Stray Kids ກາຍເປັນ K-POP ວົງທຳອິດທີ່ໄດ້ຮ່ວມງານ Met Gala


ດ້ວຍກະແສອັນຮ້ອນແຮງຕອນນີ້ ຈາກປະເດັນດຣາມ່າໃນໂລກອອນລາຍກັບການແບ່ງແຍກເຊື້ອຊາດກັນເກີດຂຶ້ນ ຈົນກາຍເປັນຄວາມບໍ່ພໍໃຈໃຫ້ແກ່ແຟນໆ ແຕ່ກ່ອນຈະໄປເລື່ອງດຣາມ່ານັ້ນ ເດັກຫຼົງ ຫຼື Stray Kids ໄດ້ສ້າງຕຳນານໜ້າໃໝ່ ນັ້ນຄື ການຖືກເຊີນໄປງານ Met Gala ແບບຄົບວົງ ຖືວ່າເປັນຄັ້ງທຳອິດໃນວົງການ K-POP.

ປະເດັນດຣາມ່າເລີ່ມມາຈາກ ໃນຂະນະທີ່ Stray Kids ກຳລັງຢືນໃຫ້ຊ່າງພາຍຖ່າຍຮູບ ແຕ່ກໍມີສຽງເອີ້ນມາໃສ່ວ່າ “ຂ້ອຍບໍ່ເຄີຍເຫັນໃຜເຮັດສີໜ້າໄຮ້ອາລົມປານນີ້ມາກ່ອນ”, “ເທື່ອໜ້າເຮັດ ໜ້າໃຫ້ມັນດີໆແນ່” ພ້ອມສຽງຫົວເຢາະເຢີ້ຍ ຫຼື ນີ້ອາດຈະເປັນການແບ່ງແຍກເຊື້ອຊາດ ສ່ວນເລື່ອງລາວຈະເປັນແບບໃດກໍຕ້ອງຕິດຕາມກັນຕໍ່ໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/