Thomas Muller ຖືກກ່າວຫາວ່າ ທໍລະມານສັດ ຈາກການຂາຍນຳ້ອະສຸຈິມ້າແຊ່ແຂງ


Thomas muller ນັກເຕະຊື່ດັງ ຈາກ Bayern Munich ແລະ ພັນລະຍາຂອງລາວຖືກອົງກອນຄຸ້ມຄອງສັດ PETA ອອກມາຕັ້ງຂໍ້ຫາທໍລະມານສັດ ໂດຍການຂາຍນຳ້ອະສຸຈິມ້າແຊ່ແຂງ.

ໂດຍທີ່ Lisa ເມຍຂອງລາວ ທີ່ເປັນນັກກິລາຂີ່ມ້າ ແລະ ເປັນເຈົ້າຂອງຟາມມ້າ ໄດ້ເປີດເຜີຍລົງ Instagram ສ່ວນຕົວ ກ່ຽວກັບອາການບາດເຈັບຂອງມ້າທີ່ຊື່ D’Avie ເຊິ່ງມີເນື້ອໃນວ່າ: “ໜ້າເສຍດາຍ ທີ່ພວກເຮົາໄດ້ຮັບຂ່າວຮ້າຍວ່າ D’Avie ຈະບໍ່ສາມາດໃຊ້ໄດ້ໃນເດືອນໜ້າ ເພາະມັນໂຊກຮ້າຍ ມື່ນລົ້ມໃນລະຫວ່າງການທົດສອບ ເພື່ອກຽມຕົວສຳລັບລະດູປະສົມພັນ ມັນໄດ້ລົ້ມລົງຢ່າງແຮງເຮັດໃຫ້ໄດ້ຮັບອາການບາດເຈັບ ທີ່ບໍລິເວນຕີນ ແລະ ຈະຕ້ອງພັກໃຫ້ເຕັມທີ່ອີກປະມານ 2 ເດືອນ”

ຈາກຂໍ້ຄວາມນັ້ນ ເຮັດໃຫ້ອົງກອນຄຸ້ມຄອງສັດ ຫຼື PETA ອອກມາຕໍ່ຕ້ານການກະທຳຂອງ Muller ແລະ ພັນລະຍາ ແລະ ກ່າວຫາພວກເຂົາວ່າມີສ່ວນຮ່ວມໃນການກະທຳທີ່ຜິດທຳມະຊາດຕໍ່ມ້າ. Jana Hoger ໂຄສົກອົງກອນ PETA ໄດ້ອອກມາຖະແຫຼງວ່າ: “ມັນເປັນເລື່ອງທີ່ໜ້າເສົ້າຫຼາຍ ທີ່ຄົນຮັກມ້າເຮັດສິ່ງທີ່ແປກປະຫຼາດແບບນີ້ ໂດຍການບັງຄັບໃຫ້ມ້າທີ່ຢູ່ໃນຄວາມດູແລຂອງຕົນເອງ ມີເພດສຳພັນທີ່ຜິດທຳມະຊາດ, ອາການບາດເຈັບຂອງມ້າທີ່ເກີດຈາກການດູແລ ຂອງ Muller ແລະ ພັນລະຍານັ້ນ ສາມາດປ້ອງກັນບໍ່ໃຫ້ເກີດຂຶ້ນໄດ້.

ຢ່າງໃດກໍຕາມ ເຖິງແມ່ນວ່າ ຈະມີຖະແຫຼງການອອກມາຈາກ PETA ແຕ່ຮອດຕອນນີ້ກໍບໍ່ມີຫຼັກຖານໃດໆສາມາດ ເອົາຜິດກັບ Muller ແລະ ພັນລະຍາໄດ້. The Mirror ຍັງໄດ້ລາຍງານອີກວ່າ ສູນໜ້າທີມຊາດ Germany ແລະ ພັນລະຍາຂອງລາວ ຍັງໄດ້ມີການລັກຂາຍນຳ້ເຊື້ອມ້າແຊ່ແຂງແບບລັບໆອີກນຳ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/