ຄວາມເປັນມາຂອງ Social Network ຈາກອະດີດສູ່ປັດຈຸບັນ


Social Network ຫຼື ເຄືອຂ່າຍສັງຄົມອອນໄລນ໌ ທີ່ພວກເຮົານຳໃຊ້ຈົນເປັນສ່ວນໜຶ່ງຂອງຊີວິດ ບໍ່ວ່າຈະເປັນ Facebook, Instagram, Twitter ລ້ວນແລ້ວແຕ່ເກີດຂຶ້ນໃນໄລຍະປີ 2000, ແຕ່ຄວາມເປັນຈິງແລ້ວ ຄວາມເປັນມາ ຂອງ Social Network ມີມາກ່ອນໜ້ານັ້ນອີກ.

ເມື່ອກັບໄປໃນປີ 1995 ເວັບໄຊ classmates.com ໄດ້ກຳເນີດຂຶ້ນ ເຊິ່ງເປັນເວັບໄຊທີ່ຖືກຈຳກັດການໃຊ້ງານສະເພາະສຳລັບນັກຮຽນໃນໂຮງຮຽນດຽວກັນ ເພື່ອເປັນບ່ອນສ້າງປະຫວັດ, ສ້າງຖານຂໍ້ມູນ, ສົ່ງຂໍ້ຄວາມ ແລະ ແລກປ່ຽນຂໍ້ມູນກັນ ສະເພາະໃນກຸ່ມນັກຮຽນເທົ່ານັ້ນ ເຊິ່ງກໍເປັນແນວຄິດທີ່ຄ້າຍຄືກັບຈຸດເລີ່ມຕົ້ນຂອງ Facebook. ນອກຈາກນັ້ນຍັງມີ ເວັບໄຊ SixDegrees.com ໃນປີ 1997 ແລະ epinions.com ໃນປີ 1999.

ໃນໄລຍະປີ 2000 ເອງ ກໍເປັນຍຸກທີ່ Social Network ໄດ້ຮັບຄວາມນິຍົມຫຼາຍຂຶ້ນ ເນື່ອງຈາກການເຂົ້າເຖິງອິນເຕີເນັດທີ່ເພີ່ມຂຶ້ນຫຼາຍ, ຫຼາຍໆເວັບໄຊ Social Network ທີ່ໄດ້ຮັບຄວາມນິຍົມໃນປັດຈຸບັນກໍເກີດຂຶ້ນໃນຍຸກນີ້ ບໍ່ວ່າຈະເປັນ Facebook ໃນປີ 2004, Twitter ໃນປີ 2006… ນອກຈາກນີ້ກໍຍັງມີເວັບໄຊທີ່ເຄີຍເຂົ້າມາເປັນຄວາມຊົງຈຳສ່ວນໜຶ່ງຂອງໄວໜຸ່ມລາວຍຸກ 2000 ບໍ່ວ່າຈະເປັນ MySpace ແລະ Hi5, ໂດຍສະເພາະ Hi5 ທີ່ເຮັດໃຫ້ຫຼາຍໆຄົນໄດ້ພົບໝູ່ໃໝ່ ແລະ ເຮັດໃຫ້ Social Network ເປັນທີ່ຮູ້ຈັກໃນສັງຄົມລາວ.

Social Network ເປັນເວັບໄຊທີ່ເກີດບົນພື້ນຖານເວັບ applications 2.0 ເຊິ່ງເປັນຮູບແບບເວັບໄຊທີ່ມີການເຊື່ອມຕໍ່ລະຫວ່າງຜູ້ຮັບຂໍ້ມູນ ແລະ ຜູ້ໃຫ້ບໍລິການ ພ້ອມທັງມີການຕິດຕໍ່ ສື່ສານລະຫວ່າງຜູ້ໃຊ້ງານດ້ວຍກັນເອງ, ເຊິ່ງກ່ອນໜ້ານີ້ເທັກໂນໂລຢີ ເວັບ 1.0 ເປັນພຽງເວັບໄຊທີ່ສະແດງເນື້ອຫາຈາກເຈົ້າຂອງ ຫຼືຜູ້ໃຫ້ບໍລິການພຽງເທົ່ານັ້ນ.

ກ່ອນໜ້ານີ້ ກໍມີເວັບໄຊທີ່ເປັນສັງຄົມອອນໄລນ໌ທີ່ເປັນສີມືຂອງຄົນລາວເອງ ຊື່ວ່າ Punlao.com ທີ່ມີລັກສະນະສະເພາະ ແລະມີຄວາມເປັນສັງຄົມທີ່ດີ.

ປັດຈຸບັນ Social Network ກໍໄດ້ກາຍເປັນຄືນາມບັດ ຫຼື ຊ່ອງທາງຕິດຕໍ່ຫຼັກຂອງຜູ້ຄົນໃນສັງຄົມໄປແລ້ວ ແລະ ເກືອບທຸກໆຄົນລ້ວນແຕ່ມີໂປຣໄຟລ໌ໃນ Facebook ເປັນຂອງຕົນເອງ.

ຂໍ້ມູນຈາກ: https://bit.ly/3CLkO5T

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/