ໃນຍຸກທີ່ຂໍ້ມູນຂ່າວສານຖືກສົ່ງຕໍ່ຢ່າງວ່ອງໄວ ຈາກທີ່ເປັນຈົດໝາຍ, ໜັງສືພິມຈົນກາຍເປັນການສົ່ງຂໍ້ມູນແບບວິນາທີຕໍ່ວິນາທີ ພຽງແຕ່ປາຍນິ້ວສຳຜັດ ໂດຍສະເພາະໃນສື່ສັງຄົມອອນລາຍຢ່າງ Twitter ເຮົາຈະຮູ້ໄດ້ເແນວໃດວ່າຂໍ້ຄວາມທີ່ຖືກ retweet ສາມາດເຊື່ອໄດ້ເທົ່າໃດ.
ໃນຊ່ວງປີທີ່ຜ່ານມາ ໃນໂລກຂອງ Twitter ມີຂໍ້ມູນຈຳນວນບໍ່ໜ້ອຍທີ່ສ້າງຄວາມສັບສົນໃຫ້ກັບຜູ້ໃຊ້ງານ ແລະ ກໍ່ໃຫ້ເກີດການເຂົ້າໃຈຜິດ. ດ້ວຍເຫດນີ້, Twitter ໄດ້ເຫັນບັນຫາດັ່ງກ່າວຈຶ່ງໄດ້ມີການເປີດຕົວ “Birdwatch”
ໂຄງການທີ່ຈະເອົາຜູ້ໃຊ້ງານທະວີດເຕີກວ່າ 1000 ຄົນ ມາຊ່ວຍກັນສອດສ່ອງຂ່າວປອມທີ່ປົນຢູ່ໃນໜ້າທະວີດເຕີຂອງເຮົາ ທັງນີ້ ກໍແນໃສ່ເພື່ອຊ່ວຍກັນຍົກລະດັບຂໍ້ມູນຂ່າວສານໃນສັງຄົມທະວີດເຕີໃຫ້ເຊື່ອໄດ້ຫຼາຍຂຶ້ນ.

ເມື່ອກຸ່ມຕົວຢ່າງພົບຂໍ້ຄວາມທີ່ອາດຈະສ້າງຄວາມສັບສົນໃຫ້ຜູ້ໃຊ້ງານທະວິດເຕີ ກໍສາມາດສ້າງບ່ອນບັນທຶກ (Note) ແລະ ຂຽນຄຳອະທິບາຍເພີ່ມເຕີມວ່າຂໍ້ຄວາມດັ່ງກ່າວມີບັນຫາຫຍັງແດ່ ເຊັ່ນ ເປັນຂໍ້ມູນທີ່ບໍ່ມີການອັບເດດ ຫຼື ເປັນທະວີດປັ່ນປອມໆ ທີ່ອາດຖືກເຂົ້າໃຈວ່າເປັນເລື່ອງແທ້.

ໂດຍ Twitter ລະບຸວ່າໂຄງການ “Birdwatch” ນີ້ຍັງຢູ່ໃນຊ່ວງຮັບອາສາສະໝັກໃນອາເມຣິກາເພື່ອທົດສອບໂປຣແກຣມ ແລະ ຈະເຮັດການສຸ່ມຜູ້ໃຊ້ງານທີ່ມີຄວາມສົນໃຈ ແລະ ມີມຸມມອງທີ່ຫຼາກຫຼາຍເພື່ອບໍ່ໃຫ້ມີບັນຫາຄວາມເອນອຽງທີ່ອາດຈະເກີດຂຶ້ນໄດ້.
ພາບ: The Verge, twitter open source, KTLA
ຂອບໃຈຂໍ້ມູນຈາກ:
- https://apnews.com/article/twitter-launch-crowd-sourced-fact-check-589809d4c9a7eceda1ea8293b0a14af2
- https://www.seattletimes.com/business/twitter-launches-crowd-sourced-fact-checking-project/
- https://abcnews.go.com/Politics/wireStory/twitter-launches-crowd-sourced-fact-checking-project-75474588?fbclid=IwAR03hi0boqzQL_YKyZRksmmRK0_AQsS8Fmae4e5PNdsseNaDeUrT7H15oyg