ແຂວງ ຄຳມ່ວນ ຫາລືແກ້ໄຂຂັ້ນຂອດ ໃນການເຂົ້າເຖິງແຫຼ່ງທຶນ ຊຸກຍູ້ການຜະລິດສິນຄ້າໃຫ້ MSME


ອຳນາດການປົກຄອງ ແຂວງ ຄຳມ່ວນ ຈັດກອງປະຊຸມ ຫາລື ສົ່ງເສີມການຜະລິດເປັນສິນຄ້າ ແລະ ການເຂົ້າເຖິງແຫຼ່ງທຶນ ຂອງຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME) ພາຍໃນແຂວງຄຳມ່ວນ ໂດຍແນໃສ່ການປັບປຸງຂັ້ນຂອດ ຕ່າງໆໃຫ້ມີຄວາມວ່ອງໄວ ແລະ ມີຄວາມໂປ່ງໃສ.

ໂດຍກອງປະຊຸມດັ່ງກ່າວ ຈັດຂຶ້ນໃນວັນທີ 7 ພຶດສະພາ 2024 ໂດຍການເປັນປະທານຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ມີຫ້ອງການອຸດສາຫະກຳ ແລະ ການຄ້າປະຈຳເມືອງ ພ້ອມດ້ວຍຜູ້ປະກອບການ MSME ແລະ ຜູ້ປະກອບການໜຶ່ງເມືອງໜຶ່ງຜະລິດຕະພັນ (ໂອດັອບ) ພາຍໃນແຂວງເຂົ້າຮ່ວມ.

ໃນກອງປະຊຸມດັ່ງກ່າວ ທ່ານ ວັນໄຊ ພອງສະຫວັນ  ໄດ້ຍົກໃຫ້ເຫັນເຖິງສະພາບການ, ສິ່ງທ້າທາຍ ແລະ ຂໍ້ຫຍຸ້ງຍາກໃນການສະໜອງທຶນໃນໄລຍະທີ່ຜ່ານມາທີ່ຍັງຊັກຊ້າ ແລະ ບໍ່ຖືກຕ້ອງຕາມລະບຽບການ.

ທ່ານ ວັນໄຊ ກ່າວວ່າ: ວຽກງານການສະໜອງທຶນ ໃຫ້ກຸ່ມຜູ້ຜະລິດ, ຜູ້ປະກອບການຕ່າງໆ ຢູ່ແຂວງຄຳມ່ວນ ຍັງມີລັກສະນະຊັກຊ້າ ບໍ່ທັນກັບຄວາມຕ້ອງການ ເນື່ອງຈາກກົນໄກ ແລະ ຂອດການປະສານງານ ລະຫວ່າງພາກລັດ, ທະນາຄານ ແລະ ຜູ້ປະກອບການ ຍັງບໍ່ທັນໄປລວງດຽວກັນ, ກຸ່ມຜູ້ປະກອບການສ່ວນຫຼາຍ ຍັງເປັນກຸ່ມຂະໜາດນ້ອຍ, ບໍ່ມີຫຼັກຄໍ້າປະກັນພຽງພໍ ແລະ ຍັງມີໜີ້ຕ້ອງໄດ້ຊໍາລະນໍາທະນາຄານອື່ນໆ, ສະນັ້ນ, ພາກລັດ ແລະ ທະນາຄານ ຈະມີນະໂຍບາຍ ແລະ ຂັ້ນຕອນວິທີການຄືແນວໃດ ເພື່ອຊອກຫາທາງອອກໃຫ້ຜູ້ປະກອບການ ສາມາດນໍາໃຊ້ແຫຼ່ງທຶນ ໄດ້ຢ່າງຖືກຕ້ອງ, ວ່ອງໄວ ແລະ ມີຄວາມໂປ່ງໃສ.

ກອງປະຊຸມດັ່ງກ່າວ ຕາງໜ້າຫົວໜ່ວຍທຸລະກິດ ຍັງໄດ້ສະເໜີໃຫ້ພາກລັດ ຊ່ວຍຄົ້ນຄວ້າແກ້ໄຂທາງດ້ານແຫຼ່ງທຶນ ທີ່ມີດອກເບ້ຍຕໍ່າ ເພື່ອພັດທະນາກິດຈະການ ລວມເຖິງການຊອກຫາຕະຫຼາດ ເພື່ອຮອງຮັບຜະລິດຕະພັນສິນຄ້າ ແລະ ບັນຫາສິ່ງອຳນວຍຄວາມສະດວກດ້ານຕ່າງໆ ເພື່ອເຮັດໃຫ້ຫົວໜ່ວຍທຸລະກິດ ໂດຍສະເພາະ MSME ໄດ້ມີການຂະຫຍາຍຕົວຢ່າງແຂງແຮງ.

ຫົວໜ່ວຍຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ມີບົດບາດຕໍ່ການພັດທະນາ ເສດຖະກິດ-ສັງຄົມ ແລະ ຜູ້ປະກອບການ MSME ຂອງທົ່ວປະເທດແມ່ນກວມເອົາ 99,8% ໂດຍໃນຂະແໜງການຜະລິດສິນຄ້າ, ການຄ້າ ແລະ ການບໍລິການ ປະກອບສ່ວນຫຼັກ ເຂົ້າໃນການສ້າງວຽກເຮັດງານທຳ, ສ້າງລາຍຮັບ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະ ສ້າງປະຖົມປັດໄຈ ໃຫ້ຂະບວນການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.

ປັດຈຸບັນພາຍໃນແຂວງມີ ຫົວໜ່ວຍ MSME 6.954 ຫົວໜ່ວຍ, ມີທຶນຈົດທະບຽນທັງໝົດ 1.790 ຕື້ກວ່າກີບ. ໃນນັ້ນ ຈຸລະວິສາຫະກິດມີ 5.760 ຫົວໜ່ວຍ, ວິສາຫະກິດຂະໜາດນ້ອຍ 784 ຫົວໜ່ວຍ ແລະ ວິສາຫະກິດຂະໜາດກາງ 410 ຫົວໜ່ວຍ.

https://www.facebook.com/permalink.php?story_fbid=pfbid0TcGrewVDwbbyrfKy5v2CAgHoAgKzUU6bz8xZbwQpTS2iXU5uS8mW2HCQq3ZQiMdzl&id=100064329476403

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/