Twitter ຖືກຟ້ອງຈາກບໍລິສັດເພງຊື່ດັງ ເນື່ອງຈາກປ່ອຍໃຫ້ຜູ້ໃຊ້ງານເຜີຍແຜ່ເພງແບບລະເມີດລິຂະສິດ


The National Music Publishers’ Association (NMPA) ເຊິ່ງເປັນສະມາຄົມຜູ້ຈັດຈຳໜ່າຍເພງຂອງສະຫະລັດອາເມຣິກາ ໄດ້ຍື່ນຟ້ອງຮ້ອງທາງ Twitter ພ້ອມກັບເອີ້ນຄ່າເສຍຫາຍເປັນຈຳນວນເງິນ 250 ລ້ານໂດລາ ໂດຍກ່າວຫາວ່າທາງ Twitter ໄດ້ປ່ອຍໃຫ້ຜູ້ໃຊ້ງານເຜີຍແຜ່ເພງແບບລະເມີດລິຂະສິດ.

ໂດຍສະມາຊິກຂອງ The National Music Publishers’ Association (NMPA) ປະກອບດ້ວຍຫຼາກຫຼາຍບໍລິສັດເພງເຊັ່ນ: Sony Music Publishing, BMG Rights Management ແລະ Universal Music Publishing Group ໄດ້ລະບຸລາຍຊື່ເພງປະມານ 1.700 ເພງທີ່ຖືກລະເມີດ ພ້ອມກັບກ່າວຫາວ່າທາງ Twitter ເກັບກ່ຽວຜົນກຳໄລມະຫາສານຈາກການຈຳໜ່າຍເພງທີ່ບໍ່ມີລິຂະສິດໂດຍບໍ່ຕ້ອງຈ່າຍຄ່າທຳນຽມໃບອະນຸຍາດ.

ການລະເມີດດັ່ງກ່າວເຮັດໃຫ້ Twitter ມີຂໍ້ໄດ້ປຽບທີ່ບໍ່ເປັນທຳເໜືອຄູ່ແຂ່ງເຊິ່ງລວມໄປຮອດ TikTok, Facebook, Instagram, YouTube ແລະ Snapchat ທີ່ໄດ້ຈ່າຍຄ່າລິຂະສິດເພງ. ທາງປະທານ NMPA ທ່ານ David Israelite ໄດ້ອອກມາຖະແຫຼງວ່າ Twitter ເປັນແພລັດຟອມໂຊຊຽວມີເດຍທີ່ໃຫຍ່ທີ່ສຸດທີ່ປະຕິເສດການຂໍອະນຸຍາດໃຊ້ລິຂະສິດເພງຫຼາຍລ້ານເພງໃນການບໍລິການ ພ້ອມຍັງກ່າວວ່າ ການປ່ຽນແປງຄວາມເປັນເຈົ້າຂອງ Twitter ໃນເດືອນຕຸລາ 2022 ບໍ່ໄດ້ນຳໄປສູ່ການປັບປຸງໃນການດຳເນີນການກ່ຽວກັບລິຂະສິດ ໃນທາງກົງຂ້າມ ການດຳເນີນການພາຍໃນຂອງ Twitter ທີ່ກ່ຽວກັບປະເດັນນີ້ກຳລັງເຂົ້າຂັ້ນສັ່ນຄອນ.

ທາງ The National Music Publishers’ Association (NMPA) ຍັງຊີ້ໃຫ້ກັນວ່າການລະເມີດລິຂະສິດຫຼາຍຂຶ້ນນັບຕັ້ງແຕ່ Elon Musk ໄດ້ເຂົ້າມາຊື້ກິດຈະການ Twitter ໃນເດືອນຕຸລາ 2022 ທີ່ຜ່ານມາ ພ້ອມເຊື່ອວ່າ Twitter ສົ່ງເສີມການລະເມີດລິຂະສິດ ເພື່ອດຶງດູດການເຂົ້າມາໃຊ້ງານ ແລະ ເອົາລາຍໄດ້ຈາກໂຄສະນາທີ່ເຮັດໃຫ້ Twitter ໄດ້ປຽບກວ່າແພລັດຟອມໂຊຊຽວມີເດຍອື່ນທີ່ເຮັດຢ່າງຖືກຕ້ອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/