Google ເປີດຕົວໂຄງການ Magi ເພື່ອພັດທະນາການຄົ້ນຫາດ້ວຍພະລັງຂອງ AI


The search engine ຍັກໃຫຍ່ກໍາລັງພັດທະນາໂຄງການໃໝ່ທີ່ຊື່ວ່າ ‘Magi’ ເພື່ອເຂົ້າຮ່ວມການເເຂ່ງຂັນພັດທະນາເຄື່ອງມືການຄົ້ນຫາທີ່ຂັບເຄື່ອນດ້ວຍ AI ເຊັ່ນ Bing ຂອງ Microsoft.

ອີງຕາມບົດລາຍງານຈາກ The New York Times, ເຄື່ອງມືການຄົ້ນຫາທີ່ຂັບເຄື່ອນດ້ວຍ AI ຂອງ Google ຈະເປີດຕົວໃນເດືອນພຶດສະພາທີ່ຈະມາຮອດນີ້ ເເລະ ຈະມີການເພີ່ມຄຸນສົມບັດອື່ນໆຕາມມາໃນພາຍຫຼັງ. ໂດຍເຄື່ອງມືດັ່ງກ່າວຈະເປີດໃຫ້ໃຊ້ໄດ້ໃນສະຫະລັດເທົ່ານັ້ນ ແລະ ຈະເປີດໃຫ້ກັບຜູ້ໃຊ້ພຽງໜຶ່ງລ້ານຄົນເທົ່ານັ້ນ. ເປັນໄປໄດ້ວ່າເຄື່ອງມືຄົ້ນຫາໃໝ່ນີ້ຈະຖືກສ້າງຂຶ້ນບົນພື້ນຖານຂອງ ‘Bard’ AI chatbot ເວີຊັນທົດລອງຂອງ Google.

Magi ແມ່ນສ່ວນໜຶ່ງຂອງຄວາມພະຍາຍາມຂອງ Google ເພື່ອຕໍ່ສູ້ກັບການແຂ່ງຂັນດ້ານເທັກໂນໂລຢີໃໝ່ ເຊັ່ນ Bing ຂອງ Microsoft ແລະ ChatGPT ຂອງ OpenAI, ເນື່ອງຈາກໃນປັດຈຸບັນຜູ້ຄົນສ່ວນຫຼາຍເຊື່ອວ່າ chatbot ທີ່ຂັບເຄື່ອນ ເຊັ່ນ ChatGPT ແລະ Bing ຈະສາມາດໃຊ້ທົດແທນເຄື່ອງມືການຄົ້ນຫາເເບບດັ້ງເດີມເຊັ່ນ Google ໃນມື້່ໃດໜຶ່ງ. ດ້ວຍເຫດນີ້ Google ຈຶ່ງພະຍາຍາມທີ່ຈະຫາວິທີທາງເພື່ອຮັບມືຈາກຄູ່ເເຂ່ງຂອງພວກເຂົາ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/