The Garfield Movie ເຮັດເງິນໃນຕະຫຼາດຕ່າງປະເທດໄປແລ້ວ 49 ລ້ານໂດລາ


Deadline ໄດ້ລາຍງານວ່າຮູບເງົາອະນິເມຊັນເລື່ອງ The Garfield Movie ຂອງທາງ Sony Pictures ສາມາດເຮັດລາຍໄດ້ຈາກການສາຍໃນຕະຫຼາດຕ່າງປະເທດໃນອາທິດຫຼ້າສຸດໄປຮອດ 10,3 ລ້ານໂດລາ ເຊິ່ງສົ່ງຜົນໃຫ້ຮູບເງົາອະນິເມຊັນເລື່ອງນີ້ກວາດລາຍໄດ້ລວມໃນຕະຫຼາດຕ່າງປະເທດໄປແລ້ວຮອດ 49 ລ້ານໂດລາ.

ຫຼັງເຂົ້າສາຍໃນຕະຫຼາດຕ່າງປະເທດຕັ້ງແຕ່ວັນທີ 1 ພຶດສະພາ 2024 ໃນຕອນນີ້ເຮັດລາຍໄດ້ໄປຮອດ 80% ຂອງທຶນສ້າງທີ່ມີພຽງປະມານ 60 ລ້ານໂດລາເທົ່ານັ້ນ ທັ້ງໆທີ່ຍັງບໍ່ໄດ້ເຂົ້າສາຍໃນສະຫະລັດອາເມຣິກາ ແລະ ອີກຫຼາຍປະເທດທີ່ຍັງບໍ່ທັນໄດ້ເຂົ້າສາຍເຊັ່ນກັນ.

ຮູບເງົາອະນິເມຊັນເລື່ອງນີ້ຕ້ອງເຮັດລາຍໄດ້ທົ່ວໂລກລວມກັນຮອດ 120 ລ້ານໂດລາຈຶ່ງຈະເຂົ້າຈຸດກຸ້ມທຶນ ເຊິ່ງໝາຍຄວາມວ່າ The Garfield Movie ຕ້ອງເຮັດລາຍໄດ້ອີກປະມານ 70 ລ້ານໂດລາ ຈຶ່ງຈະເຂົ້າສູ່ຂະບວນການກຳໄລນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/