ສາເຫດຜົມຫຼົ່ນ ພ້ອມວິທີແກ້ໄຂເບື້ອງຕົ້ນ


ມີຫຼາຍສາເຫດທີ່ເຮັດໃຫ້ເກີດການເສຍຜົມຂອງເຮົາໄປຈາກຜົມຫຼົ່ນ ທັງຈາກປັດໄຈພາຍໃນເຊັ່ນ: ຮໍໂມນແລະຄວາມກົດດັນ ທີ່ບໍ່ສາມາດຄວບຄຸມໄດ້ ແລະ ຈາກປັດໄຈພາຍນອກທີ່ສາມາດຄວບຄຸມໄດ້ເຊັ່ນ: ພຶດຕິກໍາການສະຜົມ, ການອົດອາຫານ, ໂດຍການຈັດການກັບບັນຫາຜົມຫຼົ່ນ ບໍ່ສາມາດປິ່ນປົວໃຫ້ຫາຍດີໄດ້ຮ້ອຍເປີເຊັນ. ແຕ່ເຮົາສາມາດຮັກສາຜົມຂອງຕົນເອງໃຫ້ມີສຸຂະພາບດີໄດ້.

ສາເຫດທີ່ເຮັດໃຫ້ຜົມຫຼົ່ນ ແບ່ງອອກເປັນ 2 ປັດໄຈຫຼັກໆ ຄື:

  1. ປັດໄຈພາຍໃນຮ່າງກາຍ ເປັນປັດໄຈທີ່ເຮົາສາມາດຄວບຄຸມໄດ້ ມີຄື:
  • ຜົມຫຼົ່ນທີ່ເກີດຈາກກຳມະພັນ : ກຳມະພັນກໍແມ່ນປັດໄຈທີ່ເຮັດໃຫ້ເກີດການສູນເສຍຜົມ. ສາມາດພົບໄດ້ສ່ວນໃຫຍ່ຢູ່ໃນຜູ້ຊາຍ ເພດຊາຍມີຄວາມອ່ອນໄຫວຕໍ່ກັບຮໍໂມນ ເອັນໂດເຈັນ (Androgen), ເຮັດໃຫ້ຜົມມີອາຍຸສັ້ນກວ່າປົກກະຕິ. ອາການຜົມຫຼົ່ນທາງກຳມະພັນປາກົດຂຶ້ນເທື່ອລະກ້າວຈາກອາຍຸ 18 ປີ ແລະ ປະລິມານການສູນເສຍຜົມເພີ່ມຂຶ້ນຕາມອາຍຸ.
  • ຜົມຫຼົ່ນເກີດຈາກ ໂຮໂມນຜິດປົກກະຕິ : ຮໍໂມນແມ່ນສ່ວນໜຶ່ງທີ່ສຳຄັນຂອງລະບົບຜົມ. ໂດຍສະເພາະການເຕີບໃຫຍ່ຂອງຜົມ ຈາກການຂົນສົ່ງອາຫານໄປສູ່ການກະຕຸ້ນການເຕີບໃຫຍ່ຂອງຜົມ ມີຮໍໂມນທີ່ເປັນສ່ວນໜຶ່ງຂອງສາເຫດຂອງການສູນເສຍຜົມ.
  • ຜົມຫຼົ່ນເກີດຈາກ ຄວາມຕຶງຄຽດ : ຄວາມຕຶງຄຽດບໍ່ມີຜົນກະທົບໂດຍກົງຕໍ່ການສູນເສຍຜົມ. ແຕ່ມັນເປັນສ່ວນໜຶ່ງຂອງສາເຫດຂອງພະຍາດຜົມຫຼົ່ນເຊັ່ນ: Telogen Effluvium, ເປັນຄວາມຕຶງຄຽດທີ່ເຮັດໃຫ້ຜົມຫຼົ່ນຫຼາຍກວ່າປົກກະຕິ.
  1. ປັດໄຈພາຍນອກຮ່າງກາຍ ເກີດຈາກສິ່ງແວດລ້ອມອ້ອມຂ້າງ ເຊິ່ງປັດໄຈນີ້ເຮົາສາມາດເບິ່ງແຍງໄດ້ເພື່ອແກ້ໄຂສາເຫດຂອງຜົມຫຼົ່ນ:
  • ຜົມຫຼົ່ນເກີດຈາກການທຳຮ້າຍເສັ້ນຜົມໂດຍກົງ : ເຊັ່ນ ການຢືດຜົມ, ການລັອນຜົມ, ຍອ້ມສີຜົມ ພຶດຕິກຳເຫຼົ່ານີ້ຄືການເພີ່ມຄວາມຮ້ອນໃຫ້ເສັ້ນຜົມ. ຄວາມຮ້ອນຈະເຮັດໃຫ້ ເຄລາຕິນ (Keratin) ໃນເສັ້ນຜົມຕາຍໄປ. ເຊິ່ງເຄລາຕິນນັ້ນຖືເປັນສ່ວນສຳຄັນໃນການເຮັດໃຫ້ເສັ້ນຜົມນຸ່ມ ແລະ ສຸຂະພາບດີ.
  • ຜົມຫຼົ່ນເກີດຈາກການທຳຮ້າຍເສັ້ນຜົມທາງອ້ອມ : ເຊັ່ນການລົດນໍ້າໜັກຜິດວິທີ, ການກິນອາຫານຣົດຊາດເຂັ້ມຂຸ້ນເກີນໄປ, ການດື່ມແອລກໍຮໍ, ການສູບຢາ… ອື່ນໆ
  1. ວິທີແກ້ໄຂເບື້ອງຕົ້ນ
  • ປັບປ່ຽນການກິນອາຫານ: ປ່ຽນຈາກກິນອາຫານທີ່ຣົດເຂັ້ມຂຸ້ນມາເປັນອາຫານທີ່ມີໂປຣຕີນ ເຊັ່ນ: ຊີ້ນ, ໄຂ່, ນົມ, ຖົ່ວເຫຼືອງ…
  • ເລືອກໃຊ້ຜະລິດຕະພັນທີ່ບຳລຸງເສັ້ນຜົມ ຜະລິດຕະພັນທີ່ມີ ເຄລາຕິນ (Keratin).
  • ຫຼີກເວັ້ນ ຫຼື ລົດການດື່ມແອລກໍຮໍ, ການສູບຢາ..
  • ປັບສະພາບຈິດໃຈໃຫ້ຜ່ອນຄາຍ ເພື່ອເຮັດໃຫ້ຕົນເອງຜ່ອນຄາຍ.

https://www.cigna.co.th/health-wellness/tip/cause-of-hair-loss-2020 https://www.bumrungrad.com/th/conditions/hair-loss

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/