Helsingin Sanomat ໜັງສືພິມລາຍໃຫຍ່ຈາກຟິນແລນ ອອກແບບ font ຕົວອັກສອນຊື່ “Climate Crisis” ເພື່ອໃຫ້ຄົນຫັນມາເອົາໃຈໃສ່ເຖິງພາວະໂລກຮ້ອນຫຼາຍຂຶ້ນ


ຈາກພາບນ້ຳກ້ອນໃນທະເລອາກຕິກທີ່ກຳລັງກະຈາຍອອກເປັນແຜ່ນນ້ອຍໆ ແລະ ຄາດວ່າຈະນ້ອຍລົງຈົນບໍ່ເຫຼືອພາຍໃນປີ 2050 ເຊິ່ງເປັນຜົນມາຈາກ “ພາວະໂລກຮ້ອນ”

ນັ້ນຈຶ່ງເປັນທີ່ມາຂອງຈຸດເລີ່ມຕົ້ນທີ່ເຮັດໃຫ້ “Helsingin Sanomat” ໜັງສືພິມລາຍໃຫຍ່ຈາກປະເທດຟິນແລນ ສ້າງຊຸດຕົວອັກສອນທີ່ຊື່ວ່າ “Climate Crisis” ຂຶ້ນມາເພື່ອໃຫ້ຜູ້ຄົນຫັນມາຄຳນຶງເຖິງບັນຫາພາວະໂລກຮ້ອນ ແລະ ເຂົ້າເຖິງບັນຫາດັ່ງກ່າວໄດ້ງ່າຍຫຼາຍຂຶ້ນ.

Helsingin Sanomat ໄດ້ຄວາມຄິດມາຈາກສູນຂໍ້ມູນສະໜັບສະໜູນການວິໄຈກ່ຽວກັບຂົ້ວໂລກ ແລະ ນ້ຳແຂງ (NSIDC) ຮ່ວມມືກັບຄະນະກຳມະການລະຫວ່າງລັດຖະບານວ່າດ້ວຍການປ່ຽນແປງສະພາບພູມອາກາດ (IPCC) ທີ່ໄດ້ຄາດການການລົດລົງຂອງນ້ຳແຂງໃນທະເລອາກຕິກຕັ້ງແຕ່ປີ 1979-2050 ຈຶ່ງໄດ້ເອົາຕົວເລກມາອອກແບບຊຸດຕົວອັກສອນ “Climate Crisis” ເຊິ່ງປະກອບໄປດ້ວຍ font ທັງໝົດ 8 ແບບ ຈາກປີ 1979, 1990, 2000, 2010, 2020, 2030, 2040, ແລະ 2050 ໂດຍແຕ່ລະແບບຈະສະແດງຄວາມໜາບາງໄປຕາມປະລິມານການລະລາຍນ້ຳແຂງຂອງປີນັ້ນໆ.

ນອກຈາກນີ້ ທາງ Helsingin Sanomat ຍັງໃຊ້ອັກສອນຊຸດນີ້ໃນບົດຄວາມກ່ຽວກັບພາວະໂລກຮ້ອນທີ່ໜັງສືພິມຕີພິມລະຫວ່າງປີ 1979-2020 ເພື່ອສະແດງໃຫ້ເຫັນວ່າບັນຫາທີ່ເກີດຂຶ້ນນັ້ນມັນສົ່ງຜົນກະທົບຫຼາຍປານໃດ.

“Climate Crisis” ເປີດໃຫ້ດາວໂຫຼດຟຣີ! ແລະ ຮອງຮັບການໃຊ້ງານໃນທຸກລະບົບປະຕິບັດການ. ພວກເຂົາຍັງແນະນຳວ່າ “ມັນຄືຈະເປັນເລື່ອງດີ ຖ້າຊຸດຕົວອັກສອນ Climate Crisis ນີ້ຖືກນຳໄປໃຊ້ກໍລະນີທີ່ເວົ້າເຖິງພາວະໂລກຮ້ອນຢ່າງກວ້າງຂວາງ”

ສາມາດດາວໂຫຼດຟຣີໄດ້ທີ່:

kampanjat.hs.fi/climatefont

ພາບ: campaignoftheworld.com

ຂອບໃຈຂໍ້ມູນຈາກ: