WHO ເປີດເຜີຍ ພົບຜູ້ເສຍຊີວິດຈາກໄຂ້ຫວັດນົກສາຍພັນ H3N8 ລາຍທຳອິດຂອງໂລກ ຢູ່ໃນປະເທດຈີນ


ອົງການອະນາໄມໂລກ WHO ໄດ້ເປີດເຜີຍວ່າມີແມ່ຍິງຊາວຈີນລາຍໜຶ່ງເສຍຊີວິດຈາກໄຂ້ຫວັດນົກ H3N8 ເຊິ່ງຖືເປັນມະນຸດຄົນທໍາອິດຂອງໂລກທີ່ເສຍຊີວິດຈາດໄຂ້ວັດດັ່ງກ່າວ ເພາະປົກກະຕິແລ້ວຈະບໍ່ພົບການຕິດເຊື້ອໃນມະນຸດ. ໂດຍໄຂ້ວັດນົກ ສາຍພັນ H3N8 ມີການແຜ່ລະບາດມາຕັ້ງແຕ່ 2002 ເຊິ່ງພົບຄັ້ງທຳອິດໃນນົກນໍ້າໃນອາເມຣິກາເໜືອ ແລະ ທີ່ຜ່ານມາສິ່ງມີຊີວິດທີ່ຕິດເຊື້ອ ມັກຈະເປັນມ້າ ແລະ ແມວນໍ້າເທົ່ານັ້ນ.

ໂດຍລາຍງານຈາກ WHO ລະບຸວ່າ ແມ່ຍິງອາຍຸ 56 ປີທີ່ເສຍຊີວິດຄົນນີ້ ແມ່ນມາຈາກແຂວງກວາງຕຸ້ງ ເຊິ່ງນອນຢູ່ທາງພາກໃຕ້ຂອງປະເທດຈີນ ເປັນຄົນທີ 3 ທີ່ພົບວ່າຕິດເຊື້ອໄຂ້ຫວັດນົກສາຍພັນ H3N8 ໂດຍນັບຕັ້ງແຕ່ປີ 2022 ທີ່ຜ່ານມາ ທີ່ໄດ້ມີການພົບວ່າໄຂ້ວັດນົກສາຍພັນ H3N8 ສາມາດຕິດເຊື້ອໃນມະນຸດໄດ້ ທຸກກໍລະນີທີ່ມີການຕິດເຊື້ອ ແມ່ນພົບຈາກຢູ່ຈີນທັງໝົດ.

ສູນຄວບຄຸມ ແລະ ປ້ອງກັນໂຣກໃນແຂວງກວາງຕຸ້ງ ລາຍງານວ່າ ທາງການພົບວ່າແມ່ຍິງຄົນດັ່ງກ່າວຕິດເຊື້ອເມື່ອເດືອນມີນາທີ່ຜ່ານມາແຕ່ບໍ່ໄດ້ໃຫ້ລາຍລະອຽດເພີ່ມຕື່ມກ່ຽວກັບການເສຍຊີວິດ. ຂະນະທີ່ ຈາກຂໍ້ມູນຂອງ WHO ເຜີຍວ່າກ່ອນຈະເສຍຊີວິດນາງມີໂຣກປະຈຳຕົວຢູ່ກ່ອນແລ້ວຫຼາຍໂຣກ ແລະ ມີປະຫວັດສຳຜັດກັບສັດປີກທີ່ມີຊີວິດ ຂະນະທີ່ຕົວຢ່າງຈາກຕະຫຼາດສົດແຫ່ງໜຶ່ງທີ່ແມ່ຍິງຜູ້ເສຍຊີວິດເຄີຍໄປໃຊ້ບໍລິການພົບວ່າມີເຊື້ອໄຂ້ວັດນົກໃນພື້ນທີ່ດັ່ງກ່າວອີກພ້ອມ. ສ່ວນຜູ້ທີ່ສຳຜັດໃກ້ຊິດ ແມ່ນຍັງບໍ່ພົບວ່າມີການຕິດເຊື້ອ ແຕ່ຢ່າງໃດ.

ແຕ່ຢ່າງໃດກໍຕາມ ຖະແຫຼງການຈາກ WHO ກໍຍັງລະບຸວ່າ ຕາມຂໍ້ມູນທີ່ມີຢູ່ ມັນຍັງຊີ້ວ່າເຊື້ອພະຍາດດັ່ງກ່າວຈະຍັງບໍ່ສາມາດແຜ່ກະຈາຍຈາກຄົນສູ່ຄົນໄດ້ງ່າຍໆ ສະນັ້ນຄວາມສ່ຽງໃນການຕິດເຊື້ອລະຫວ່າງມະນຸດດ້ວຍກັນເອງໃນລະດັບຊາດ ລະດັບພາກພື້ນ ແລະ ໃນລະດັບໂລກນັ້ນຍັງຕໍ່າຫຼາຍ.

ໂດຍຈີນເປັນພື້ນທີ່ ທີ່ພົບຜູ້ຕິດເຊື້ອໄຂ້ຫວັດນົກໄດ້ຫຼາຍເທື່ອ ເຊິ່ງເກີດຈາກເຊື້ອພະຍາດທີ່ແຜ່ກະຈາຍຢູ່ໃນສັດປີກຂະໜາດໃຫຍ່ ລວມເຖິງກຸ່ມປະຊາກອນນົກປ່າ.

ອີງຕາມຂໍ້ມູນຈາກ WHO ເຫັນວ່າ ໄຂ້ຫວັດນົກ ສາຍພັນ H3N8 ເປັນໂຣກທີ່ພົບໄດ້ຫຼາຍໃນສັດປີກ ເຊິ່ງເຮັດໃຫ້ເກີດສັນຍານຂອງໂຣກໄດ້ພຽງໜ້ອຍດຽວເທົ່ານັ້ນ ແລະ ສາມາດຕິດຕໍ່ໄປຫາສັດລ້ຽງລູກດ້ວຍນົມໂຕອື່ນໆໄດ້ ແຕ່ເກືອບຈະບໍ່ມີການແຜ່ກະຈາຍມາຫາມະນຸດ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/