ໂຄງການອາຫານໂລກ (WFP) ແລະອົງການອະນາໄມໂລກ (WHO) ໄດ້ເປີດເຜີຍລາຍງານຄວາມໝັ້ນຄົງທາງດ້ານອາຫານແລະໂພຊະນາການຂອງສະຫະປະຊາຊາດປະຈຳປີ 2022 ໂດຍມີການລະບຸວ່າ ຍອດຜູ້ຂາດແຄນອາຫານແມ່ນມີຍອດເພີ່ມຂຶ້ນສູງໃນປີທີ່ຜ່ານມາ ຫຼັງຈາກທີ່ມັນເຄີຍທະຍານຂຶ້ນສູງຫຼາຍໃນປີ 2020 ຈາກການແຜ່ລະບາດຂອງໂຄວິດ-19 ແລະໃນປີນີ້ໂລກເຮົາຕ້ອງປະເຊີນກັບສົງຄາມຢູເຄຣນ-ຣັດເຊຍ ບວກກັບບັນຫາສະພາວະໂລກທີ່ມີການຜັນຜວນຢູ່ຕໍ່ເນື່ອງ ເຊິ່ງມີທ່າອ່ຽງສົ່ງຜົນໃຫ້ເກີດຄວາມອຶດຢາກ ແລະ ການຍ້າຍຖິ່ນຖານເປັນປະຫວັດການ.

ໃນລາຍງານຍັງໄດ້ລະບຸວ່າ ໃນປີ 2021 ມີຜູ້ຄົນຫຼາຍເຖິງ 828 ລ້ານຄົນ ຫຼືຄິດເປັນອັດຕາສ່ວນ 9.8% ຂອງປະຊາກອນໂລກທີ່ໄດ້ຮັບຜົນກະທົບຈາກຄວາມອຶດຢາກ ເຊິ່ງມັນເພີ່ມຂຶ້ນຈາກປີ 2020 ກວ່າ 46 ລ້ານຄົນ ແລະຫຼາຍກວ່າປີ 2019 ປະມານ 150 ລ້ານຄົນ ເຊິ່ງຖືເປັນຕົວເລກທີ່ບໍ່ຄ່ອຍດີປານໃດ ເພາະວ່າໃນໄລຍະປີ 2015-2019 ນັ້ນຂ້ອນຂ້າງມີລະດັບທີ່ຊົງຕົວສະໝໍ່າສະເໝີມາຕະຫຼອດ.

ພ້ອມນີ້ ຜູ້ຍິງນັ້ນຍັງມີຄວາມສ່ຽງທີ່ຈະຂາດແຄນອາຫານຫຼາຍກວ່າຜູ້ຊາຍ ເພາະວ່າຜູ້ຍິງ 31.9% ຕ້ອງປະເຊີນຄວາມບໍ່ໝັ້ນຄົງທາງດ້ານອາຫານໃນລະດັບປານກາງຫາຮຸນແຮງ ຂະນະອັດຕາສ່ວນຜູ້ຊາຍຢູ່ທີ່ 27.6%.

ທັງນີ້ ສົງຄາມລະຫວ່າງຣັດເຊຍ-ຢູເຄຣນທີ່ເລີ່ມມາຕັ້ງແຕ່ປາຍເດືອນກຸມພາ ແມ່ນສົ່ງຜົນໃຫ້ການສົ່ງອອກສິນຄ້າສຳຄັນຢ່າງພືດ, ເຊື້ອໄຟ ແລະປຸ໋ຍ ຕ້ອງໄດ້ຢຸດຕົວລົງ ເຊິ່ງນັ້ນເຮັດໃຫ້ລາຄາອາຫານທົ່ວໂລກຕ້ອງປັບຕົວສູງຂຶ້ນແບບຫຼາຍເທົ່າຕົວ ໂດຍສະຖານະການນີ້ແມ່ນໄດ້ເຂົ້າມາເຮັດໃຫ້ຮູ້ເຖິງວິກິດຈາກໂຄວິດທີ່ຍັງບໍ່ທັນຫາຍໄປ. ນອກຈາກນີ້ແລ້ວ ຍັງມີປັດໄຈອື່ນໆທີ່ມັນສົ່ງຜົນກະທົບຕໍ່ຄວາມໝັ້ນຄົງທາງອາຫານເຊັ່ນ: ຄວາມຂັດແຍ້ງທາງການເມືອງ, ສະພາວະໂລກຜັນຜວນ, ເສດຖະກິດຖົດຖອຍ, ຄວາມບໍ່ສະເໝີພາບ ແລະ ອື່ນໆ.

ເດວິດ ບີສລີຍ໌ (David Beasley) ກໍາມະການບໍລິຫານຂອງ WFP ໄດ້ກ່າວວ່າ “ມີຄວາມສ່ຽງຫຼາຍທີ່ຕົວເລກເຫຼົ່ານີ້ຈະສູງຂຶ້ນໃນໄລຍະຫຼາຍເດືອນຂ້າງໜ້າ” ແລະ ເດວິດ ຍັງເສີມວ່າ ສົງຄາມລະຫວ່າງຣັດເຊຍ-ຢູເຄຣນ ແມ່ນສ້າງຄວາມກົດດັນໃຫ້ບັນດາປະເທດຕ່າງໆ ຕ້ອງປະເຊີນກັບຄວາມອຶດຢາກ.

“ຜົນທີ່ຕາມມາຄື ໂລກຈະປະເຊີນກັບຄວາມບໍ່ໝັ້ນຄົງຄວາມອຶດຫິວແລະການອົບພະຍົບຈໍານວນຫຼາຍໃນລະດັບທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ເຮົາຕ້ອງດໍາເນີນການໃນມື້ນີ້ເພື່ອຫຼີກເວັ້ນຫາຍະນະທີ່ຈະເກີດຂຶ້ນໃນອະນາຄົດ” ເດວິດ ກ່າວເພີ່ມຕື່ມ.

ທາງດ້ານ ທີໂດຣສ ອັດຮານອມ ກິບຣິເຍຊຸສ (Tedros Adhanom Ghebreyesus) ຜູ້ອຳນວຍການໃຫຍ່ຂອງ WHO ລະບຸວ່າ “ທຸກປີມີຜູ້ເສຍຊີວິດ 11 ລ້ານຄົນເນື່ອງຈາກການກິນອາຫານທີ່ບໍ່ດີຕໍ່ສຸຂະພາບ ແລະ ລາຄາອາຫານທີ່ສູງຂຶ້ນ ເຊິ່ງໝາຍຄວາມວ່າສະຖານະການນີ້ຈະຍິ່ງເສື່ອມໂຊມລົງໄປອີກ”

“ອົງການອະນາໄມໂລກສະໜັບສະໜູນຄວາມພະຍາຍາມຂອງປະເທດຕ່າງໆ ໃນການປັບປຸງລະບົບອາຫານຜ່ານການເກັບພາສີອາຫານທີ່ບໍ່ດີຕໍ່ສຸຂະພາບ, ສະໜັບສະໜູນທາງເລືອກທີ່ດີຕໍ່ສຸຂະພາບປະຊາຊົນ, ປ້ອງກັນເດັກຈາກການຕະຫຼາດທີ່ເປັນອັນຕະລາຍ ແລະ ຮັບຮອງສະຫຼາກໂພຊະນາການທີ່ຊັດເຈນ” ຜູ້ອຳນວຍການໃຫຍ່ຂອງ WHO ກ່າວເສີມ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ