ມາຮູ້ຈັກກັບ Gomen. (ອານຸສອນ ສິງສຸວົງ) ໄວໜຸ່ມທີ່ມີຄວາມສາມາດໃນການແຕ່ງເພງ-ຮ້ອງເພງ


ອານຸສອນ ສິງສຸວົງ ໄວໜຸ່ມຜູ້ຫຼົງໃຫຼໃນບົດເພງ ແລະ ສຽງດົນຕີ ຈົນກ້າວເຂົ້າມາສູ່ງວົງການເພງແບບເຕັມຕົວ. ພ້ອມກັນນີ້ ຍັງເປັນນັກອອກແບບ Graphic Designer ເເລະ ເປັນ Creative Assistant ໃຫ້ Brand Crazimazing. ຜ່ານມາໄດ້ມີຜົນງານເພງເປັນຈໍານວນຫຼາຍພໍສົມຄວນ ໄດ້ຮ່ວມຮ້ອງເພງກັບນັກຮ້ອງທີ່ມີຊື່ສຽງຫຼາຍທ່ານທັງພາຍໃນ-ຕ່າງປະເທດ ແລະ ມີຜົນງານເພງເປັນຂອງຕົນເອງ ທີ່ເປັນເອກະລັກ, ເນື້ອເພງແຕ່ລະເພງກໍມີເນື້ອຫາ ແລະ ຄວາມໝາຍດີ. ນອກຈາກນີ້ ກໍຍັງສາມາດແຕ່ງເພງເອງໄດ້ ໂດຍໄດ້ແຕ່ງອອກຈາກຄວາມຮູ້ສຶກຂອງຕົນເອງ.

ທາງທີມຂ່າວໄດ້ມີໂອກາດສຳພາດກ່ຽວກັບ ອານຸສອນ, ຈະເປັນແນວໃດນັ້ນ ເຮົາມາສ່ອງໄປພ້ອມໆກັນເລີຍ.

1.ກ່ອນຈະມາເຮັດເພງມີຄວາມເປັນມາແນວໃດ?

ມີຄວາມມັກໃນເພງຫຼາກຫຼາຍເເນວ ກໍເລີຍຢາກລອງເເຕ່ງຫຼິ້ນ ເເລະ ມື້ໜຶ່ງກໍເລີຍເເຕ່ງເພງຕາມຄວາມຮູ້ສຶກ ແລ້ວປ່ອຍລົງ YouTube  ແລະ ທາງ Social Media. ຈາກນັ້ນ ກໍໄດ້ເຮັດຜົນງານເພງອອກມາເລື້ອຍໆ, ໄດ້ຮ່ວມສ້າງຜົນງານເພງກັບນັກຮ້ອງຊື່ດັງຫຼາຍທ່ານ ແລະ ເມື່ອບໍ່ດົນມານີ້ ກໍໄດ້ເປັນກຽດຮ່ວມງານກັບ ຕານຸ ກັບຜົນງານເພງ “ຝົນ”.

2.ຜ່ານມາເຄີຍຮ່ວມງານກັບໃຜແນ່?

ເພງ yesterday ເເມ່ນຮ່ວມກັບນັກຮ້ອງ ຈາກ ສິງກະໂປ ຊື່ Benny, ໄດ້ໄປ feat ກັບວົງ YENTED ແລະ Minchang ຈາກ ປະເທດໄທ ໃນເພງ adore, ເພງ 3 ເເມ່ນ ໄດ້ເຮັດເພງກັບ ພີ່ນ້ອງ ຊື່ ເປ້ (Pay) ໃນເພງ Do you miss him (ບໍ່ຫ້າມ). ໃນສາມເພງນີ້ເເມ່ນເຮັດເເບບ online ເພາະຕອນນັ້ນ ເເມ່ນຍັງຮຽນຢູ່ Budapest, Hungary. ເພງຫຼ້າສຸດເເມ່ນ ໄດ້ເຮັດເພງຝົນກັບ Tanu Vannasin.

3.ຜ່ານມາມີຜົນງານຫຍັງ? ແລະເຄີຍປະກວດເວທີຫຍັງບໍ່?

ຜ່ານມາບໍ່ເຄີຍປະກວດໃນເວທີໃດເລີຍເພາະບໍ່ມັກການປະກວດ ເເລະ ຕົນເອງບໍ່ກ້າເເດ່.

4.ຮູ້ສຶກແນວໃດເວລາໄດ້ຜົນຕອບຮັບດີ?

ຮູ້ສຶກພູມໃຈ ເເລະ ດີໃຈ ມີກໍາລັງໃຈ ໃນການເຮັດເພງຕໍ່ໄປໃຫ້ດີຂຶ້ນຕື່ມ.

5. ນອກຈາກແຕ່ງເພງໄດ້ແລ້ວ ຍັງເຮັດຫຍັງໄດ້ແດ່?

Graphic Design ແລະ ອັນໃດທີ່ເປັນ Art form, Videography/ Photography/ ເເຕ້ມ. ນອກຈາກນີ້ ຍັງໄດ້ເຮັດວຽກຢູ່ທີ່ RDK ເປັນ Graphic Designer ເເລະ ເປັນ Creative Assistant ໃຫ້ brand Crazimazing

ຮູ້ສຶກວ່າຕົນເອງຍັງບໍ່ໄດ້ເຂົ້າວົງການເພງເທື່ອ ເເຕ່ການເຮັດເພງ ເເລະ ມີຄົນຟັງຫຼາຍ ຮູ້ສຶກວ່າມັນເຮັດໃຫ້ຕົນເອງ ມີພາລະກິດ (Responsibilty)  ໃນການຊ່ວຍສົມທົບເເລະ ພັດທະນາວົງການເພງລາວ ໃຫ້ດີຂຶ້ນໄປຕື່ມ.

ຂອບໃຈບົດສຳພາດໂດຍ: ອານຸສອນ ສິງສຸວົງ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/