ອາເມຣິກາ ຕ້ອງພິມເງິນ ນາທີລະ 2 ລ້ານໂດລາ ມາໃຊ້ໜີ້ດອກເບ້ຍພັນທະບັດ


ສຳນັກຂ່າວ Bloomberg ລາຍງານວ່າ ກະຊວງການເງິນຂອງລັດຖະບານ ສະຫະລັດອາເມຣິກາ ຕ້ອງພິມເງິນອອກມາເປັນຈຳນວນຫຼາຍແບບທີ່ບໍ່ເຄີຍມີມາກ່ອນ ດ້ວຍຈຳນວນກວ່າ 2 ລ້ານໂດລາຕໍ່ນາທີ ເພື່ອມາໃຊ້ໜີ້ດອກເບ້ຍພັນທະບັດທີ່ສູງຂຶ້ນເລື້ອຍໆ.

ໂດຍກະຊວງການເງິນຂອງ ອາເມຣິກາ ຕ້ອງແບກຮັບພາລະໜີ້ສິນຫຼາຍຂຶ້ນ ຈາກໜີ້ດອກເບ້ຍພັນທະບັດ ຈາກການທີ່ທະນາຄານກາງ ຫຼື FED ຂຶ້ນດອກເບ້ຍ ແລະ ຕຶງອັດຕາດອກເບ້ຍໄວ້ທີ່ 5,25-5,5%.

ຈາກ ອັດຕາດອກເບ້ຍທີ່ເພີ່ມຂຶ້ນ, ໃນເດືອນກຸມພາ, ຫ້ອງການງົບປະມານຂອງລັດຖະສະພາຄາດຄະເນວ່າດອກເບ້ຍ ແລະ ເງິນປັນຜົນທີ່ຈ່າຍໃຫ້ບຸກຄົນຈະເພີ່ມຂຶ້ນເຖິງ 327 ຕື້ໂດລາສະຫະລັດໃນປີນີ້ ເຊິ່ງຫຼາຍກວ່າສອງເທົ່າຂອງຈໍານວນເງິນໃນກາງຊຸມປີ 2010 ແລະ ຈະສືບຕໍ່ເພີ່ມຂຶ້ນໃນແຕ່ລະປີ ໃນທົດສະວັດທີ່ຈະມາເຖິງ. ໃນເດືອນມີນາດຽວ, ກະຊວງການເງິນໄດ້ຈ່າຍດອກເບ້ຍປະມານ 89 ຕື້ໂດລາໃຫ້ແກ່ຜູ້ຖືໜີ້ ຫຼື ປະມານ 2 ລ້ານໂດລາຕໍ່ນາທີ.

ພັນທະບັດຂອງ ລັດຖະບານ ສະຫະລັດອາເມຣິກາ ໄດ້ຮັບຄວາມສົນໃຈເປັນຢ່າງສູງຈາກນັກລົງທຶນທົ່ວໂລກ ດ້ວຍຄວາມເຊື່ອໝັ້ນໃນເງິນໂດລາ ແລະ ເຊື່ອວ່າລັດຖະບານຈະສາມາດຈ່າຍໜີ້ຄືນໄດ້ແນ່ນອນ ແລະ ດ້ວຍຜົນຕອບທີ່ແທນຈາກດອກເບ້ຍທີ່ສູງເປັນປະຫວັດການນີ້ ເຮັດໃຫ້ນັກລົງທຶນທົ່ວໂລກແຫ່ມາຊື້ພັນທະບັດຂອງ ອາເມຣິກາ ຫຼາຍຂຶ້ນ.

ທີ່ມາ:

https://www.bloomberg.com/news/articles/2024-05-06/at-2-million-per-minute-treasuries-mint-cash-like-never-before?utm_source=twitter&utm_campaign=socialflow-organic&cmpid=socialflow-twitter-business&utm_medium=social&utm_content=business

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/