ໂອກາດຄວ້າແຊ້ມ Premier League ຄັ້ງທຳອິດໃນຮອບ 19 ປີ ຂອງ Arsenal ທີ່ກຳລັງຈະຫຼຸດມື ຫຼັງເຮັດໄດ້ພຽງສະເໝີກັບ Southampton 3-3


ນັບໄດ້ວ່າເປັນອີກໜຶ່ງນັດສຳຄັນທີ່ ສະໂມສອນ ປືນໃຫຍ່ ອາເຊນອລ ບໍ່ສາມາດເກັບໄຊໄດ້ ຫຼັງເຮັດໄດ້ພຽງ ເປີດບ້ານ ສະເໝີກັນກັບ ເຊົາແທັມຕັນ ໄປ 3 ປະຕູຕໍ່ 3 ເຮັດໃຫ້ນັບຈາກນີ້ໄປ ການທີ່ວ່າພວກເຂົາຈະສາມາດຄວ້າແຊ້ມ Premier League ສະໄໝທີ 4​ ໄດ້ຫຼືບໍ່ນັ້ນ ຈະບໍ່ໄດ້ຂຶ້ນນຳພວກເຂົາແຕ່ຝ່າຍດຽວອີກຕໍ່ໄປ.

ຜົນການສະເໝີຂອງ ອາເຊນອລ ແລະ ເຊົາແທັມຕັນ ໃນຄໍ່າຄືນທີ່ຜ່ານມານັ້ນ ໄດ້ສ້າງຄວາມເສຍຫາຍໃຫ້ກັບ ອາເຊນອລ ຢ່າງໃຫຍ່ຫຼວງ ເນື່ອງຈາກເທົ່າກັບວ່າຮອດຕອນນີ້ ພວກເຂົາລົງແຂ່ງແລ້ວ 32 ນັດ ເກັບໄປ 75 ຄະແນນ. ແຕ່ອັນດັບ 2 ທີ່ເປັນຜູ້ທ້າຊິງໃນປີນີ້ ຢ່າງ ແມນຊິຕີ້ນັ້ນ ລົງຫຼິ້ນໄປພຽງ 30 ນັດ ເກັບໄປ 70 ຄະແນນ ນັ້ນໝາຍຄວາມວ່າ ແມນຊິຕີ້ ຊະນະອີກ ພຽງ 2 ນັດ ກໍຈະມີຄະແນນແຊງ ອາເຊນອລ ຂຶ້ນໄປເປັນອັນດັບ 1 ທັນທີ.

ຢ້ອນກັບໄປກ່ອນໜ້ານີ້ ໃນໄລຍະປາຍປີ 2022 ອາເຊນອລ ນັ້ນຖືກເບິ່ງວ່າປີນີ້ ພວກເຂົາເປັນທີມທີ່ເຂົ້າໃກ້ໂອກາດການຄວ້າແຊ້ມ Premier League ທີ່ສຸດໃນລະດູການນີ້ ດ້ວຍຟອມການຫຼິ້ນຂອງນັກເຕະ ແລະ ຄະແນນທີ່ນຳຫ່າງຈາກອັນດັບ 2. ແຕ່ເມື່ອເຂົ້າປີ 2023 ມາ ຫຼາຍຢ່າງກໍເລີ່ມປ່ຽນໄປ ພວກເຂົາເລີ່ມມີການສະເໝີຫຼາຍຂຶ້ນ ສວນທາງກັບທີມຜູ້ທ້າຊິງຢ່າງ ແມນຊິຕີ້ ທີ່ເຮັດຜົນງານໄດ້ດີຢ່າງຕໍ່ເນື່ອງ ຈົນມີຄະແນນໄລ່ຕິດຕາມມາແບບຕິດໆ.

ແຕ່ຢ່າງໃດກໍຕາມ ອາເຊນອລ ກໍຍັງມີໂອກາດຍາດເອົາສິດໃນການຄວ້າແຊ້ມກັບຄືນມາອີກຄັ້ງໜຶ່ງໄດ້ຢູ່ ເນື່ອງຈາກວ່າໃນວັນທີ 27 ເມສານີ້ ພວກເຂົາມີຄິວບຸກໄປຢາມ ແມນຊິຕີ້ ແລະ ຖ້າພວກເຂົາຊະນະໄດ້ ໂອກາດຄວ້າແຊ້ມ Premier League ຄັ້ງທຳອິດໃນຮອບ 19 ປີ ກໍຄົງຢູ່ບໍ່ໄກ. ແຕ່ວ່າ ຖ້າພວກເຂົາພົບກັບຄວາມປະລາໄຊໃນນັດທີ່ຈະພົບກັບ ແມນຊິຕີ້ ນີ້ ແຊ້ມ Premier League ສະໄໝທີ 4 ຂອງ ພວກເຂົານັ້ນ ອາດຈະຕ້ອງຖ້າກັນອີກຕໍ່ໄປ.

ສຳລັບແຟນໆຂອງ ອາເຊນອລ ກໍຍັງຕ້ອງລຸ້ນຕ້ອງເຊຍຕໍ່ໄປ ເພາະປີນີ້ເປັນປີທີ່ອາເຊນອລ ນັ້ນເຂົ້າໃກ້ກັບຄຳວ່າ ແຊ້ມ Premier League ສະໄໝທີ 4 ຫຼາຍທີ່ສຸດແລ້ວນັບແຕ່ປີ 2003 ບວກກັບໃນປີນີ້ ອາເຊນອລ ນັ້ນມີກຳມະພັນຂອງທີມທີ່ຈະເປັນແຊ້ມຢ່າງເຕັມຕົວ ນັ້ນກໍຄືການທີ່ມັກຈະເອົາຕົວລອດຈາກນັ້ນກຳລັງຈະພົບກັບຄວາມປະລາໄຊ ໄດ້ຫຼາຍຕໍ່ຫຼາຍນັດ.

ຂອບໃຈຂໍ້ມູນຈາກ: https://bit.ly/40tod48

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/