ຜົນວິໄຈຊີ້ ຍິ່ງນອນຫຼາຍ ຍິ່ງລົດນ້ຳໜັກໄດ້ຫຼາຍ


ທີມວິໄຈຈາກມະຫາວິທະຍາໄລແຫ່ງຊິຄາໂກ, ສະຫະລັດອາເມຣິກາໄດ້ກ່າວວ່າ ການນອນຫຼາຍຂຶ້ນ ອາດຊ່ວຍໃຫ້ນ້ຳໜັກລົດລົງ. ການວິໄຈນີ້ມີເພື່ອສຶກສາໃຫ້ລະອຽດວ່າການນອນນັ້ນມີຄວາມກ່ຽວຂ້ອງຫຍັງກັບການຕຸ້ຍ ໂດຍຜ່ານອາສາສະໝັກທີ່ເປັນກຸ່ມຜູ້ໃຫຍ່ຈຳນວນ 80 ຄົນ ເປັນເວລາກວ່າ 6 ປີ ຕັ້ງແຕ່ປີ 2014 – 2020.

ພວກເຂົາພົບວ່າກຸ່ມຜູ້ໃຫຍ່ທີ່ໃຊ້ເວລານອນໜ້ອຍກວ່າ 6.5 ຊົ່ວໂມງຕໍ່ຄືນ ຈະສາມາດເພີ່ມເວລາການນອນໄປອີກ 1.2 ຊົ່ວໂມງໄດ້ ໂດຍການພັດທະນາພຶດຕິກຳການນອນຂອງພວກເຂົາ. ຜົນທີ່ໄດ້ຮັບແມ່ນການນອນຫຼາຍໄດ້ຊ່ວຍໃຫ້ອາສາສະໝັກປັບສະພາບຮ່າງກາຍແລະຕັດແຄລໍຣີອອກ 270, ເມື່ອສືບຕໍ່ໄປຢ່າງຕ່ຳ 3 ປີ ກໍສາມາດນຳໄປສູ່ການລົດນ້ຳໜັກໄດ້ເຖິງ 261 ປອນ. ດຣ. Esra Tasali ໄດ້ອອກມາກ່າວໄວ້ວ່າພວກເຂົາບໍ່ໄດ້ຕັ້ງໃຈຊອກຫາວິທີການລົດນ້ຳໜັກຜ່ານການວິໄຈນີ້, ພຽງແຕ່ກ່າວວ່າຖ້າຫາກຮັກສາພຶດຕິກຳການນອນນີ້ໄດ້ເປັນເວລາດົນນານ ກໍຈະຊ່ວຍໃຫ້ລົດນ້ຳໜັກໄດ້ເມື່ອເວລາຜ່ານໄປ.

ນອກຈາກນີ້ ໃນລະຫວ່າງການສຶກສາ ທາງທີມບໍ່ໄດ້ມີກຳນົດອາຫານການກິນຂອງອາສາສະໝັກ ຫຼື ການອອກກຳລັງກາຍຫຍັງເລີຍ, ໃນທາງກົງກັນຂ້າມ ພວກເຂົາສາມາດນຳໃຊ້ຊີວິດປົກກະຕິ ໂດຍຈະໃຫ້ທີມນັກວິໄຈຕິດຕາມການນອນຜ່ານການໃສ່ອຸປະກອນ. ເຖິງຢ່າງໃດກໍຕາມ ການວິໄຈນີ້ຍັງນັບວ່າເປັນການຄົ້ນຄວ້າທີ່ບໍ່ໄດ້ຄອບຄຸມທັງໝົດ ເຊິ່ງມັນບໍ່ສາມາດນຳມາຢືນຢັນໄດ້ວ່າການນອນພຽງຢ່າງດຽວຈະເປັນການລົດນ້ຳໜັກໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/