ນັກສຳຫຼວດຄົ້ນພົບຟອສຊິລຮອຍຕີນມະນຸດໃນນິວເມັກຊິໂກ ທີ່ມີອາຍຸຢ້ອນກັບໄປ 23,000 ປີ. ການຄົ້ນພົບໃນຄັ້ງນີ້ໄດ້ມີການເປີດເຜີຍຂໍ້ມູນໃຫ້ຮັບຮູ້ວ່າ ມະນຸດຍຶດຄອງອາເມຣິກາເໜືອໄວກວ່າທີ່ເຮົາຄິດຫຼາຍພັນປີ ແລະ ຂະຫຍາຍເຜົ່າພັນເທິງທະວີບນີ້ ໃນຍຸກນ້ຳແຂງຍຸກສຸດທ້າຍ.

ຟອສຊິລຂອງຮອຍຕີນມະນຸດຖືກພົບທີ່ທະເລສາບບູຮານ ໃນອຸທິຍານແຫ່ງຊາດໄວແຊນ ໃນລັດນິວເມັກຊິໂກ ສະຫະລັດອາເມຣິກາ ມີອາຍຸຢ້ອນໄປເຖິງ 23,000 ປີກ່ອນ ນັບເປັນຮອຍຕີນທີ່ເກົ່າທີ່ສຸດເທົ່າທີ່ເຄີຍພົບໃນອາເມຣິກາເໜືອ.

ຈາກຂໍ້ມູນຄັ້ງນີ້ ນັກມະນຸດວິທະຍາຕັ້ງຂໍ້ສັງເກດວ່າ ມະນຸດໄດ້ເຂົ້າມາອາໄສໃນພື້ນທີ່ຕອນໃຕ້ຂອງທະວີບອາເມຣິກາເໜືອ ໃນຍຸກນ້ຳແຂງຍຸກສຸດທ້າຍ ເຊິ່ງຊ່ວຍເພີ່ມຂໍ້ມູນເພື່ອສ້າງຄວາມເຂົ້າໃຈກ່ອນໜ້ານີ້ວ່າ ມະນຸດໃນຍຸກນັ້ນອົບພະຍົບລົງໃຕ້ເມື່ອໃດ ແລະ ແບບໃດ.

ກ່ອນໜ້ານີ້ ຜູ້ຊ່ຽວຊານ ມີແນວຄິດວ່າມະນຸດກຸ່ມທຳອິດອົບພະຍົບມາອາໄສຢູ່ອາເມຣິກາເໜືອ ໂດຍເດີນທາງຜ່ານຂົວທຳມະຊາດ ທີ່ເຊື່ອມແຜ່ນດິນໄຊບີເຣຍ ແລະ ອະແລສກາ ລະຫວ່າງ 26,500-19,000 ປີກ່ອນ ແລະ ຕັ້ງຖິ່ນຖານຢູ່ອ້ອມຮອບ “ອາກຕິກ” ໃນໄລຍະທໍາອິດ ເນື່ອງຈາກແຜ່ນນ້ຳແຂງໃນ “ແຄນາດາ” ເປັນສິ່ງກີດຂວາງບໍ່ໃຫ້ພວກເຂົາອົບພະຍົບລົງທາງໃຕ້. ແຕ່ຫຼັງຈາກນັ້ນ 16,000-13,500 ປີກ່ອນ ແຜ່ນນໍ້າແຂງໄດ້ລະລາຍ ມະນຸດກຸ່ມໜຶ່ງຈຶ່ງເລີ່ມອົບພະຍົບສູ່ອາເມຣິກາໃຕ້.

ເຖິງຢ່າງໃດກໍຕາມ ການຄົ້ນພົບຄັ້ງນີ້ສະແດງໃຫ້ເຫັນວ່າ: ມະນຸດອາໄສຢູ່ອາເມຣິກາເໜືອໃນໄລຍະທີ່ແຜ່ນນ້ຳແຂງຂວາງເສັ້ນທາງການເດີນທາງແທ້ ແຕ່ຄາດວ່າພວກເຂົາໄດ້ເລີ່ມອົບພະຍົບລົງໃຕ້ຕັ້ງແຕ່ຕອນນັ້ນແລ້ວ ໂດຍອົບພະຍົບເປັນກຸ່ມ ແລະ ໜຶ່ງໃນຄື້ນການອົບພະຍົບຄືໄລຍະຍຸກນ້ຳແຂງຍຸກສຸດທ້າຍ ແລະ ບາງກຸ່ມອາດລ່ອງເຮືອໄປຕາມຊາຍຝັ່ງແປຊີຟິກ.

ການຄົ້ນພົບຄັ້ງນີ້ຖືກເຜີຍແຜ່ໃນວາລະສານ Science ເມື່ອວັນທີ 23 ກັນຍາ ທີ່ຜ່ານມາ. ປັດຈຸບັນ ຟອສຊິລຮອຍຕີນທີ່ຄົ້ນພົບ ເປັນຮອຍຕີນທີ່ເກົ່າແກ່ທີ່ສຸດໃນທະວີບອາເມຣິກາ ກ່ອນໜ້ານີ້ແມ່ນຮອຍຕີນມະນຸດອາຍຸ 15,600 ປີ ພົບໃນປະເທດອິຕາລີ (10 ປີກ່ອນ).

ຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ