ມະນຸດໄປຢຽບດວງເດືອນໄດ້ແທ້ບໍ່?


ຈາກຄຳຖາມທີ່ວ່າ “ມະນຸດໄປຢຽບດວງເດືອນໄດ້ແທ້ບໍ່ ?” ເຊິ່ງຫຼາຍຄົນສົງໄສ ຈາກທີ່ເຫັນຜ່ານຂ່າວທາງໂທລະພາບ, ທາງສື່ສັງຄົມອອນລາຍມາແດ່ວ່າມີມະນຸດຈາກປະເທດນັ້ນປະເທດນີ້ໄດ້ຢຽບດວງເດືອນເປັນທີ່ຮຽບຮ້ອຍ ແຕ່ກໍຍັງບໍ່ເຊື່ອແບບເຕັມຮ້ອຍວ່າ “ມະນຸດໄປຢຽບດວງເດືອນໄດ້ແທ້ບໍ່?”

ທາງ Facebook Page ຂອງ ປ໋ອງແປ໋ງ ນັກວິທະຍາສາດ,​ ນັກດາຣາສາດ ຈາກປະເທດໄທກໍໄດ້ອອກມາໃຫ້ຄຳຕອບຄື ມະນຸດໄປຢຽບດວງເດືອນ “ໄດ້ແທ້” ເພາະມະນຸດເຮົາເຄີຍໄປສຳຫຼວດດວງເດືອນມາແລ້ວ ໃນໂຄງການ Apollo ຂອງນາຊາ ປະເທດສະຫະລັດອາເມຣິກາ, ແຕ່ພວກທິດສະດີສົມຄົບຄິດອ້າງວ່າ ການໄປຢຽບດວງເດືອນນັ້ນເປັນເລື່ອງຫຼອກລວງ ຍ້ອນວ່າ:

  1. ທຸງບໍ່ຄວນປິວໄປມາ ເພາະເທິງດວງເດືອນບໍ່ມີລົມ: ເຊິ່ງເບິ່ງດີໆຈະເຫັນວ່າ ທຸງບໍ່ໄດ້ປິວຢູ່ ແຕ່ມັນເກາະໄວ້ເທິງຮາວ
  1. ເທິງດວງເດືອນນັ້ນມັນແຫ້ງ ຈຶ່ງເປັນໄປບໍ່ໄດ້ທີ່ຮອຍເກີບນັກອະວະກາດຈະຈົມເລິກຄືກັບຢຽບລົງໃສ່ຂີ້ຕົມ: ດິນເທິງດວງເດືອນມີໂຄງສ້າງຕ່າງຈາກດິນເທິງໂລກ ດິນເທິງໂລກເວລາຖືກລົມຫຼືນຳ້ພັດຈະເປັນເມັດທີ່ຂ້ອນຂ້າງມົນ ແຕ່ດິນເທິງດວງເດືອນເປັນຫຼ່ຽມ ແລະ ຮູບຊົງບໍ່ສະໝຳ່ສະເໝີ ເມື່ອຢຽບລົງໄປເລີຍຮັກສາຮູບຮ່າງໄວ້ໄດ້
  1. ໃນຫຼາຍໆຮູບຖ່າຍ ເງົາຂອງວັດຖຸຊີ້ກັນໄປຄົນລະທາງ ຄືໃຊ້ແສງສະປອດໄລ ແຖມເງົາຂອງນັກບິນອະວະກາດຍັງບໍ່ເທົ່າກັນທັງທີ່ນັກບິນສູງເທົ່າກັນ: ເຊິ່ງແທ້ໆແລ້ວ ມັນເປັນເລື່ອງຂອງມຸມມອງ (Perspective)
  1. ເທິງດວງເດືອນນັ້ນບໍ່ມີຊັ້ນບັນຍາກາດ ໜ້າຈະເຫັນດາວຊັດເຈນກວ່າ ແຕ່ໃນຮູບຖ່າຍທີ່ຜ່ານມານັ້ນບໍ່ມີດາວຈັກດວງ: ກໍຍ້ອນວ່າພວກເຂົາປັບກ້ອງໃຫ້ເປີດຮູຮັບແສງເໝາະສົມກັບການເກັບພາບພາລະກິດ ແສງດາວຈຶ່ງບໍ່ຕິດໃນຮູບເປັນທຳມະດາ
  1. ເປັນຫຍັງຖ່າຍຮູບຍ້ອນແສງແລ້ວ ນັກບິນອະວະກາດບໍ່ມືດ ແຖມຍັງເບິ່ງຄືວ່າມີສະປອດໄລຊ່ວຍສ່ອງ: ຄຳຕອບຄືຜິວດວງເດືອນສະທ້ອນແສງດວງອາທິດທີ່ຊ່ວຍໃຫ້ນັກບິນອະວະກາດສະຫວ່າງໄດ້ເຖິງແມ່ນວ່າຢູ່ເງົາມືດ

ແລະ ນອກຈາກນີ້ ຍັງມີຫຼັກຖານອື່ນໆອີກຫຼວງຫຼາຍທີ່ຢັ້ງຢືນວ່າ ມະນຸດເຮົາໄດ້ໄປຢຽບດວງເດືອນມາແລ້ວ ເຊັ່ນ:

  • ມີການທົດລອງປ່ອຍຄ້ອນຕີແລະຂົນນົກໃນສະພາບສູນຍາກາດ ພົບວ່າມັນຕົກລົງພື້ນພ້ອມກັນ
  • ມີການນຳຫີນຈາກດວງເດືອນກັບມາໂລກຫຼາຍກິໂລກຣາມເພື່ອການສຶກສາ
  • ແວ່ນທີ່ວາງໄວ້ເທິງດວງເດືອນ ເຮັດໃຫ້ນັກດາຣາສາດຍິງແສງເລເຊີໄປສະທ້ອນກັບມາໂລກເພື່ອຄຳນວນຫາໄລຍະຈາກໂລກຈົນຮອດດວງຈັນໄດ້ຢ່າງລະອຽດ

ສະຫຼຸບແລ້ວ ມະນຸດເຮົາໄດ້ໄປຢຽບດວງເດືອນມາແລ້ວແທ້ໆ ເຊິ່ງຕອນນີ້ຫຼາຍປະເທດໃນທະວີບອາຊີ ເຊັ່ນ ຈີນ, ຍີ່ປຸ່ນ, ອິນເດຍ ກໍພາກັນແຂ່ງຂັນເພື່ອສົ່ງມະນຸດໄປດວງເດືອນເຊັ່ນກັນ.

ພາບ: nbcnews.com, newscientist.com, Universe today, iop.org

ທີ່ມາ: