TikTok ເອີ້ນໄດ້ວ່າເປັນແພລັດຟອມທີ່ໄດ້ຮັບຄວາມນິຍົມສູງສຸດໃນຂະນະນີ້ ດ້ວຍລູກຫຼິ້ນທີ່ຫຼາກຫຼາຍໃນການສ້າງຄອນເທັ້ນວິດີໂອຕ່າງໆ ແລະເຂົ້າເຖິງງ່າຍໃນກຸ່ມຄົນທຸກເພດທຸກໄວ. ແຕ່ວ່າເຖິງຈະມີຂໍ້ດີຫຼາຍຢ່າງ ແຕ່ຂໍ້ເສຍກໍມີຫຼາຍເຊັ່ນກັນ.

ເພາະເມື່ອບໍ່ດົນມານີ້ຜູ້ປົກຄອງຫຼາຍຄົນກໍາລັງເຮັດການຟ້ອງຮ້ອງ TikTok ເນື່ອງຈາກລູກໆຂອງພວກເຂົາຕ້ອງເສຍຊີວິດຈາກການຮັດຄໍຕົນເອງເພື່ອເຮັດ Blackout Challenge ຫຼື ການໝົດສະຢ່າງຕັ້ງໃຈ ຫຼັງຈາກທີ່ “algorithm” ຂອງ TikTok ສະແດງວີດີໂອຕ່າງໆ ຈາກ Challenge ນີ້ ໃຫ້ເດັກນ້ອຍເຫັນ.

ໂດຍ Blackout challenge ນີ້ ເປັນເທຣນທີ່ປາກົດຂຶ້ນໃນປີ 2021 ໂດຍມິວິທີການເຮັດຄື ຜູ້ທີ່ເຮັດຕາມ Challenge ຈະເອົາອຸປະກອນຫຍັງກໍໄດ້ມາຮັດຄໍຕົນເອງຈົນເຮັດໃຫ້ຄ່ອຍໆ ໝົດສະຕິໄປກໍຈະຖືວ່າພາລະກິດສຳເລັດ ແຕ່ວິທີການນີ້ມັນອັນຕະລາຍບໍ່ໜ້ອຍໄປກວ່າການຂ້າຕົວຕາຍເລີຍ.

ແລະໃນຂະນະເວລານັ້ນ TikTok ກໍຖືກຮ້ອງຮຽນກ່ຽວກັບ Challenge ນີ້ເຖິງຄວາມບໍ່ປອດໄພຕໍ່ຜູ້ໃຊ້ໂດຍສະເພາະເດັກນ້ອຍ ເພາະເຂົາເຈົ້າມັກຈະເຮັດຕາມກະແສໃໝ່ໆ ທີ່ກໍາລັງໄດ້ຮັບຄວາມນິຍົມເທິງແພລັດຟອມ ເຊິ່ງນັ້ນເຮັດໃຫ້ TikTok ເຄີຍສັນຍາວ່າຈະຈັດການກັບບັນຫາດັ່ງກ່າວແລ້ວ.  ຢ່າງໃດກໍຕາມຕະຫຼອດປີ 2021 ຜູ້ປົກຄອງແມ່ນຍັງພົບເຫັນລູກຫຼານຂອງເຂົາເຈົ້າເຮັດຕາມ Challenge ນີ້ຢູ່.

ແລະໃນເດືອນມິຖຸນາ 2022 ທີ່ຜ່ານມາ ມີຜູ້ປົກຄອງເດັກໄດ້ຟ້ອງຮ້ອງ TikTok ໂດຍອ້າງວ່າມີເດັກຢ່າງໜ້ອຍ 7 ຄົນເສຍຊີວິດໃນປີ 2021 ຂະນະທີ່ກໍາລັງເຮັດ Blackout Challenge ເຊິ່ງມັນກະຕຸ້ນໃຫ້ເດັກເຫຼົ່ານັ້ນຮັດຄໍຕົນເອງດ້ວຍການໃຊ້ສາຍແອວ, ສາຍກະເປົາ ຫຼື ສິ່ງຂອງທີ່ຄ້າຍຄືກັນຈົນເຮັດໃຫ້ເດັກໝົດສະຕິ ແລະ ເດັກທັງໝົດທີ່ເສຍຊີວິດແມ່ນມີອາຍຸຕໍ່າກວ່າ 15 ປີ.

ຄະດີຄວາມນີ້ແມ່ນຖືກຟ້ອງຮ້ອງຈາກ 2 ຄອບຄົວໃນຈໍານວນເດັກ 7 ຄົນທີ່ເສຍຊີວິດ ໂດຍພວກເຂົາກ່າວວ່າ ລູກໆຂອງພວກເຂົານັ້ນບໍ່ໄດ້ມີການຄົ້ນຫາ Challenge ແຕ່ເປັນລະບົບຂອງທາງ TikTok ໄດ້ນຳເອົາວິດີໂອຂອງເທຣນດັ່ງກ່າວມາວາງຕໍ່ໜ້າລູກຂອງພວກເຂົາ ພ້ອມລະບຸວ່າ TikTok ໄດ້ຕັດສິນວ່າ Blackout Challenge ທີ່ມີຄົນບີບຄໍຕົນເອງຈົນຕາຍແມ່ນເໝາະສົມກັບເດັກນ້ອຍ. ນອກຈາກນີ້ ພວກເຂົາຍັງກ່າວອີກວ່າ ເນື່ອງຈາກ TikTok ນັ້ນມັກຈະໂຄສະນາ ແລະສະໜັບສະໜູນບາງ Challenge ດັ່ງນັ້ນບໍລິສັດຈຶ່ງມີໜ້າທີ່ໃນການກວດສອບວິດີໂອແລະ Challenge ທີ່ຖືກແຊຣ໌, ຖືກໂພສ ແລະເຜີຍແຜ່ເທິງແພລັດຟອມຂອງຕົນ ເພື່ອໃຫ້ໝັ້ນໃຈວ່າເນື້ອໜ້າທີ່ຮຸນແຮງຈະບໍ່ຖືກໂພສ, ແຊຣ໌ ຫຼື ສະໜັບສະໜູນ.

ສ່ວນທາງ Tiktok ເອງໃນເບື້ອງຕົ້ນນັ້ນກໍໄດ້ອອກມາປະຕິເສດດ້ວຍການບອກວ່າ Blackout Challenge ບໍ່ເຄີຍເປັນເທຣນຂອງ TikTok ແທ້ໆ ເຊິ່ງຂໍ້ອ້າງກໍຖືຝ່າຍຜູ້ຟ້ອງຮ້ອງຕອບກັບໄປວ່າບໍລິສັດບໍ່ພຽງແຕ່ຜິດພາດໃນການປ້ອງກັນຜູ້ໃຊ້ທີ່ຍັງບໍ່ໄດ້ບັນລຸນິຕິພາວະຈາກເນື້ອຫາທີ່ເປັນອັນຕະລາຍ ແຕ່ຍັງສົ່ງເສີມເນື້ອຫາດັ່ງກ່າວອີກດ້ວຍ.

ສຸດທ້າຍນີ້ບໍລິສັດຕ້ອງປະເຊີນກັບການຟ້ອງຮ້ອງ ແລະ ຄ່າປັບໃໝຈຳນວນຫຼວງຫຼາຍ ເພາະນອກຈາກ Blackout Challenge ທີ່ເຮັດໃຫ້ເກີດການຟ້ອງແລ້ວ TikTok ນັ້ນຍັງມີເທຣນອັນຕະລາຍອື່ນໆ ອີກປະມານ 20 ລາຍການ ທີ່ຖືກລາຍງານໃນໄລຍະພຽງສອງສາມປີທີ່ຜ່ານມາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ