ນະຄອນໄກສອນ ພົມວິຫານ ເພີ່ມຄວາມເຂັ້ມງວດ ແລະ ເຄັ່ງຄັດໃນການລັອກດາວ


ຈາກທີ່ນະຄອນໄກສອນ ພົມວິຫານ ມີການຕິດເຊື້ອພາຍໃນຊຸມຊົນເປັນວົງກວ້າງ ມີເຂດບ້ານແດງເປັນຈຳນວນຫຼາຍບ້ານ ແລະ ໃນທີ່ສຸດກໍໄດ້ເພີ່ມຄວາມເຂັ້ມງວດໃນການປິດ ຫຼື ລັອກດາວ ພາຍໃນນະຄອນໄກສອນ ເລີ່ມຕັ້ງແຕ່ວັນທີ 13 ສິງຫາ ຈົນຮອດ ວັນທີ 23 ເດືອນສິງຫາ ປີ 2021.

  1. ຫ້າມບຸກຄົນທົ່ວໄປສັນຈອນເຂົ້າ-ອອກ ພາຍໃນນະຄອນໄກສອນພົມວິຫານ, ຍົກເວັ້ນໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ.
  2. ຫ້າມພໍ່ແມ່ປະຊາຊົນອອກກຳລັງກາຍໃນສະຖານຕ່າງໆ ຕາມສວນສາທາລະນະ ແລະ ສະຖານທີ່ອື່ນໆ.
  3. ປິດບັນດາຮ້ານຂາຍເຄື່ອງຍ່ອຍໃຊ້ສອຍທຸກປະເພດ ໃນຕະຫຼາດ ລວມທັງຮ້ານຂາຍຂອງກິນສຸກ, ແຕ່ອະນຸຍາດເປີດການຊື້-ຂາຍ ໃນເຂດຕະຫຼາດສົດ ເວລາ 05:00-17:00 ໂມງ, ແຕ່ຕ້ອງປະຕິບັດຕາມມາດຕະການຢ່າງເຄັ່ງຄັດ ແລະ ເຂັ້ມງວດ.
  4. ຫ້າມຂາຍ ແລະ ຈຳໜ່າຍເຄື່ອງດື່ມມຶນເມົາ ແລະ ເຄື່ອງດື່ມອື່ນໆ ທີ່ມີທາດແອວກໍຮໍທຸກປະເພດ.
  1. ປິດກິດຈະການຊົ່ວຄາວ: ຮ້ານຂາຍຄຳ, ແລກປ່ຽນເງິນຕາ, ຮ້ານຂາຍເສື້ອຜ້າ, ຮ້ານຂາຍເຄື່ອງໄຟຟ້າ, ເຄື່ອງກໍ່ສ້າງ, ຮ້ານສ້ອມແປງລົດທຸກປະເພດ, ຮ້ານມິນິມາດ, ຮ້ານຂາຍໂທລະສັບ, ຮ້ານຂາຍເຄື່ອງອຸປະກອນຫ້ອງການ, ຮ້ານຂາຍເຄື່ອງທຸກປະເພດ, ຮ້ານອາຫານ, ຮ້ານຂາຍຂອງກິນສຸກທຸກປະເພດ, ຮ້ານປີ້ງ ແລະ ອື່ນໆ.
  1. ຫ້າມຈັດກອງປະຊຸມ ແລະ ການຝຶກອົບຮົມຂອງທຸກອົງການຈັດຕັ້ງ ໃນນະຄອນໄກອນສອນ ພົມວິຫານ ແລະ ພະແນກອ້ອມຂ້າງ, ສ່ວນເມືອງອື່ນໆສາມາດຈັດຕັ້ງໄດ້ ສະເພາະຄົນພາຍໃນເມືອງ ແຕ່ບໍ່ໃຫ້ເກີນ 20 ຄົນ.
  1. ຫ້າມທຸກສຳນັກອົງການ ພາຍໃນນະຄອນໄກສອນ ອອກໄປເຄື່ອນໄຫວວຽກງານຕ່າງເມືອງ ແລະ ຕ່າງແຂວງ ຍົກເວັ້ນກໍລະນີໄດ້ຮັບການອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ.
  1. ປິດການຮຽນການສອນໂຮງຮຽນພາກລັດ-ເອກະຊົນ ທຸກຊັ້ນທຸກສາຍ ພາຍໃນນະຄອນໄກສອນ.
  2. ເພື່ອຫຼີກເວັ້ນຄວາມສ່ຽງຕິດເຊື້ອພາຍໃນໂຮງໝໍ ແມ່ນໃຫ້ຫຼຸດຜ່ອນການມາໃຊ້ບໍລິການຕິດຕາມກວດກາສຸຂະພາບໃນແບບປົກກະຕິ, ແຕ່ໃຫ້ມາໃຊ້ບໍລິການໃນທຸກກໍລະນີເຈັບເປັນ.
  1. ໃຫ້ຫຼຸດຜ່ອນຈຳນວນພົນຂອງພະນັກງານທຸກອົງການຈັດຕັ້ງຂອງລັດ ແລະ ເອກະຊົນ ໂດຍໃຫ້ປະຈຳການສະເພາະໜ່ວຍງານບໍລິການເທົ່ານັ້ນ, ພາກສ່ວນອື່ນທີ່ບໍ່ຈຳເປັນແມ່ນໃຫ້ເຮັດວຽກຢູ່ເຮືອນ.

ຂອບໃຈຂໍ້ມູນຈາກ: https://bit.ly/3jSKHYP

ຂອບໃຈຮູບພາບຈາກ: Koung Phetlamphone https://bit.ly/2UhJ1Q1

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/