ສົງຄາມເຕັກໂນໂລຊີປະທຸ! ສະຫະລັດໂຈມຕີ Huawei, ຍົກເລີກໃບອະນຸຍາດຊິບຈາກ Intel ແລະ Qualcomm


ສະຫະລັດໄດ້ສ້າງຄວາມປະຫຼາດໃຈໃນອຸດສາຫະກໍາເຕັກໂນໂລຊີ ໂດຍ​ການ​ຍົກ​ເລີກ​ໃບ​ອະ​ນຸ​ຍາດ​ສົ່ງ​ອອກຊິບໃຫ້ກັບ Huawei ຍັກ​ໃຫຍ່​ໂທລະ​ຄົມ​ຂອງ​ຈີນ. ໃນແຫຼ່ງຂ່າວພາຍໃນຍັງເປີດເຜີຍອີກວ່າ ບໍລິສັດໃນສະຫະລັດຄື Intel ແລະ Qualcomm ໄດ້ຍົກເລີກໃບອະນຸຍາດຂອງພວກເຂົາໃນການສົ່ງອອກຊິບທີ່ໃຊ້ໃນແລັບທັອບ ແລະ ສະມາດໂຟນໃຫ້ກັບ Huawei, ເຊິ່ງນີ້ສົ່ງ​ຜົນ​ກະທົບ​ຕໍ່​ຕ່ອງ​ໂສ້​ການ​ສະໜອງ​ຂອງ​ບໍລິສັດ​ຈີນຢ່າງໃຫຍ່ຫຼວງ.

ການ​ຕັດສິນ​ໃຈ​ດັ່ງກ່າວ​ມີ​ຂຶ້ນ​ທ່າມກາງ​ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ສະຫະລັດກັບ​ຈີນ​ເພີ່ມ​ຂຶ້ນ, ​ໂດຍ​ສະ​ເພາະ​ໃນ​ດ້ານ​ເຕັກ​ໂນ​ໂລ​ຊີ​ທີ່​ສະຫະລັດ​ມີ​ຄວາມ​ກັງວົນ​ວ່າ​ ເຕັກ​ໂນ​ໂລ​ຊີທີ່​ຂາຍ​ໃຫ້ Huawei ອາດຈະຖືກນໍາໃຊ້ເພື່ອຈຸດປະສົງທາງທະຫານຂອງລັດຖະບານສະຫະລັດ. ທັງນີ້, ພາຍໃຕ້ປະທານາທິບໍດີ Biden ຕ້ອງປະເຊີນກັບຄວາມກົດດັນຈາກສະມາຊິກສະພາຜູ້ແທນສາທາລະນະລັດ ໃຫ້ດຳເນີນການຢ່າງເຂັ້ມງວດໃນການຈຳກັດ​ການ​ສົ່ງ​ອອກ​ໃຫ້​ຜູ້​ຜະລິດ​ອຸປະກອນ​ໂທລະ​ຄົມ​ໃຫ້ແກ່ປະເທດ​ຈີນ.

“ພວກເຮົາກໍາລັງຍົກເລີກໃບອະນຸຍາດບາງສ່ວນສໍາລັບການສົ່ງອອກໄປຫາ Huawei” ສະຫະລັດກ່າວໃນຖະແຫຼງການ ແຕ່ປະຕິເສດທີ່ຈະເປີດເຜີຍລາຍລະອຽດເພີ່ມເຕີມກ່ຽວກັບໃບອະນຸຍາດທີ່ຖືກຍົກເລີກ.

ການ​ເຄື່ອນ​ໄຫວ​ນີ້​ຄາດ​ວ່າ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ທັງ​ສອງ​ຝ່າຍຄື:

  • Huawei: ບໍລິສັດຈີນຍັງຄົງເພິ່ງພາຊິບຈາກ Intel ສໍາລັບແລັບທັອບຮຸ່ນ flagship , ການສູນເສຍແຫຼ່ງຊິບທີ່ສໍາຄັນສາມາດສົ່ງຜົນກະທົບຕໍ່ຄວາມສາມາດໃນການຜະລິດ ແລະ ການແຂ່ງຂັນຂອງພວກເຮົາ. ໃນຂະນະດຽວກັນ, Huawei ກໍກໍາລັງພັດທະນາຊິບຂອງຕົນເອງ. ແຕ່ພວກເຂົາຍັງປະເຊີນກັບຂໍ້ຈໍາກັດດ້ານເຕັກໂນໂລຊີ ແລະ ການຂາດແຄນຊິ້ນສ່ວນ.
  • ບໍລິສັດໃນສະຫະລັດ: Intel ກໍາລັງປະເຊີນກັບຄວາມຕ້ອງການທີ່ຫຼຸດລົງສໍາລັບຊິບສູນຂໍ້ມູນ ແລະ PCs ທີ່ຫຼຸດລົງ. ການ​ສູນ​ເສຍ Huawei ທີ່ເປັນ​ລູກ​ຄ້າ​ລາຍ​ໃຫຍ່ ຈະມີຜົນກະທົບຕໍ່ລາຍໄດ້.

ອະນາຄົດ​ຂອງ​ຄວາມສຳພັນລະຫວ່າງ​ສະຫະລັດ ແລະ​ ຈີນ​ໃນ​ດ້ານ​ເຕັກ​ໂນ​ໂລ​ຊີ​ ຍັງຄົງບໍ່ເປັນທີ່ຊັດເຈນເທື່ອ. ການ​ຕັດສິນ​ໃຈໃນຄັ້ງ​ນີ້​ອາດຈະ​ສ້າງ​ຄວາມ​ເຄັ່ງ​ຕຶງເພິ່ມຂຶ້ນ​ຕື່ມ​. ລັດຖະບານ 2 ປະເທດຕ້ອງຊອກຫາວິທີແກ້ໄຂຮ່ວມກັນເພື່ອຫຼີກເວັ້ນຜົນກະທົບທາງລົບຕໍ່ລະບົບຕ່ອງໂສ້ການສະໜອງເຕັກໂນໂລຊີໃນທົ່ວໂລກ.

​ການ​ຕັດ​ສິນ​ໃຈ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຊັບ​ຊ້ອນ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ສະຫະລັດ ແລະ ​ຈີນ, ຕ່າງຝ່າຍຕ່າງມີການເດີມພັນທີ່​ສູງ ທັງ​ໃນ​ດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ, ​ເສດຖະກິດ ແລະ ​ເຕັກ​ໂນ​ໂລ​ຊີ. ສາຍຕາຈາກທົ່ວ​ໂລກ​ກຳລັງຕິດຕາມ​ເບິ່ງວ່າ ຜົນກະທົບໃນໄລຍະຍາວຂອງການຕັດສິນໃຈໃນຄັງນີ້ຈະໄປໃນທິດທາງໃດ.

ທີ່ມາ:

reuters

cnbc

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/