ເປັນໄປໄດ້! Toyota ເລັ່ງພັດທະນາ ລົດໄຟຟ້າແບັດເຕີຣີ solid-state ສາກເຕັມໃນ 10 ນາທີ ແລ່ນໄດ້ 1.200 ກິໂລແມັດ ຄາດສຳເລັດໃນປີ 2027


ນັບເປັນອີກໜຶ່ງກ້າວຂອງວົງການລົດໄຟຟ້າ ເມື່ອ Toyota ບໍລິສັດຜູ້ຜະລິດລົດຊັ້ນນໍາຂອງໂລກ ໄດ້ມີແຜນອັນຍິ່ງໃຫຍ່ສຳລັບອະນາຄົດຂອງລົດໄຟຟ້າ  ໂດຍການພັດທະນາລົດໄຟຟ້າທີີ່ໃຊ້ ແບັດເຕີຣີ solid-state ທີ່ຈະເຮັດໃຫ້ການສາກ 0-100% ເຕັມພາຍໃນ 10 ນາທີ ແລະ ການສາກຄັ້ງດຽວສາມາດແລ່ນໄດ້ 1.200 ກິໂລແມັດ ຄາດການສຳເລັດໃນປີ 2027.

ໂດຍລົດໄຟຟ້າໃນປັດຈຸບັນໃຊ້ແບັດເຕີຣີລິທຽມໄອອອນ (Lithium Ion) ເຖິງແມ່ນວ່າຈະເຮັດວຽກໄດ້ດີ ແຕ່ກໍມີຂໍ້ຈຳກັດບາງປະການເຊັ່ນ ໃຊ້ເວລາດົນໃນການສາກ ແລະ ບໍ່ສາມາດໃຫ້ພະລັງງານແກ່ລົດໃນໄລຍະທາງໄກໆ ໄດ້ດ້ວຍການສາກພຽງຄັ້ງດຽວ.

ແຕ່ສຳລັບແບັດເຕີຣີ solid-state ນັ້ນແຕກຕ່າງອອກໄປດ້ວຍຄວາມປອດໄພກວ່າ ເພາະມີໂອກາດໜ້ອຍທີ່ຈະຮ້ອນຫຼາຍເກີນໄປ. ນອກຈາກນີ້ຍັງຊ່ວຍໃຫ້ສາມາດເກັບພະລັງງານໄດ້ຫຼາຍຂຶ້ນ ເຊິ່ງໝາຍຄວາມວ່າສາມາດໃຫ້ພະລັງງານແກ່ລົດໃນໄລຍະທາງທີ່ໄກຂຶ້ນ ແລະ ຂໍ້ໄດ້ປຽບທີ່ສຸດແມ່ນສາມາດສາກໄດ້ຢ່າງໄວວາ ເຊິ່ງສິ່ງນີ້ອາດຈະເປັນຈຸດປ່ຽນ ຂອງຂໍ້ຫຍຸ້ງຍາກທີ່ວ່າ ການໃຊ້ລົດໄຟຟ້າ ນັ້ນສາກດົນ ແລະ ບໍ່ມີຄວາມສະດວກສະບາຍຄືກັບການໃຊ້ລົດຕື່ມນໍ້າມັນ.

ແຕ່ແບັດເຕີຣີ solid-state ກໍມີຂໍ້ເສຍທີ່ໃຫຍ່ເຊັ່ນກັນກໍຄື ການຈະຜະລິດແບັດເຕີຣີ solid-state ເປັນຈໍານວນຫຼາຍໆນັ້ນມີຄວາມຫຍຸ້ງຍາກຫຼາຍ ເນື່ອງຈາກແບັດເຕີຣີ solid-state ນັ້ນເສື່ອມສະພາບໄວກວ່າແບັດເຕີຣີແບບທົ່ວໆໄປ ແລະ ສາມາດສາກໄດ້ໜ້ອຍເທື່ອກ່ອນຈະໝົດອາຍຸການໃຊ້ງານ ເຊິ່ງບໍ່ເໝາະກັບການຕ້ອງມາເປັນແບັດເຕີຣີ ຂອງລົດໄຟຟ້າ ທີ່ຕ້ອງສາກຊໍ້າໄປຊໍ້າມາໄດ້ຫຼາຍເທື່ອໃນຕະຫຼອດອາຍຸການໃຊ້ງານຂອງມັນ.

ແຕ່ Toyota ໝັ້ນໃຈວ່າພວກເຂົາຈະສາມາດພັດທະນາ ແລະ ເອົາຊະນະອຸປະສັກດັ່ງກ່າວໄດ້ ເພາະພວກເຂົາຖືເປັນຜູ້ນຳໃນເລື່ອງສົງຄາມການພັດທະນາ ແບັດເຕີຣີ solid-state ໂດຍຖືຄອງສິດທິບັດຫຼາຍກວ່າ 1.000 ສະບັບ ແລະ ໃນປີ 2020 ພວກເຂົາເຄີຍທົດສອບລົດດ້ວຍ ແບັດເຕີຣີ solid-state ມາແລ້ວ.


ໂດຍເຖິງແມ່ນວ່າຈະມີຄວາມທ້າທາຍເລື່ອງລາຄາທີ່ສູງກວ່າລົດໄຟຟ້າ ແບັດເຕີຣີແບບ ທຽມໄອອອນ ຫຼາຍ ແຕ່ປະໂຫຍດທີ່ຫຼາຍກວ່າ ເຮັດໃຫ້ບໍລິສັດຫຼາຍແຫ່ງກຳລັງລະດົມທຶນໃນການວິໄຈ ແລະ ພັດທະນາ ແບັດເຕີຣີ solid-state. ເຊັ່ນ Nissan ກໍວາງແຜນຈະໃຊ້ແບັດເຕີຣີ solid-state ໃນປີ 2028 ແລະ BMW ກໍວາງແຜນຈະສຳເລັດການພັດທະນາແບັດເຕີຣີ solid-state ໃນປີ 2030.

ຂອບໃຈຂໍ້ມູນຈາກ: Nikkei Asia, The Standard Wealth, electrek

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/