ປາກົດການທາງທຳມະຊາດ El Niño ຈະສົ່ງຜົນກະທົບຕໍ່ໂລກເຮົາເເນວໃດໃນປີ 2023–2024 ນີ້


ປະເທດຕ່າງໆກຳລັງກຽມຕົວຮັບມືກັບສະພາບອາກາດທີ່ຮ້າຍເເຮງໃນທ້າຍປີນີ້, ເນື່ອງຈາກໂລກຂອງເຮົາກຳລັງຈະປະເຊີນກັບປາກົດການ El Niño .

El Niño ເເມ່ນປາກົດການທາງທໍາມະຊາດທີ່ເຮັດໃຫ້ເກີດພາຍຸໄຊໂຄນເຂດຮ້ອນໃນມະຫາສະໝຸດປາຊີຟິກ ເເລະ ເປັນການເພີ່ມປະລິມານນ້ຳຝົນ ເຊິ່ງກໍ່ໃຫ້ເກີດນ້ຳຖ້ວມໃນບາງພື້ນທີ່ຂອງສະຫະລັດອາເມຣິກາ ເເລະ ບ່ອນອື່ນໆໄດ້.

ໃນວັນພະຫັດທີ່ຜ່ານມາ, ອົງການ​ຄຸ້ມ​ຄອງ​ມະຫາ​ສະໝຸດ ​ແລະ ບັນຍາກາດ​ແຫ່ງ​ຊາດ​ຂອງສະຫະລັດອາເມຣິກາ (NOAA) ​ໄດ້​ປະກາດ​ວ່າ El Niño ກຳລັງ​ເກີດ​ຂຶ້ນ.

ນັກອຸຕຸນິຍົມວິທະຍາຄາດການວ່າ ປາກົດການ El Niño ບວກກັບພາວະໂລກຮ້ອນເກີນໄປຈາກການປ່ຽນເເປງຂອງສະພາບອາກາດໃນປັດຈຸບັນ ຈະເຮັດໃຫ້ອຸນຫະພູມໂລກເພີ່ມຂຶ້ນສູງສຸດເປັນປະຫວັດສາດອີກຄັ້ງ, ໂດຍໃນຄັ້ງສຸດທ້າຍທີ່ປາກົດການ El Niño ເກີດຂຶ້ນໃນປີ 2016 ໄດ້ເຮັດໃຫ້ໂລກຂອງເຮົາມີອຸນຫະພູມສູງສຸດເປັນປະຫວັດສາດ.

ຜູ້ຊ່ຽວຊານຍັງມີຄວາມເປັນຫ່ວງກ່ຽວກັບສິ່ງທີ່ເກີດຂຶ້ນໃນມະຫາສະໝຸດ ເຊິ່ງນໍ້າໃນປາຊີຟິກຕາເວັນອອກຈະອຸ່ນກວ່າປົກກະຕິ. ໂດຍກ່ອນທີ່ປາກົດການ El Niño ເລີ່ມຕົ້ນຂຶ້ນໃນເດືອນພຶດສະພາ ອຸນ​ຫະ​ພູມຜິວນ້ຳ​ທະ​ເລ​ສະ​ເລ່ຍ​ທົ່ວ​ໂລກ​ນັ້ນເພີ່ມສູງຂຶ້ນກວ່າຄັ້ງອື່ນໆປະມານ 0,2 ອົງສາຟາເຣນຮາຍ.

ໃນລະຫວ່າງທີ່ເກີດປະກົດການ El Niño ພາກ​ໃຕ້​ຂອງ​ສະຫະລັດ​ອາ​ເມ​ຣິກາຈະ​ມີ​ອຸນຫະພູມທີ່ລົດລົງ​ ​ແລະ ​ມີ​ຝົນຕົກ​ຫຼາຍ​ກວ່າ​ເກົ່າ. ໃນຂະນະທີ່ພາກຕາເວັນຕົກຂອງສະຫະລັດ ແລະ ແຄນາດາແມ່ນມີອຸນຫະພູມທີ່ເພີ່ມຂຶ້ນ ແລະ ແຫ້ງແລ້ງ ໃນຂະນະ​ທີ່​ພາຍຸ​ໄຊ​ໂຄນ​ເຂດ​ຮ້ອນ​ກຳລັງ​ເຄື່ອນທີ່ເຂົ້າ​​ຫາ​ໝູ່​ເກາະ​ປາຊີ​ຟິກ.

ປາກົດການ El Niño ໃນປີນີ້ອາດຈະເຮັດໃຫ້ເສດຖະກິດທົ່ວໂລກເສຍຫາຍເຖິງ 3 ພັນຕື້ໂດລາ. ອີງ​ຕາມຜົນ​ການ​ສຶກ​ສາ​ທີ່ຖືກຕີ​ພິມ​ໃນ​ວາ​ລະ​ສານ​ Science ​ໂດຍລະບຸວ່າ ສະ​ພາບ​ອາ​ກາດ​ທີ່​ຮ້າຍ​ແຮງ​ຈະ​ເຮັດ​ໃຫ້​ GDP ລົດລົງຍ້ອນມັນທໍາລາຍຜົນຜະລິດທາງກະສິກໍາ ​ແລະ​ ຊ່ວຍ​ແຜ່​ເຊື້ອ​ພະຍາດ.

ທີ່ມາ:

https://cutt.ly/wwrhPFwG

https://cutt.ly/qwrhAafh

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/