WARRIX ເປີດຕົວໝາກບານ ASEAN PULSE ພ້ອມນະວັດຕະກຳໃໝ່ທີ່ຊ່ວຍໃຫ້ນັກເຕະຄວບຄຸມໝາກບານໄດ້ດີຂຶ້ນ


ບໍລິສັດ SPORT WARRIX ໄດ້ເປີດຕົວໝາກບານ ASEAN PULSE  ຢ່າງເປັນທາງການ ໃນວັນທີ 11 ສິງຫາ 2021 ທີ່ຜ່ານມາ ກຽມໃຊ້ສຳລັບການແຂ່ງຂັນ AFF SUZUKI CUP 2021, ເຊິ່ງມີຄຸນສົມບັດ ດ້ວຍເທັກໂນໂລຢີການຜະລິດ Thermo Bonded ທີ່ສາມາດຄວບຄຸມໝາກບານໄດ້ດີ ເຖິງສະໜາມເຕະບານຈະປຽກ ແຕ່ຈະຊ່ວຍໃຫ້ນັກກິລາຍິງບານໄດ້ຢ່າງທີ່ໃຈນຶກຫຼາຍຂຶ້ນກໍວ່າໄດ້.

WARRIX ຮຸ່ນ ASEAN PULSE ນີ້, ມາພ້ອມກັບຄອນເຊັບທີ່ຫຼອມລວມຊີບພະຈອນ, ເລື່ອງລາວ, ຈິດວິນຍານ ແລະ ມິດຕະພາບຂອງ 11 ປະເທດໃນອາຊຽນ ມາລວມໄວ້ເປັນໜຶ່ງດຽວ. ນອກຈາກນີ້ ກໍມາພ້ອມກັບການອອກແບບທີ່ໄດ້ຮັບແຮງບັນດານໃຈຈາກ ການເຄື່ອນໄຫວຂອງຊີບພະຈອນຊາວອາຊຽນ ທີ່ກົງກັບຄຳວ່າ PULSE ທີ່ໝາຍເຖິງສັນຍານຊີບ ແລະ ສຸວັນນະພູມ ທີ່ໝາຍເຖິງດິນແດນແຫ່ງທອງຄຳ ດິນແດນທີ່ອຸດົມສົມບູນ ຕາມລວດລາຍສີທອງທີ່ປາກົດເທິງໜ່ວຍບານ.

ໝາກບານໜ່ວຍນີ້ຜະລິດຈາກ Polyurethane ພ້ອມກັບເທັກໂນໂລຢີການຜະລິດ Thermo Bonded ເຮັດໃຫ້ໝາກບານບໍ່ມີຮອຍຫຍິບອີກພ້ອມ.

ຂອບໃຈຂໍ້ມູນຈາກ:  https://bit.ly/3CL6CtN

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/