ກຽມເຊຍທີມຊາດລາວຊຸດ U17 ລົງສະໜາມຍາດ 3 ຄະແນນທຳອິດ ກັບທີມຊາດໄທ ໃນການແຂ່ງຂັນຊິງແຊ້ມອາຊີ 2023


ນັກກິລາບານເຕະບານເຕະ ທີມຊາດລາວ ຊຸດ U17 ກຽມລົງສະໜາມໄລ່ລ່າຄວາມສໍາເລັດໃນການແຂ່ງຂັນຊິງແຊ້ມອາຊີ 2023 ຮອບສຸດທ້າຍທີ່ປະເທດໄທ ແລະ ກຽມລົງສະໜາມນັດທໍາອິດຍາດ 3 ຄະແນນກັບເຈົ້າພາບຢ່າງທີມຊາດໄທ ໃນມື້ນີ້ເວລາ 19:00 ໂມງ ທີ່ສະໜາມກິ​ລ​າປະ​ທຸມ​ທາ​ນີ.

ນັບເປັນອີກໜຶ່ງໂອກາດໃນການສະແດງສີມື ແລະ ເກັບກ່ຽວປະສົບການສຳລັບທີມຊາດລາວຊຸດ U17 ຫຼື ຮຸ່ນອາຍຸບໍ່ເກີນ 17 ປີ. ໂດຍສະເພາະທີມຊາດລາວ ຊຸດ U17 ຊຸດນີ້ພາຍໃຕ້ການນໍາຂອງ ຫົວໜ້າຄູເຝິກ ທ່ານ ກັນລະຍາ ສີສົມຫວັງ ອະດີດກອງກາງທີມຊາດລາວ ທີ່ໄດ້ມີການ ບິນໄປເກັບຕົວເຖິງ ປະເທດ ກາຕ້າ ເພື່ອກະກຽມຄວາມພ້ອມເພື່ອລຸຍໃນການແຂ່ງຂັນຄັ້ງນີ້ ໂດຍສະເພາະ.

ໂດຍສຳລັບລາຍຊື່ 23 ນັກເຕະທີມຊາດລາວ ຢູ-17 ທີ່ເດີນທາງໄປໃນຄັ້ງນີ້ ປະກອບມີ ຜູ້ຮັກສາປະຕູ: ຈັນທະວີສຸກ ໝູວໍລະວົງ ຈາກແຂວງສະຫວັນນະເຂດ, ສຸກສະໝອນ ເວທີຕະ ຈາກສະໂມສອນ ຊ້າງນ້ອຍ ເອັບຊີ ແລະ ສຸລິສັກ ໝັ້ນປະເສີດ ຈາກສະໂມສອນ ຈຳປາສັກ.

ກອງຫຼັງປະກອບມີ: ອາລິຍາກອນ ຟອງສະຫວັນ ຈາກສະໂມສອນ ເອັດທີທີ, ດູລະໄນ ແກ້ວມະນີວົງ ຈາກສະໂມສອນ ເອັບຊີ ຈັນທະບູລີ, ຈັນທະວີສຸກ ພົງສະຫວັດ ຈາກສະໂມສອນ ຈຳປາສັກ, ຄໍາໝັ້ນ ທາປະເສີດ ຈາກແຂວງສະຫວັນນະເຂດ, ຂຸນວັງ ສູນດາລາ ຈາກສະໂມສອນ ນ້ຳທາ ຢູໄນເຕັດ, ສີສະຫວາດ ແກ້ວມຸງຄຸນ ຈາກ ສະໂມສອນ ນ້ຳທາ ຢູໄນເຕັດ ແລະ ໄຊຍະສຸກ ແກ້ວວິສອນ ຈາກສະໂມສອນ ເອສຣາ ເອັບຊີ.

ກອງກາງປະກອບມີ: ສາຍຝົນ ແກ້ວຫານາມ ຈາກສະໂມສອນ ນົນທະບູລີ (ປະເທດໄທ), ບິນລີ້ ໂດນສະໜູພິດ ຈາກສະໂມສອນ ເອສຣາ ເອັບຊີ, ຄູນທະວີ ທອງມະນີ ຈາກສະໂມສອນ ເອັບຊີ ຈັນທະບູລີ, ໄຊຍະຫວັດ ວັນສະຫວັດ ຈາກສະໂມສອນ ຈຳປາສັກ, ສຸລິນ ທໍາມະສອນ ຈາກສະໂມສອນ ນ້ຳທາ ຢູໄນເຕັດ, ຄຳສິງ ນາລິນທອນ ຈາກສະໂມສອນ ຊ້າງນ້ອຍ ເອັບຊີ, ເກດສະດາ ເດດກຸມມານ ຈາກສະໂມສອນ ກອງທັບ ເອັບຊີ, ພູສົມບູນ ປັນຍາວົງ ຈາກສະໂມສອນ ກອງທັບ ເອັບຊີ ແລະ ກາດໍາ ກອນເຍີ ຈາກ ແຂວງເຊກອງ

ສ່ວນກອງໜ້າປະກອບມີ ປີເຕີ້ ພັນທະວົງ ຈາກ ສະໂມສອນ ເອສຣາ ເອັບຊີ, ທະນູສັກ ນັນທະວົງດວງສີ ຈາກ ສະໂມສອນ ເອສຣາ ເອັບຊີ, ຊີການດາ ໄຊສົງຄາມ ຈາກ ສະໂມສອນ ຈຳປາສັກ ແລະ ເພັດສະໝອນ ສີຫາເທບ ຈາກ ສະໂມສອນ ຊ້າງນ້ອຍ ເອັບຊີ.

ໂດຍຕາຕະລາງການແຂ່ງຂັນຂອງທີມຊາດລາວ ຮອບແບ່ງກຸ່ມ ໃນວັນທີ 15 ມິຖຸນາ 2023 ເວລາ 19:00 ໂມງ ພົບ ທີມຊາດໄທ ເຈົ້າພາບ ທີ່ສະໜາມ ປະທຸມທານີ, ວັນທີ 18 ມິຖຸນາ 2023 ເວລາ 17:00 ໂມງ ພົບ ທີມຊາດເຢເມນ ທີ່ສະໜາມ ທຳມະສາດ ແລະ ວັນທີ 21 ມິຖຸນາ 2023 ເວລາ 19:00 ໂມງ ພົບ ທີມຊາດມາເລເຊຍ ທີ່ສະໜາມ ທຳມະສາດ.

ການແຂ່ງຂັນເຕະບານເຍົາວະຊົນຊາຍ ຮຸ່ນອາຍຸບໍ່ເກີນ 17 ປີ ຊີງແຊ້ມອາຊີ ປະຈຳປີ 2023 ຮອບສຸດທ້າຍ ທີ່ປະເທດໄທ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 15 ມິຖຸນາ ຫາ ວັນທີ 2 ກໍລະກົດ 2023 ໂດຍມີ 16 ທີມ ແບ່ງອອກເປັນ 4 ກຸ່ມ ຄື: ກຸ່ມ A: ໄທ ເຈົ້າພາບ, ເຢເມນ, ມາເລເຊຍ ແລະ ສປປ ລາວ; ກຸ່ມ B: ສ.ເກົາຫຼີ, ອີຣານ, ອັບການິສຖານ ແລະ ກາຕ້າ; ກຸ່ມ C: ທາຈິກິດສະຖານ, ອອສເຕຣເລຍ, ຊາອຸດີອາຣະເບຍ ແລະ ສປ ຈີນ; ກຸ່ມ D: ຍີ່ປຸ່ນ, ອິນເດຍ, ຫວຽດນາມ ແລະ ອຸສເບກິສຖານ.

ເຊິ່ງລາຍການນີ້ ອັນດັບທີ 1-4 ແມ່ນຈະໄດ້ສິດໄປແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 17 ປີ ຊີງແຊ້ມໂລກ 2023.

ຂອບໃຈຂໍ້ມູນ ແລະ ຮູບພາບຈາາກ: ຕລ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/