Moderna ສາມາດຜະລິດວັກຊີນທີ່ສາມາດປິ່ນປົວທຸກໂຣກໂດຍການສັກພຽງເຂັມດຽວ


Moderna ບໍລິສັດການຢາຊັ້ນນໍາທີ່ທຸກຄົນອາດເຄີຍໄດ້ຍິນຊື່ຈາກວັກຊີນປ້ອງກັນໄວຣັດ COVID-19 ໄດ້ອອກມາກ່າວວ່າ ພວກເຂົາສາມາດຜະລິດວັກຊີນທີ່ປິ່ນປົວໂຣກທຸກປະເພດດ້ວຍການສັກພຽງຄັ້ງດຽວ.

“ສາມາດນຳໃຊ້ໄດ້ໃນທົ່ວໂລກ ບໍ່ວ່າຈະເປັນໂຣກມະເຮັງ, ໂຣກຕິດເຊື້ອ, ໂຣກຫົວໃຈ ເເລະ ຫຼອດເລືອດ, ໂຣກພູມເເພ້ຕົນເອງ ຫຼື ໂຣກຕ່າງໆທຸກປະເພດ. ພວກເຮົາໄດ້ສຶກສາໃນທຸກດ້ານ ແລະ ຂໍ້ມູນທັງໝົດສະແດງໃຫ້ເຫັນເຖິງຄວາມຫວັງອັນຍິ່ງໃຫຍ່” Dr Paul Burton ຫົວໜ້າແພດຂອງ Moderna ກ່າວ.

ໂດຍວັກຊີນນີ້ມີເປົ້າໝາຍສຳລັບປິ່ນປົວໂຣກທີ່ຮ້າຍເເຮງທີ່ບໍ່ທັນມີຢາປິ່ນປົວເທົ່ານັ້ນ, ສ່ວນໂຣກໃດທີ່ມີຢາຢູ່ເເລ້ວບໍ່ຈຳເປັນຕ້ອງສັກວັກຊີນ ໂດຍການໃຊ້ mRNA ເພື່ອກະຕຸ້ນໃຫ້ຮ່າງກາຍສ້າງພູມຕ້ານທານເພື່ອຕອບສະໜອງຕໍ່ໂຣກ.

ໃນການທົດລອງວັກຊີນຄັ້ງຫຼ້າສຸດໃນເດືອນມັງກອນທີ່ຜ່ານມາ Moderna ກ່າວວ່າວັກຊີນສາມາດປິ່ນປົວໂຣກໄວລັສທາງເດີນຫາຍໃຈ (RSV) ໄດ້ເຖິງ 83,7% ໃນຜູ້ໃຫຍ່ທີ່ມີອາຍຸ 60 ປີຂຶ້ນໄປ. ພວກ​ເຂົາ​​ເຊື່ອ​ວ່າຈະສາມາດຜະລິດວັກຊີນທີ່ປິ່ນປົວໄດ້ທຸກໂຣກສຳເລັດໃນອີກ 5 ປີ​ຂ້າງ​ໜ້າ​ ຫຼື ຊ້າສຸດກໍບໍ່ເກີນປີ 2030 ນີ້​.

Dr Paul Burton ກ່າວວ່າ “ເຮົາຈະມີວັກຊີນທີ່ມີຄຸນະພາບສູງ ເເລະ ສາມາດຊ່ວຍຊີວິດໄດ້ຫຼາຍລ້ານຄົນ”

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/