ກຽມບອກລາ Twitter ແບບເກົ່າ Elon Musk ຈະປ່ຽນເປັນ X.com


Elon Musk ໄດ້ປະກາດວ່າ ສັນຍະລັກຂອງ Twitter ຈາກນົກຟ້າ ຈະກາຍມາເປັນ X ແນ່ນອນວ່ານີ້ເປັນການປ່ຽນແປງຄັ້ງຍິ່ງໃຫຍ່ຂອງທາງ Twitter ໂດຍ X.com ເປັນບໍລິສັດທີ່ Elon Musk ເປັນຜູ້ກໍ່ຕັ້ງມາຕັ້ງແຕ່ປີ 1999 ນັ້ນເອງ.

ເມື່ອວັນທີ 23 ກໍລະກົດ 2023 ທີ່ຜ່ານມາ Elon Musk  ໄດ້ໂພສໃນ Twitter ວ່າ ອີກບໍ່ດົນ ພວກເຮົາຈະກ່າວຄຳອຳລາກັບແບຣນ Twitter ແລະ ນົກຟ້າ ທັງໝົດຢ່າງຄ່ອຍເປັນຄ່ອຍໄປ ເຊິ່ງເປັນການປະກາດກຽມຣີແບຣນ Twitter ແບບເກົ່າອອກໃຫ້ໝົດເພື່ອປ່ຽນໄປເປັນ X.

ຫຼ້າສຸດ ຕອນນີ້ເວັັບໄຊຂອງ X.com ຈະປ່ຽນເສັ້ນທາງໄປເຂົ້າເວັບໄຊ Twitter ແທນແລ້ວ ພ້ອມກັບການປ່ຽນໂລໂກ້ຈາກຮູບນົກຟ້າທີ່ເຮົາຄຸ້ນເຄີຍໃຫ້ກາຍເປັນໂລໂກ້ X ເຊິ່ງເປັນແບບຊົ່ວຄາວ ພ້ອມທັງຍັງໄດ້ທະວີດຂໍ້ຄວາມເພີ່ມອີກວ່າ ເຂົາຕ້ອງການສື່ວ່າການປ່ຽນໂລໂກ້ ແລະ ໜ້າຕາບາງຢ່າງຂອງທາງ Twitter ໃຫ້ກາຍເປັນ X ບໍ່ວ່າຈະເປັນການເປີດໂຫວດເພື່ອສຳຫຼວດຄວາມຄິດເຫັນຂອງຜູ້ໃຊ້ ວ່າຈະເລີ່ມຕົ້ນມາເປັນສີດຳ ຫຼື ມີການທະວີດວ່າ “ຫາກມີຮູບໂລໂກ້ X ທີ່ດີໃນຄືນນີ້ ເຮົາຈະເຜີຍແຜ່ທົ່ວໂລກໃນມື້ອື່ນ”.

ໂດຍທີ່ຜ່ານມາ ທາງ Elon Musk ບໍ່ເຄີຍປິດບັງຄວາມຄິດທີ່ວ່າເຂົາຕ້ອງການທີ່ຈະຣີແບຣນໃໝ່. ໃນເດືອນ ເມສາ ເອງກໍໄດ້ມີການປ່ຽນຊື່ຂອງບໍລິສັດຢ່າງເປັນທາງການວ່າ  X Holdings Corp ເພື່ອສະທ້ອນວິໄສທັດໃນການໃນສ້າງ “X, the everything app” ທີ່ຈະເປັນທັງໂຊຊຽວມີເດຍ ແລະ ເປັນຟັງຊັນໃນການຊຳລະເງິນ ຄ້າຍກັບ WeChat ຈາກປະເທດຈີນນັ້ນເອງ.

ຢ່າງໃດກໍຕາມ ການປະກາດຣີແບຣນໃໝ່ໃນເທື່ອນີ້ອາດຈະເປັນໜຶ່ງໃນວີທີການປະກາດວ່າ Twitter ຈະບໍ່ແມ່ນໂຊຊຽວມີເດຍແບບເກົ່າອີກຕໍ່ໄປ ນັບຕັ້ງແຕ່ Elon Musk ເຂົ້າມາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/