ຮູ້ບໍ່ວ່າ The Undertaker ຖືກບັນທຶກວ່າເປັນນັກມວຍປໍ້າທີ່ໃຊ້ເວລາເປີດຕົວຍ່າງຂຶ້ນເວທີດົນທີ່ສຸດ ໃນປະຫວັດສາດ WWE


ສິ່ງໜຶ່ງທີ່ເປັນເອກະລັກ ແລະ ເປັນທີ່ໜ້າດຶງດູດໃຈສຳລັບແຟນໆມວຍປໍ້າ WWE ນັ້ນກໍຄືສາກເປີດຕົວຍ່າງຂຶ້ນເວທີຂອງບັນດານັກມວຍປໍ້າ ຫຼືວ່າ Entrance Scene ທີ່ຈະມີທັງເພງ ທ່າທາງ ທີ່ເປັນເອກະລັກສະເພາະບຸກຄົນ ແລະ The Undertaker ກໍເປັນອີກໜຶ່ງນັກມວຍປໍ້າໃນຕໍານານ ແລະ ເປັນນັກມວຍປໍ້າທີ່ມີການເປີດຕົວ ອັນເປັນເອກະລັກ ທີ່ສະທ້ອນເຖິງເອກະລັກຂອງຕົນເອງ ທີ່ເປັນຕົວແທນຂອງຄວາມຕາຍ ແລະ ຄວາມເປັນຕາຢ້ານ.

ອີກໜຶ່ງຢ່າງທີ່ເປັນເອກະລັກໃນການເປີດຕົວຂອງ The Undertaker ກໍຄືການຍ່າງຂຶ້ນເວທີແບບຊ້າໆ ເພື່ອສະແດງເຖິງຄວາມເຢັນຊາ ແລະ ເລືອດເຢັນ ຈົນເຮັດໃຫ້ The Undertaker ຖືກບັນທຶກວ່າເປັນນັກມວຍປໍ້າທີ່ໃຊ້ເວລາເປີດຕົວຍ່າງຂຶ້ນເວທີດົນທີ່ສຸດ ໃນປະຫວັດສາດ WWE.

ຫຼ້າສຸດໄດ້ມີລາຍງານບັນທຶກເວລາທີ່ໃຊ້ໃນການເປີດຕົວຂອງ The Undertaker ໂດຍເປັນການບັນທຶກເວລາໃນການຍ່າງຂຶ້ນເວທີໃນແຕ່ລະຄັ້ງຂອງ The Undertaker ໃນເສິກ WrestleMania ເພາະເປັນເສິກທີ່ໃຫຍ່ທີ່ສຸດໃນວົງການ WWE, ເປັນເສິກທີ່ມີເວທີອະລັງການ ແລະ ທາງຍ່າງຂຶ້ນເວທີຍາວກວ່າປົກກະຕິ.

ຜົນການບັນທຶກປາກົດວ່າຕະຫຼອດການຂຶ້ນປໍ້າໃນເສິກ WrestleMania ຂອງ The Undertaker ທັງໝົດ 27 ຄັ້ງ ໃຊ້ເວລາເປີດຕົວຍ່າງຂຶ້ນເວທີໄປທັງໝົດ  1 ຊົ່ວໂມງ 43 ນາທີ ກັບອີກ 45 ວິນາທີ. ໂດຍໃນແຕ່ລະຄັ້ງ The Undertaker ຈະໃຊ້ເວລາໃນການເປີດຕົວສະເລ່ຍປະມານ 3 ນາທີ ເປັນຢ່າງໜ້ອຍ ນັບຕັ້ງແຕ່ WrestleMania ປີ 2003 ເປັນຕົ້ນມາ.

ໂດຍເສິກທີ່ The Undertaker ໃຊ້ເວລາເປີດຕົວດົນທີ່ສຸດ ແມ່ນເສິກທີ່ ພົບກັບ ບັອກເລສເນີ້ ນັກມວຍປໍ້າກ້າມໃຫຍ່ສາຍໂຫດ ໃນ WrestleMania ປີ 2014 ໂດຍໃຊ້ເວລາໄປ 7.04 ນາທີ ສ່ວນເສິກທີ່ໃຊ້ເວລາເປີດຕົວສັ້ນທີ່ສຸດກໍຄື ເສິກ WrestleMania ປີ 2020  ເຊິ່ງໃຊເວລາໄປ 1 ນາທີ ແຕ່ການເປີດຕົວຄັ້ງນີ້ The Undertaker ໄດ້ຂີ່ລົດຈັກຮາເລ ມາສູ້ກັບ AJ Styles ນັ້ນເອງ.

ເອີ້ນໄດ້ວ່າ The Undertaker ເປີດຕົວຂຶ້ນປໍ້າເມື່ອໃດ ໃຫ້ແຟນໆໄປຊອກເຂົ້າຫ້ອງນໍ້າ ຫາເຂົ້າໜົມມານັ່ງຖ້າກິນຮອງທ້ອງໄດ້ເລີຍ ເພາະວ່າຍັງອີກດົນກວ່າ The Undertaker ຈະຍ່າງຮອດເວທີ ແລະ ໄດ້ເລີ່ມປໍ້າແບບຈິງຈັງ.

ສຳລັບ The Undertaker ປັດຈຸບັນໄດ້ກະສຽນຕົນເອງຢ່າງເປັນທາງການແລ້ວ ໃນອາຍຸ 58 ປີ ພ້ອມກັບຖືກບັນຈຸລາຍຊື່ເຂົ້າສູ່ຫໍກຽດຕິຍົດ Hall of Fame ຂອງທາງ WWE ເປັນທີ່ຮຽບຮ້ອຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/