ສະພາແຫ່ງຊາດ ສຳຫຼວດກວດກາຄືນ ຂອງບັນດາພະນັກງານໃນວິທີການເຮັດວຽກ ຄຸນສົມບັດ ແລະ ແຜນວຽກງານ


ວັນທີ 13 ມິຖຸນາ 2023 ນີ້, ທີ່ສະພາແຫ່ງຊາດ ຄະນະບໍລິຫານງານພັກສະພາແຫ່ງຊາດ ໄດ້ດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກສະພາແຫ່ງຊາດ ສະໄໝທີ IV ເພື່ອທາບທາມຄວາມໄວ້ວາງໃຈຕໍ່ການນໍາພາລວມ ແລະ ບຸກຄົນ ຄະນະບໍລິຫານງານພັກສະພາແຫ່ງຊາດ ກາງສະໄໝ ທີ IV ໂດຍການເປັນປະທານຂອງສະຫາຍ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກສະພາແຫ່ງຊາດ, ປະທານສະພາແຫ່ງຊາດ, ມີບັນດາສະຫາຍຄະນະປະຈໍາພັກ, ກໍາມະການຄະນະບໍລິຫານງານພັກສະພາແຫ່ງຊາດ, ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ຫ້ອງວ່າການສູນກາງພັກ, ບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານຄະນະເລຂາທິການ ແລະ ບັນດາສະຫາຍສະມາຊິກພັກທົ່ວອົງຄະນະພັກສະພາແຫ່ງຊາດ ທີ່ມີຕໍາແໜ່ງບໍລິຫານຂັ້ນຮອງຫົວໜ້າກົມ ແລະ ທຽບເທົ່າເຂົ້າຮ່ວມ ທັງໝົດ 97 ສະຫາຍ.

​ໃນພິທີເປີດກອງປະຊຸມ ສະຫາຍ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກສະພາແຫ່ງຊາດ, ປະທານສະພາແຫ່ງຊາດ, ໄດ້ກ່າວວ່າ: ມື້ນີ້, ຄະນະບໍລິຫານງານພັກສະພາແຫ່ງຊາດ ໄດ້ດໍາເນີນກອງປະຊຸມ ເພື່ອທາບທາມຄວາມໄວ້ວາງໃຈຕໍ່ການນໍາພາລວມ ແລະ ບຸກຄົນຂອງຄະນະບໍລິຫານງານພັກສະພາແຫ່ງຊາດ ກາງສະໄໝທີ IV ຂອງຕົນຂຶ້ນຢ່າງເປັນທາງການ ເຊິ່ງກອງປະຊຸມຄັ້ງນີ້ ແມ່ນເພື່ອສໍາຫຼວດກວດກາຄືນ ການນໍາພາ-ຊີ້ນໍາຂອງຄະນະບໍລິຫານງານພັກສະພາແຫ່ງຊາດ ກາງສະໄໝ ເຊິ່ງຈະໄດ້ຍົກໃຫ້ເຫັນການຊີ້ນໍາ-ນໍາພາ ຂອງອົງຄະນະພັກສະພາແຫ່ງຊາດ ສະໄຫມທີ IV ໃນໄລຍະ 1 ປີກວ່າທີ່ຜ່ານມາ ກໍຄືການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຈະໄດ້ຍົກໃຫ້ເຫັນດ້ານດີ ແລະ ຜົນສໍາເລັດ ໃນຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ການເມືອງ, ຄວາມຮັບຜິດຊອບໃນການຜັນຂະຫຍາຍບັນດາມະຕິ, ຄໍາສັ່ງ ແລະ ເອກະສານສໍາຄັນຕ່າງໆຂອງພັກ, ການນໍາພາດ້ານການເມືອງ-ແນວຄິດ, ການກໍ່ສ້າງພັກ-ພະນັກງານ, ປັບປຸງກົງຈັກການຈັດຕັ້ງ, ແບບແຜນການນໍາພາ ແລະ ວິທີເຮັດວຽກ, ນໍາພາອົງການຈັດຕັ້ງມະຫາຊົນ, ວຽກງານການເຄື່ອນໄຫວຕ່າງປະເທດ, ວຽກງານກວດກາ ແລະ ປ້ອງກັນພາຍໃນ ແລະ ອື່ນໆ.

ນອກຈາກນີ້ ຜູ້ແທນກອງປະຊຸມ ຍັງໄດ້ທາບທາມຄວາມໄວ້ວາງໃຈຕໍ່ການນໍາພາຂອງບຸກຄົນ ໃນຄະນະບໍລິຫານງານພັກສະພາແຫ່ງຊາດ ດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນດໍາລົງຊີວິດ, ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ຖືກມອບໝາຍ ແລະ ແບບແຜນນໍາພາ ແລະ ວິທີເຮັດວຽກ. ເພື່ອເຮັດໃຫ້ກອງປະຊຸມທາບທາມຄວາມໄວ້ວາງໃຈຕໍ່ການນໍາພາລວມ ແລະ ບຸກຄົນ ຄະນະບໍລິຫານງານພັກສະພາແຫ່ງຊາດ ກາງສະໄໝຄັ້ງນີ້ ດຳເນີນໄປດ້ວຍຜົນສໍາເລັດເປັນຢ່າງດີ, ສາມາດບັນລຸຕາມຈຸດປະສົງຄາດໝາຍທີ່ວາງໄວ້, ສະຫາຍ ປະທານກອງປະຊຸມ ຍັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍຜູ້ແທນກອງປະຊຸມ ຈົ່ງໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນ ສຸມໃສ່ຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຕົນຢ່າງເຕັມສ່ວນ ເພື່ອເປັນການຍົກສູງບົດບາດການຊີ້ນໍາ-ນໍາພາຂອງ ອົງຄະນະພັກສະພາແຫ່ງຊາດ.

ຂໍ້ມູນຈາກ: https://cutt.ly/CwrQ18Xh

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/