ຕະຫຼາດ crypto ສັ່ນຄອນ! Bitcoin ຫຼຸດລົງຫຼາຍແຕະ 62,111 ໂດລາ ນັກລົງທຶນຫວັ່ນ “Sell in May” ຫຼື SEC ປິດກັ້ນ crypto?


ຕະຫຼາດ cryptocurrency ປະເຊີນກັບການເທຂາຍຢ່າງໜັກໜ່ວງໃນເຊົ້າມື້ນີ້, ສົ່ງຜົນໃຫ້ລາຄາ Bitcoin ຫຼຸດລົງຢ່າງຫຼວງຫຼາຍແຕະລະດັບຕໍ່າສຸດທີ່ 62,111 ໂດລາ, ກ່ອນຈະຟື້ນຕົວຂຶ້ນເລັກນ້ອຍໃນເວລາຕໍ່ມາ. ການຫຼຸດລົງໃນຄັ້ງນີ້ໄດ້ເຮັດໃຫ້ເກີດຄວາມກັງວົນສໍາລັບນັກລົງທຶນເປັນຈໍານວນຫຼາຍ. ໂດຍສະເພາະແມ່ນໃນເດືອນພຶດສະພາທີ່ມັກຈະມີປາກົດການ “Sell in May”.

ກຣາຟລາຄາ Bitcoin ໃນ TradingView ສະແດງໃຫ້ເຫັນວ່າ ໃນຕອນເຊົ້າຂອງມື້ນີ້, ລາຄາຂອງ Bitcoin ໄດ້ຫຼຸດລົງຕໍ່າສຸດທີ່ 62,111 ໂດລາປະມານ 6:00 ໂມງເຊົ້າ. ໂດຍຕະຫຼອດ 24 ຊົ່ວໂມງທີ່ຜ່ານມາ, ສັງເກດເຫັນວ່າລາຄາຂອງຫຼຽນໄດ້ມີການຜັນຜວນຢ່າງຮຸນແຮງ ຫຼັງຈາກທີ່ມີການຊື້ຂາຍກັນຢູ່ທີ່ 64,000 ໂດລາກ່ອນທີ່ຈະຫຼຸດລົງກັບມາທີ່ 62,000 ອີກຄັ້ງ.

ສຳລັບສາເຫດຂອງການຫຼຸດລົງຂອງ Bitcoin ແມ່ນຍັງບໍ່ທັນຊັດເຈນ, ແຕ່ມັນຄາດວ່າມີສາມປັດໄຈຫຼັກດັ່ງນີ້:

  1. ການປິດ Gap ຂອງ Bitcoin ໃນຕະຫຼາດ CME Futures: ຊ່ອງວ່າງຂອງລາຄາໃນຕະຫຼາດ CME Futures ທີ່ເປີດໄວ້ໃນວັນທີ 6 ເດືອນພຶດສະພາຢູ່ທີ່ລະດັບ 62,500 – 63,500 ໂດລາ ມັກຖືກເຕີມລົງໄປຕະຫຼອດເວລາ. ນີ້ໄດ້ເຮັດໃຫ້ນັກເທຣດແນມວ່ານີ້ເປັນສັນຍານຂອງການປັບຖານໄລຍະສັ້ນສໍາລັບ Bitcoin.
  1. ກົນລະຍຸດ “Sell in May and Go Away” : ນັກວິເຄາະມັກຈະແນະນໍາໃຫ້ນັກລົງທຶນຂາຍ Bitcoin ອອກໃນເດືອນພຶດສະພາ ແລະ ຊື້ອີກເທື່ອໜຶ່ງໃນເດືອນຕຸລາ. ກົນລະຍຸດນີ້ສົ່ງຜົນໃຫ້ມີແຮງເທຂາຍທີ່ເຂັ້ມແຂງໃນເດືອນພຶດສະພາ.
  1. ປັດໄຈທາງດ້ານກົດໝາຍ ແລະ ທາງດ້ານການເມືອງ: ການສໍາພາດຂອງ Gary Gensler ປະທານ SEC ກັບສຳນັກຂ່າວ CNBC ໄດ້ສະແດງຈຸດຢືນທີ່ເປັນທາງລົບຕໍ່ອຸດສາຫະກໍາ crypto, ສົ່ງຜົນໃຫ້ລາຄາ Bitcoin ສືບຕໍ່ຫຼຸດລົງ.

ໃນຂະນະທີ່ຂຽນ, Bitcoin ໄດ້ມີການຊື້ຂາຍຢູ່ທີ່ 62,511 ໂດລາ, ເຊິ່ງຫຼຸດລົງ 1.43% ໃນ 24 ຊົ່ວໂມງທີ່ຜ່ານມາ. ອີງຂໍ້ມູນຈາກ Coinmarketcap.

ທີ່ມາ:

siamblockchain

coinmarketcap

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/