ປາກົດການທາງປະຫວັດສາດໄດ້ເກີດຂຶ້ນອີກຄັ້ງ ເມື່ອມູນຄ່າຂອງ Bitcoin ມີຄ່າເທົ່າກັບ 15 ETH ເປັນຄັ້ງທຳອິດໃນຮອບ 6 ປີ


ນັກວິເຄາະ Crypto ມັກຈະອີງໃສ່ຮູບແບບກຣາຟດ້ານເຕັກນິກເພື່ອກໍານົດທິດທາງຂອງລາຄາຂອງ Crypto ສະກຸນນັ້ນໆໃນອະນາຄົດ, ເເຕ່ໃນບາງຄັ້ງ Crypto ເອງກໍມີຄວາມສຳພັນທີ່ໜ້າສົນໃຈລະຫວ່າງ Crypto ດ້ວຍກັນເອງ ລວມເຖິງສອງ cryptocurrencies ທີ່ໃຫຍ່ທີ່ສຸດຕາມມູນຄ່າໃນຕະຫຼາດຄື Bitcoin ແລະ Ethereum.

ເຖິງເເມ່ນວ່າລາຄາຂອງທັງ Bitcoin ເເລະ Ethereum ຈະເພີ່ມຂຶ້ນຫຼາຍເມື່ອທຽບກັບ 6 ປີ ທີ່ຜ່ານມາ, ​ເເຕ່​ໃນ​ໄລຍະ​ນັ້ນ​ຄວາມ​ສຳພັນ​ຂອງ​ພວກມັນກໍ​ຢູ່​ໃນ​ລະດັບ​ດຽວ​ກັນ​.

ທັງນີ້ 1 BTC ໃນປັດຈຸບັນມີຄ່າເທົ່າກັບ 15 ETH ອີງຕາມຂໍ້ມູນຫຼ້າສຸດທີ່ບັນທຶກໄວ້ໂດຍນັກວິເຄາະ Crypto PlanB ແລະ ຖືກເເຊຣ໌ໃນວັນທີ 20 ເມສາ.

ໄລຍະເວລາທີ່ນັກວິເຄາະລາຄາ Crypto ລາຍນີ້ອ້າງອີງເຖິງແມ່ນຢູ່ໃນເດືອນພຶດສະພາ ປີ 2017, ເມື່ອ 1 Bitcoin ມີມູນຄ່າປະມານ 15 Ethereum ຫຼື ປະມານ 130 ໂດລາ ຕໍ່ຫຼຽນ. ອີງຕາມກຣາຟລາຄາຢ້ອນຫຼັງໃນ CoinMarketCap

ໃນຕອນນີ້ Bitcoin ມີມູນຄ່າເທົ່າກັບ 14,66 ETH, ຫາກອີງຈາກເເພລັດຟອມ DeFi ເເລະ ໃນປັດຈຸບັນ Bitcoin ມີມູນຄ່າຢູ່ທີ່ 28.926 ໂດລາ, ສ່ວນ Ethereum  ມູນຄ່າຢູ່ທີ່ 1.973 ໂດລາ.

ລາຄາ Bitcoin ລົດລົງ 1,02% ໃນ 24 ຊົ່ວໂມງທີ່ຜ່ານມາ ແລະ ລົດລົງ 3,27% ຕະຫຼອດອາທິດ, ແຕ່ກຣາຟລາຍເດືອນຍັງຄົງກໍາໄລຢູ່ທີ່ 3,57%. ສ່ວນລາຄາຂອງ Ethereum ລົດລົງ 0,25% ໃນມື້ນີ້ ແຕ່ເພີ່ມຂຶ້ນ 2,75% ໃນອາທິດທີ່ຜ່ານມາ, ໃນຂະນະທີ່ກຣາຟລາຍເດືອນຄົງກຳໄລຢູ່ທີ່ 13,11%.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/