ອະນິເມະທີ່ໄດ້ຮັບຮາງວັນ ໃນງານ Crunchyroll Anime Awards 2022


ບໍ່ແປກໃຈເລີຍທີ່ອະນິເມະທີ່ເປັນກະແສໃນໄລຍະນີ້ ຈະໄດ້ຮັບຮາງວັນລະດັບໂລກ ເຊິ່ງໄດ້ມາຈາກການໂຫວດຂອງແຟນອະນິເມະທົ່ວໂລກ ທັງໃນຝຣັ່ງ, ບຣາຊິວ, ອາເມຣິກາ, ອັງກິດ, ເມັກຊິໂກ, ອິນເດຍ… ທີ່ໂຫວດໃຫ້ເກືອບ 17 ລ້ານໂຫວດ, ເຊິ່ງໄດ້ປະກາດຮາງວັນໃນງານ Crunchyroll Anime Awards 2022 ຂອງອາເມຣິກາ ທີ່ເປັນບໍລິການ streaming ລະດັບໂລກ ແລະ ຈັດເປັນປີທີ 6 ແລ້ວ.

ໃນປີນີ້ເວົ້າໄດ້ວ່າມີການແຂ່ງຂັນທີ່ດຸເດືອດຫຼາຍ ແລະ ເລື່ອງທີ່ໄດ້ຮັບຮາງວັນ ກໍເປັນໄປຕາມການຄາດເດົາຈາກກະແສທີ່ມາແຮງ ເລີ່ມຈາກ ‘Jujutsu Kaisen’ ຕັ້ງແຕ່ຊີຊັ່ນທໍາອິດ ເດືອນຕຸລາ 2020 ຮອດມີນາ 2021 ໄດ້ຮັບຮາງວັນເຖິງ 6 ປະເພດຄື: Best Girl for Nobara Kugisaki, Best Fight Scene, Best Character Design, Best Action ແລະ 2 ສາຂາການສະແດງດີເດັ່ນ.

ເລື່ອງທີ່ບໍ່ເວົ້າເຖິງບໍ່ໄດ້ ແລະ ເປັນກະແສມາແຮງໃນຕອນນີ້ ກໍຄື ‘Attack on Titan’ ອະນິເມະທີ່ດໍາເນີນເລື່ອງມາຢ່າງຍາວນານ ກໍຄວ້າໄປເຖິງ 4 ຮາງວັນ ໂດຍສະເພາະຊີຊັ່ນສຸດທ້າຍນີ້ ໄດ້ເປັນ Anime of the Year, ມີຮາງວັນຕົວຮ້າຍດີເດັ່ນແຫ່ງປີ (Eren Jager) , ເພງເປີດເລື່ອງດີເດັ່ນແຫ່ງປີ (My War) ແລະ ນັກພາກສຽງດີເດັ່ນ Yuki Kaji  ທີ່ພາກສຽງ Eren Jager.

ອີກເລື່ອງໜຶ່ງທີດັງບໍ່ໜ້ອຍກວ່າໃຜ ເຫັນເດັກນ້ອຍລູກຫຼານນຸ່ງເສື້ອຄຸມ, ເສື້ອລາຍຕົວລະຄອນທີ່ມັກເຕັມເມືອງ ນັ້ນກໍແມ່ນເລື່ອງ Demon Slayer ຫຼື Kimetsu no Yaiba ທີ່ຊີຊັ່ນທໍາອິດ ເລີ່ມສາຍມາຕັ້ງແຕ່ 2 ປີກ່ອນ ແລະມາດັງຕອນເປັນ The Movie ຕື່ມອີກ. ໃນຕອນ Mugen Train ກໍຄວ້າຮາງວັນທັງໝົດ 8 ຮາງວັນ ທັງການສະແດງສຽງພາກໃນພາກພື້ນຕ່າງໆ, ທັງອະນິເມະດີເດັ່ນ, ຄະແນນຫຼາຍທີ່ສຸດອີກ.

ນອກຈາກນັ້ນກໍຍັງມີຫຼາຍໆເລື່ອງ ເຊິ່ງລາຍລະອຽດມີດັ່ງລຸ່ມນີ້:

  • Anime of the Year – Attack on Titan Final Season Part 1
  • Best Boy – Bojji – Ranking of Kings
  • Best Girl – Nobara Kugisaki – JUJUTSU KAISEN (cour 2)
  • Best Protagonist – Odokawa – ODDTAXI
  • Best Antagonist – Eren Jaeger – Attack on Titan Final Season Part 1
  • Best Fight Scene – Yuji Itadori & Aoi Todo VS Hanami – JUJUTSU KAISEN (cour 2)
  • Best Director – Baku Kinoshita – ODDTAXI
  • Best Animation – Demon Slayer: Kimetsu no Yaiba Mugen Train Arc
  • Best Character Design – Tadashi Hiramatsu – JUJUTSU KAISEN (cour 2)
  • Best Score – Yuki Kajiura and Go Shiina – Demon Slayer: Kimetsu no Yaiba Mugen Train Arc
  • Best Opening Sequence (OP) – Boku no sensou by Shinsei Kamattechan – Attack on Titan Final Season Part 1. Storyboard and Direction: Yuichiro Hayashi
  • Best Ending Sequence (ED) – Demon Slayer: Kimetsu no Yaiba Mugen Train Arc
  • Best Action – JUJUTSU KAISEN (cour 2)
  • Best Comedy – Komi Can’t Communicate
  • Best Drama – To Your Eternity
  • Best Fantasy – That Time I Got Reincarnated as a Slime Season 2
  • Best Romance – Horimiya
  • Best Film – Demon Slayer -Kimetsu no Yaiba- The Movie: Mugen Train
  • Best VA Performance (Japanese) – Yuki Kaji – Eren Jaeger – Attack on Titan Final Season Part 1
  • Best VA Performance (English) – David Wald – Ainosuke Shindo/“ADAM” – SK8 The Infinity
  • Best VA Performance – (German) – René Dawn-Claude – Satoru Gojo – JUJUTSU KAISEN (cour 2)
  • Best VA Performance – (French) – Enzo Ratsito – Tanjiro Kamado – Demon Slayer: Kimetsu no Yaiba Mugen Train Arc
  • Best VA Performance – (Portuguese) – Léo Rabelo – Satoru Gojo – JUJUTSU KAISEN (cour 2)
  • Best VA Performance – (Castilian) – Marcel Navarro – Tanjiro Kamado – Demon Slayer -Kimetsu no Yaiba- The Movie: Mugen Train
  • Best VA Performance – (Spanish) – Irwin Daayán – Rengoku – Demon Slayer: Kimetsu no Yaiba
  • Best VA Performance – (Russian) – Islam Gandzhaev (Ислам Ганджаев) – Tanjiro Kamado – Demon Slayer -Kimetsu no Yaiba- The Movie: Mugen Train

ກໍຂໍສະແດງຄວາມຍິນດີກັບເລື່ອງຕ່າງໆທີ່ໄດ້ຮັບຮາງວັນເຫຼົ່ານັ້ນ, ພໍມີເລື່ອງທີ່ຜູ້ອ່ານມັກຢູ່ຫຼືບໍ່? ທັງໝົດນັ້ນ ແມ່ນເໝາະສົມແລ້ວກັບຄວາມພະຍາຍາມທັງແຮງກາຍ, ທັງຄວາມຄິດ ແລະ ກໍາລັງໃຈ ການສະໜັບສະໜູນຈາກແຟນໆຜູ້ທີ່ຕິດຕາມ ແລະ ລໍຄອຍເລື່ອງທີ່ຕົນເອງມັກຮັກມາຕະຫຼອດ. ເພາະເບິ່ງຈາກການສໍາພາດຂອງຜູ້ສ້າງບາງເລື່ອງທີ່ບໍ່ດົນຜ່ານມານີ້ ແມ່ນຈົນຂອບຕາດໍາ, ຕາໂປ ບໍ່ໄດ້ພັກຜ່ອນເລີຍ ເພື່ອຈະສ້າງຜົນງານສູ່ຜູ້ຊົມໄດ້ທັນການວ່ອງໄວທີ່ສຸດ. ດັ່ງນັ້ນຈະເປັນການດີທີ່ສຸດ ຖ້າພວກເຮົາຊ່ວຍກັນສະໜັບສະໜູນ ດ້ວຍການຮັບຊົມແບບຖືກຕ້ອງຕາມກົດໝາຍ ທັງແບບໃນຈໍ ຫຼືໃນໂຮງສາຍ ບໍ່ເບິ່ງຕາມເວັບເຖື່ອນຕ່າງໆ ເຊິ່ງການສະໜັບສະໜູນເຫຼົ່ານັ້ນ ຈະເຮັດໃຫ້ຜູ້ຜະລິດມີກໍາລັງໃຈສ້າງສັນຜົນງານດີໆອອກສູ່ແຟນໆໄດ້ຍາວໆຕະຫຼອດໄປ.

ທີ່ມາ: https://bit.ly/3rO5jXi

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/