ຊາວອີຢີບ ບໍ່ພໍ່ໃຈເຫດ Netflix ໃຊ້ນັກສະແດງຜິວດຳຫຼິ້ນບົດ ຄີໂອພັດຕາ


ຊາວອີຢີບ ບໍ່ພໍ່ໃຈຢ່າງຮຸນແຮງ ຫຼັງຈາກໃຫ້ນັກສະແດງຜິວດຳຮັບບົດເປັນ “ຄີໂອພັດຕາ” ໃນຊີຣີ້ສາລະຄະດີທາງ Netflix ບອກບໍ່ກົງກັບປະຫວັດສາດ ກາຍເປັນກະແສດຣາມ່າ ເຖິງໂລກອອນລາຍທັນທີເມື່ອທາງ Netflix ໄດ້ປ່ອຍຕົວຢ່າງຊີຣີ້ສາລະຄະດີ “Queen Cleopatra” ທີ່ນຳສະເໜີເລື່ອງລາວຂອງພະນາງ ຄີໂອພັດຕາທີ 7 ໃນຖານະຄົນຜິວດຳ ຈົຍກາຍເປັນເຫດເກີດຄວາມຂັດແຍ້ງໃນອີຢິບ.

ດ້ວຍສາເຫດດັ່ງກ່າວ ຊາຮີ ຮາວາດ (Zahi Hawass) ນັກອີຢິບວິທະຍາທີ່ມີຊື່ສຽງ ແລະ ເປັນອະດີດນາຍົກລັດຖະມົນຕີກະຊວງບູຮານວັດຖຸຂອງອີຢິບ ໄດ້ເປີດເຜີຍວ່າ ຊີຣີ້ເລື່ອງດັ່ງກ່າວ ເປັນການຫຼອກລວງ ເນື່ອງຈາກພະນາງ ຄີໂອພັດຕາ ເປັນຊາວກຣີກ ຕ້ອງມີສີຜິວທີ່ສະຫວ່າງ ຫຼື ຂາວ ບໍ່ແມ່ນສີຜິວດຳ.

ພ້ອມຍັງລະບຸອີກວ່າ ຜູ້ປົກຄອງອີຢິບພຽງຄົນດຽວທີ່ເປັນຄົນຜິວດຳ ກໍຄື ກະສັດຄູຊິດ ແຫ່ງລາຊະວົງທີ 25 ໃນໄລຍະ 747-656 ປີກ່ອນ ຄ.ສ ພ້ອມຍັງເຜີຍອີກວ່າ Netflix ພະຍາຍາມກໍ່ໃຫ້ເກີດຄວາມສັບສົນ ດ້ວຍການແຜ່ເຜີຍຂໍ້ມູນທີ່ບໍ່ເປັນຈິງ ແລະ ຫຼອກລວງວ່າ ຕົ້ນກຳເນີດຂອງອາລະຍະທຳອີຢິບເປັນຄົນຜິວດຳ. ພ້ອມກັນນັ້ນທະນາຍຄວາມຊາວອີຢິບ ມາມູດ ອັນ ເຊມາຣີ ໄດ້ຍື່ນຄຳຮ້ອງຕໍ່ພະນັກງານໄອຍະການ ພ້ອມລະບຸວ່າ ຊີຣີ້ດັ່ງກ່າວ ລະເມີດກົດໝາຍສື່ ແລະ ເປັນການລຶບເອກະລັກຂອງຊາວອີຢິບ.

ທາງດ້ານໂປຣດິວເຊີຊີຣີ້ເລື່ອງດັ່ງກ່າວ ກໍໄດ້ອອກມາຕອບໂຕ້ວ່າ “ເລື່ອງລາວຂອງຄີໂອພັດຕາທີ່ສືບທອດກັນມາເປັນທີ່ຖົກຖຽງກັນຢ່າງຫຼວງຫຼາຍ” ສ່ວນທາງດ້ານຜູ້ຮັບບົດ ຄິໂອພັດຕາ ອະເດວ ເຈມ (Adele James) ຕອບໂຕ້ນັກວິຈານວ່າ “ຫາກເຈົ້າບໍ່ມັກການຄັດເລືອກນັກສະແດງ ກໍບໍ່ຕ້ອງເບິ່ງຊີຣີ້-ສາລະຄະດີເລື່ອງນີ້”

ໃນດ້ານຜູ້ອຳນວນການສ້າງ ເຈດາ ພິງເກັດ ສະມິດ (Jada Pinkett Smith) ໄດ້ກ່າວວ່າ “ພວກເຮົາບໍ່ໄດ້ເຫັນ ຫຼື ໄດ້ຍິນເລື່ອງລາວກ່ຽວກັບລາຊິນີທີ່ມີຜິວສີດຳ ແລະ ນີ້ແຫຼະເປັນສິ່ງທີ່ສຳຄັນ ເຊັ່ນດຽວກັນກັບລູກສາວຂອງຂ້ອຍ ແລະ ເພື່ອໃຫ້ຊຸມຊົນຂອງຂ້ອຍສາມາດຮັບຮູ້ເລື່ອງລາວເຫຼົ່ານີ້ໄດ້ ເພາະຍັງມີເລື່ອງລາວອີກຫຼາກຫຼາຍ”

ຢ່າງໃດກໍຕາມ ທາງດ້ານຊາວເນັດ ອອກມາສະແດງຄວາມເຫັນຜ່ານໂລກໂໍຊຊຽວຢ່າງຫຼວງຫຼາຍ ມີທັງຄົນທີ່ເຫັນດີ ແລະ ບໍ່ເຫັນດີ ຄົນທີ່ບໍ່ເຫັນດີກໍບອກວ່າມັນບໍ່ກົງກັບປະຫວັດສາດ ທີ່ໃຫ້ນັກສະແດງຜິວດຳ ມາຮັບບົດຄີໂອພັດຕາ ຖືວ່າບໍ່ເໝາະສົມ ແຕ່ອີກສ່ວນໜຶ່ງໃຫ້ການສະໜັບສະໜູນ ແລະ ຖ້າເບິ່ງຊີຣີ້ເລື່ອງນີ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/