ນິວຢອກ ຄວ້າແຊ້ມເມືອງທີ່ລວຍທີ່ສຸດໃນໂລກ


ເມືອງນິວຢອກ ໄດ້ຮັບການຈັດອັນດັບໃຫ້ເປັນເມືອງທີ່ຮັ່ງມີທີ່ສຸດໃນໂລກ ໂດຍມີບັນດາເສດຖີອາໄສຢູ່ປະມານ 359,500 ຄົນ ແລະ ມີເສດຖີພັນລ້ານອີກ 60 ຄົນ ທີ່ອາໄສຢູ່ໃນເມືອງ ນິວຢອກ ແຫ່ງນີ້ ຈາກການລາຍງານຂອງ  Henley & Partners ຮ່ວມມືກັບ New World Wealth ຊີ້ໃຫ້ເຫັນເຖິງຈຳນວນປະຊາກອນເສດຖີໃນນິວຢອກສູງຮອດ 48% ໃນຮອບທົດສະວັດທີ່ຜ່ານມາ.

ການຈັດອັນດັບຈາກ Henley & Partners ຮ່ວມມື New World Wealth ໂດຍ 10 ເມືອງທີ່ລວຍທີ່ສຸດມີດັ່ງນີ້:

1. ນິວຢອກ

2. ອ່າວຊານຟຣານຊິສໂກ ແຄລິຟໍເນຍ

3. ໂຕກຽວ

4. ສິງກະໂປ

5. ລອນດອນ

6. ລອສແອງເຈີລິສ

7. ປາຣີສ ແລະ ອິລ ເດີ ຟຣອງ

8. ຊິດນີ

9. ຮ່ອງກົງ

10. ປັກກິ່ງ

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/