eToro ປະກາດລຶບລາຍຊື່ຫຼຽນໂທເຄັນ ALGO, MANA, MATIC ເເລະ DASH ຫຼັງຈາກຖືກ SEC ລະບຸວ່າເປັນຫຼັກຊັບ


ໃນວັນທີ 12 ມິຖຸນາ eToro US ເເພລັດຟອມເທຣດ crytpo ລາຍຍ່ອຍໄດ້ລະງັບການຊື້ຫຼຽນໂທເຄັນ Algorand, Decentraland, Polygon ເເລະ Dash ສຳລັບລູກຄ້າໃນສະຫະລັດອາເມຣິກາ, ໂດຍ eToro ໄດ້ລະບຸວ່າ ທາງບໍລິສັດກຳລັງກວດສອບລາຍຊື່ Crypto ເຫຼົ່ານີ້ “ໃນເເງ່ຂອງການຄຸ້ມຄອງດູເເລທີ່ພັດທະນາໄດ້ຢ່າງວ່ອງໄວ” ເເລະ “ໃນການພັດທະນາຫຼ້າສຸດ” ຂອງ SEC

eToro ກ່າວວ່າ: “ພວກເຮົາຍັງຄົງເປັນຜູ້ສະໜັບສະໜູນສິນຊັບ Crypto ເເລະ ໃຫ້ຄວາມສຳຄັນໃນການເຮັດຜູ້ໃຊ້ບໍລິການຂອງພວກເຮົາສາມາດເຂົ້າເຖິງສິນຊັບໄດ້ຫຼາກຫຼາຍປະເພດລວມເຖິງຮຸ້ນ, ETF ເເລະ Option ຂອງພວກເຮົາທີ່ເຮັດວຽກຮ່ວມກັບໜ່ວຍງານຄຸ້ມຄອງດູເເລທົ່ວໂລກຢ່າງໃກ້ຊິດເພື່ອສ້າງອຸດສະຫະກຳຂອງ Crypto ເເລະ ປະສົບຜົນສຳເລັດທີ່ນັກລົງທຶນທົ່ວໄປສາມາດເຂົ້າເຖິງໄດ້”

ໂດຍທົ່ວໄປເເລ້ວບໍລິສັດຕ່າງໆ ມັກຈະດຳເນີນການເລື່ອງຕ່າງໆດ້ວຍຄວາມລະມັດລະວັງ, ຈາກເຫດການທີ່ SEC ທີ່ໄດ້ຟ້ອງຮ້ອງ Binance ແລະ Coinbase ພ້ອມລະບຸວ່າສິນຊັບສ່ວນໃຫຍ່ຂອງພວກເຂົາປະກອບມີ ADA, SOL, MATIC, MANA, ALGO, ແລະ cryptocurrencies ອື່ນໆທີ່ຖືກພິຈາລະນາວ່າເປັນຫຼັກຊັບ. ເເຕ່ eToro ນັ້ນກັບບໍ່ໄດກ່າວເຖິງການລະງັບກ່ຽວກັບຫຼຽນ Cardano ຫຼື Solana ກໍຖືກລະບຸວ່າເປັນຫຼັກຊັບໃນການຟ້ອງຮ້ອງເຊັ່ນດຽວກັນ.

ຢ່າງໃດກໍຕາມ, ເຖິງເເມ່ນວ່າໂທເຄັນຄື Algorand, Decentraland, Polygon ເເລະ Dash ຈະຖືກລຶບອອກຈາກລາຍຊື່ໃນເເພລັດຟອມເທຣດຂອງ eToro US , ເເຕ່ລູກຄ້າໃນສະຫະລັດກໍຍັງສາມາດຖື ເເລະ ຂາຍສິນຊັບນີ້ໄດ້ຢູ່

ທີີ່ມາ

https://cutt.ly/2wrePeQv

https://cutt.ly/QwrePfGo

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/