Twitter ເລີ່ມປົດເຄື່ອງໝາຍຖືກສີຟ້າ ຈາກບັນຊີທີ່ບໍ່ຈ່າຍເງິນ


Twitter ເລີ່ມປົດເຄື່ອງໝາຍຖືກສີຟ້າ ຫຼື Blue Check ອອກຈາກບັນຊີສາທາລະນະທົ່ວໂລກ ຫຼັງຈາກ ອີລອນ ມາກສ (Elon Musk) ເຂົ້້າຊື້ກິດຂະການຂອງ Twitter ກໍປະກາດນະໂຍບາຍລຶບສັນຍະລັກ Blue Check ອອກຈາກ Twitter ທັນທີ ພ້ອມກັບມີນະໂຍບາຍໃຫ້ຜູ້ທີ່ຕ້ອງການມີເຄື່ອງໝາຍຖືກສີຟ້ານີ້ຕ້ອງຈ່າຍເງິນປະມານ 8 ໂດລາຕໍ່ເດືອນ.

ສຳນັກຂ່າວຕ່າງປະເທດລາຍງານວ່າ Twitter ເລີ່ມປົດເຄື່ອງໝາຍຖືກສີຟ້າ ຫຼື Blue Check ທີ່ຮູ້ຈັກກັນໃນນາມເຄື່ອງໝາຍຢືນຢັນຕົວຕົນ ອອກຈາກຜູ້ໃຊ້ງານທີ່ປະຕິເສດການຊຳລະຄ່າທຳນຽມ. ດ້ວຍເຫດນີ້ ກຸ່ມຄົນໃຊ້ງານຈຶ່ງສະແເດງຄວາມພໍບໍ່ໃຈ ລວມທັງວິພາກວິຈານນະໂຍບາຍນີ້ຢ່າງໜັກໜ່ວງ ແລະ ປະກາດວ່າຈະບໍ່ເສຍເງິນເພື່ອແລກກັບເຄື່ອງໝາຍຢ່າງແນ່ນອນ.

ທາງດ້ານ  ອີລອນ ມາກສ ປະທານຄະນະເຈົ້າໜ້າທີ່ບໍລິການຂອງ Twitter ໄດ້ອອກມາກ່າວວ່າ ຂ້ອຍຈ່າຍຄ່າທຳນຽມໃຫ້ກັບບາງບັນຊີ “ເປັນການສ່ວນຕົວ” ເຊັ່ນວ່າ ເລີບອນ ເຈມ, ວິນລຽມ ແຊດເນີ ແລະ ສິຕີເວນ ຄິງ ເຊິ່ງເປັນບຸກຄົນທີ່ເຄີຍອອກມາສະແດງຄວາມບໍ່ພໍ່ໃຈ ຕໍ່ການຈ່າຍຄ່າທຳນຽມລາຍເດືອນ ເພື່ອຮັກສາສະຖານະເຄື່ອງໝາຍຖືກສີຟ້າໄວ້ໄດ້.

ຄວາມເຄື່ອນໄຫວນີ້ເຮັດໃຫ້ SCOTUSblog ເວັບໄຊຂ່າວທີ່ຕິດຕາມ ແລະ ລາຍງານການເຮັດວຽກຂອງ ສານສູງສຸດຂອງ ປະເທດອາເມຣິກາໄດ້ອອກມາກ່າວວ່າ ຈະຢຸດການລາຍງານໃນ Twitter ຢ່າງຖາວອນ. ນອກຈາກນີ້ຍັງມີບັນຊີຂອງອົງການຕ່າງໆ ອອກມາບອກວ່າຈະບໍ່ໃຊ້ Twitter ອີກຕໍ່ໄປ.

ດ້ວຍເຫດນີ້ ເຮັດໃຫ້ຫຼາຍຝ່າຍກັງວົນວ່າຈະມີຜູ້ແອບອ້າງເປັນອົງກອນ ຫຼື ບຸກຄົນສາທາລະນະຕ່າງໆ ໂດຍການສ້າງບັນຊີປອມຂຶ້ນມາ ເພື່ອຫຼອກລວງປະຊາຊົນ. ທັງນີ້ສາເຫດທີ່ຫຼາຍຄົນບໍ່ຍອມຈ່າຍເງິນຫຼັກໆຄົງມາຈາກນະໂຍບາຍໃໝ່ຂອງທາງ Twitter ກຳນົດໃຫ້ບໍລິສັດຂະໜາດໃຫຍ່ຕ້ອງຊຳລະຄ່າທຳນຽມສູງຮອດ 1.000 ໂດລາຕໍ່ເດືອນເພື່ອຈະຮັບໄດ້ເຄື່ອງໝາຍສີທອງ ແລະ ຍັງຕ້ອງຈ່າຍອີກເດືອນລະ 7​ ໂດລາ ເພື່ອຮັກສາສະຖານະເຄື່ອງໝາຍຖືກຢູ່ທ້າຍຊື່ຕໍ່ໄປ.

ຂອບໃຈຂໍ້ມູນຈາກ:

-​ https://cutt.ly/R5ubzFz

https://cutt.ly/w5ubv6w

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/