Johnny Depp ບໍລິຈາກເງິນທັງໝົດທີ່ຟ້ອງຊະນະ ອະດີດພັນລະຍາ Amber Heard


Johnny Depp ກັບມາສາຍແສງອີກຄັ້ງໃນງານເມືອງຄານ ຫຼັງຈາກຊະນະຄະດີຟ້ອງຮ້ອງອະດີດພັນລະຍາ Amber Heard ກໍຈະບໍລິຈາກເງິນທັງໝົດ 1 ລ້ານໂດລາ ໃຫ້ກັບອົງກອນການກຸສົນທັງໝົດ 5 ແຫ່ງ.

ຫຼາຍຄົນອາດຮູ້ກັນດີກັບຄະດີຟ້ອງຮ້ອງລະຫວ່າງ Johnny Depp ແລະ ອະດີດພັນລະຍາ Amber Heard  ທີ່ຕໍ່ສູ້ກັນຢູ່ໃນຊັ້ນສານເປັນເວລາຫຼາຍກວ່າ 2 ເດືອນ ເມື່ອປີ 2022 ທີ່ຜ່ານມາ ເຊິ່ງໃນຄະດີນີ້ທາງ Johnny Depp ຊະນະຄະດີໂດຍທາງ ອະດີດພັນລະຍາ Amber Heard ຕົກລົງທີ່ຈະຈ່າຍຄ່າເສຍຫາຍໃຫ້ Johnny Depp 1 ລ້ານໂດລາ.

ໃນເວລານັ້ນຄະນະລູກຂຸນໄດ້ຕັດສິນໃຈໃຫ້ Amber Heard ຕ້ອງຈ່າຍຄ່າຊົດເຊີຍໃຫ້ທາງ Johnny Depp ເປັນເງິນຈຳນວນ 15 ​ລ້ານໂດລາ ແຕ່ທາງ Amber Heard ກັບບອກວ່າຕົນເອງບໍ່ມີເງິນຈ່າຍ ສຸດທ້າຍທັງສອງໄດ້ຕົກລົງກັນທີ່ 1 ລ້ານໂດລາ ໂດຍທາງ Johnny Dep ກຳລັງວາງແຜນທີ່ຈະນຳເງິນທັງໝົດ 1 ລ້ານໂດລາ ຈາກການຊະນະຄະດີຟ້ອງຮ້ອງອະດີດພັນລະຍາ Amber Heard ໄປບໍລິຈາກໃຫ້ອົງກອນການກຸສົນ ຈຳນວນ 5 ແຫ່ງ ຈະບໍລິຈາກໃຫ້ເທົ່າກັນໂດຍແຕ່ລະອົງກອນຈະໄດ້ຮັບການບໍລີຈາກເປັນ ເງິນຈຳນວນ 200.000 ໂດລາ.

ພ້ອມກັນນັ້ນ Johnny Depp ຍັງໄດ້ໃຫ້ສຳພາດກັບສຳນັກຂ່າວ CNN ວ່າ “ຂ້ອຍຍິນດີເປັນຢ່າງຍິ່ງທີ່ຈົບເລື່ອງສຸດແສນເຈັບປວດນີ້ຢ່າງເປັນທາງການເພື່ອຕົວຂ້ອຍເອງ ເຊິ່ງມັນກໍສະແດງໃຫ້ເຫັນຢ່າງຊັດເຈນແລ້ວວ່າຕະຫຼອດຂະບວນການວ່າລຳດັບຄວາມສຳຄັນຂອງເຂົາຄືການນຳສະເໜີຄວາມຈິງ”

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/