນໄປແມ່ນ Rookie Card ຫຼືວ່າ ກາດຮຸ່ນທຳອິດຂອງນັກເຕະ ທີ່ມີຊື່ວ່າ 1958 Alifabolaget #635 Pele Rookie Card ເຊິ່ງປະມູນກັນຜ່ານທາງ Rally Rd ແພລັດຟອມຊື້ຂາຍ ແລກປ່ຽນເຄື່ອງສະສົມ ເບີຕົ້ນໆຂອງໂລກ. ກາດໃບນີ້ຖືກປະມູນໄປໃນລາຄາ 1.33 ລ້ານ ໂດລາ ຫຼື ປະມານ 15 ຕື້ກີບ ເຊິ່ງຖືວ່າເປັນກາດນັກເຕະທີ່ມີມູນຄ່າສູງທີ່ສຸດໃນໂລກ ໃນຕອນນີ້.

ສຳລັບກາດຂອງ Pele ໃບນີ້ ຖືກຜະລິດຂຶ້ນໃນໄລຍະທີ່ມີການແຂ່ງຂັນບານໂລກ 1958 ແລະ ຍັງເຫຼືອພຽງ 6 ໃບໃນໂລກເທົ່ານັ້ນທີ່ຍັງມີສະພາບດີຢູ່ ຕາມການປະເມີນຂອງບໍລິສັດ Professional Sports Authenticator (PSA) ທີ່ເປັນບໍລິສັດໃຫ້ຄະແນນ ແລະ ປະເມີນສະພາບກາດນັກເຕະພວກນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/