ຈົບໄປແລ້ວກັບເກມແດງເດືອດ ລະຫວ່າງ ແມນເຊັສເຕີ້ ຢູໄນເຕັດ ພົບກັບ ລິເວີ້ ພູລ ກັບການແຂ່ງຂັນ The Match Century Cup 2022 ທີ່ປະເທດໄທ ເມື່ອວັນທີ 12 ກໍລະກົດ ເຊິ່ງຜົນອອກມາເປັນທາງຂອງ ແມນເຊັສເຕີ້ ຢູໄນເຕັດ ທີ່ສາມາດເອົາຊະນະໄປໄດ້ 4 ປະຕູຕໍ່ 0 ເຮັດໃຫ້ ຮຸ້ນຂອງສະໂມສອນ ມີການປັບຕົວຂຶ້ນໄປເປັນ ຮຸ້ນລະ 1.75 ໂດລາ ຄິດເປັນ ເປີເຊັນ 2.57%.

ໂດຍຮຸ້ນຂອງສະໂມສອນ ແມນເຊັສເຕີ້ ຢູໄນເຕັດ ໃນຕະຫຼາດອາເມຣິການັ້ນ ເປີດຕະຫຼາດມາໃນວັນທີ 12 ກໍລະກົດ ແມ່ນເຄື່ອນໄຫວຢູ່ທີ່ ປະມານ 10.48 ໂດລາ ຕໍ່ຮຸ້ນ ແຕ່ເມື່ອຈົບເກມ ທີ່ເອົາຊະນະໄປ 4 ປະຕູຕໍ່ 0 ເວລາປະມານ 11:30 ຫຼື ປະມານ 22:30 ບ້ານເຮົາ ຮຸ້ນຂອງສະໂມສອນໄດ້ມີການປັບຕົວຂຶ້ນ ໄປເປັນ ຮຸ້ນລະ 10.75 ຄິດເປັນ 2.57% ກ່ອນທີ່ຈະຄ່ອຍໆລົດລະດັບລົງມາ.

ເຖິງແມ່ນວ່າ ເກມນັດນີ້ ຈະເປັນພຽງນັດ Pre-season  ຫຼື ເຕະເພື່ອກຽມຄວາມພ້ອມສຳລັບລະດູການໃໝ່ກໍຕາມ ແຕ່ດ້ວຍຄວາມທີ່ພົບກັບ ລິເວີ້ພູລ ຄູ່ແຂ່ງຕະຫຼອດການ ບວກກັບລະດູການທີ່ຜ່ານມາ ລິເວີ້ພູລ ຖືວ່າ ເຮັດໄດ່ດີກວ່າ ແມນຢູ ຫຼາຍກ້າວ ແລະ ນັດນີ້ ຍັງຖືເປັນນັດທຳອິດ ຂອງ ເອຣິກ ເທັນຮາດ ຄູຝຶກຄົນໃໝ່ຂອງ ແມນຢູ ເຮັດໃຫ້ຍິ່ງເພີ່ມທະວີຄວາມໜ້າສົນໃຈເຂົ້າໄປອີກ ທັງໃນກຸ່ມແຟນບານ ແລະ ນັກລົງທຶນຈາກ ທົ່ວໂລກ.

ອ້າງອີງຈາກ: https://cutt.ly/zLb4mpG

ພາບຈາກ: https://cutt.ly/oLntsZJ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ