Stanford ເຜີຍ! ລະບົບ SNT ສາມາດປິ່ນປົວຈຳນວນຜູ້ປ່ວຍໂຣກຊຶມເສົ້າໄດ້ກວ່າ 80%


ປັດຈຸບັນ ບັນຫາທາງດ້ານສຸຂະພາບຈິດກຳລັງເພີ່ມຂຶ້ນ ເຊິ່ງບໍ່ວ່າຈະເປັນຜູ້ໃຫຍ່ ຫຼື ເດັກນ້ອຍກໍມີໂອກາດປະສົບບັນຫານີ້ໄດ້. ແຕ່ການທີ່ຈະຍອມຮັບເລື່ອງນີ້ກໍຕ້ອງການຄວາມອາດຫານຈາກຜູ້ປ່ວຍຢ່າງຫຼວງຫຼາຍ ເຊິ່ງກວ່າຈະຮູ້ຕົວກໍອາດຈະກິນເວລາໄປດົນ ຈົນມັນໄດ້ພັດທະນາໂຍງໄປຫາບັນຫາອື່ນໆ ຕາມມາ ສົ່ງຜົນໃຫ້ມັນຫຍຸ້ງຍາກໃນການປິ່ນປົວ. ສະນັ້ນ, ເຮົາບໍ່ຄວນເບິ່ງຂ້າມຄວາມສຳຄັນ ແລະ ຄວນເຮັດໃຫ້ບັນຫາສຸຂະພາບຈິດເປັນເລື່ອງປົກກະໄດ້ແລ້ວ.

ທີ່ປະເທດສະຫະລັດອາເມຣິກາ, ນັກວິໄຈຈາກມະຫາວິທະຍາໄລແພດສາດສະແຕນຟອດ (Stanford University School of Medicine) ສາມາດປິ່ນປົວໃຫ້ 80% ຂອງຜູ້ປ່ວຍໂຣກຊຶມເສົ້າອາການດີຂຶ້ນ.

ໂດຍຂັ້ນຕອນດັ່ງກ່າວນັ້ນທາງນັກວິໄຈໄດ້ເອີ້ນມັນວ່າຂັ້ນຕອນ SNT ທີ່ຫຍໍ້ມາຈາກ Stanford Neuromodulation Therapy ມັນຈະເຮັດໜ້າທີ່ໃຊ້ຄື້ນແມ່ເຫຼັກໄຟຟ້າໄປກະຕຸ້ນສະໝອງ ເພື່ອໃຫ້ເຮັດວຽກຄົງທີ່ ເຊິ່ງນັບວ່າເປັນວິທີການແບບດຽວກັບ rTMS.

ເນື່ອງຈາກວ່າຜູ້ປ່ວຍບາງກໍລະນີໃນໂຣກຊຶມເສົ້າຈະບໍ່ມີປະຕິກິລິຍາຕອບຮັບຕໍ່ການປິ່ນປົວອື່ນໆ ຮູບແບບການກະຕຸ້ນແມ່ນຈະມີຄວາມແຕກຕ່າງກັນໄປຕາມຄວາມຮຸນແຮງ ແລະ ການມີປະຕິສຳພັນກັບຮ່າງກາຍ ເຊັ່ນວ່າ: ບາງຄົນອາດຈະຕ້ອງການປູກຖ່າຍຄື້ນແມ່ເຫຼັກດັ່ງກ່າວລົງໃນສະໝອງຢ່າງຖາວອນ, ໃນຂະນະທີ່ບາງຄົນອາດໃຊ້ rTMS ທີ່ເປັນການປິ່ນປົວໂດຍໃຊ້ຄື້ນແມ່ເຫຼັກໃສ່ໃນຫົວເປັນເວລາຊົ່ວຄາວ.

rTMS ເປັນວິທີການປິ່ນປົວໂຣກຊຶມເສົ້າໃຫ້ແກ່ຜູ້ປ່ວຍທີ່ບໍ່ສາມາດປິ່ນປົວຈາກວິທີການອື່ນໆໄດ້. ມັນໄດ້ຖືກນຳມາໃຊ້ ແລະ ອະນຸມັດຕັ້ງແຕ່ປີ 2008 ໂດຍ ອົງການບໍລິຫານອາຫານ ແລະ ຢາ ເຖິງແມ່ນວ່າວິທີການນີ້ຈະປອດໄພ ພ້ອມຍັງບໍ່ມີຄວາມຈຳເປັນຈະຕິດຕາມເປັນຕະຫຼອດເວລາ ແຕ່ວ່າຄວາມສຳເລັດນັ້ນຍັງມີພຽງ 14% – 30% ເທົ່ານັ້ນທີ່ຜູ້ປ່ວຍຈະຮູ້ສຶກຜ່ອນຄາຍ ບວກກັບໄລຍະເວລາການປິ່ນປົວຕ້ອງໃຊ້ຍາວເຖິງ 6 ອາທິດຕິດຕໍ່ກັນ.

ໃນຫຼາຍປີມານີ້, ນັກວິທະຍາສາດຕ່າງກໍຕ້ອງການພັດທະນາລະບົບການປິ່ນປົວ rTMS ເຊິ່ງພວກເຂົາກໍໄດ້ປັບແຕ່ງມັນມາເປັນ SNT ທີ່ຈະໃຊ້ຄື້ນແມ່ເຫຼັກທີ່ສົ່ງເຂົ້າມາໃນສະໝອງໄວຂຶ້ນຫຼາຍ. ໄລຍະເວລາຂອງການປິ່ນປົວແມ່ນໃຊ້ພຽງ 5 ມື້ ແລະ ຈະໄດ້ຖືກນຳມາປັບປ່ຽນຕາມບຸກຄົນ ໂດຍອ້າງອີງຈາກການສະແກນສະພາບສະໝອງຜ່ານ MRI ເຊິ່ງຜົນແມ່ນມັນສາມາດລະບຸຕຳແໜ່ງທີ່ເປັນໄປໄດ້ທີ່ສຸດໃນສະໝອງເພື່ອສົ່ງແຮງກະຕຸ້ນເຂົ້າໄປປິ່ນປົວທັນທີ.

ໃນການທົດລອງນ້ອຍຂອງປີທີ່ຜ່ານມາ ມີຜູ້ປ່ວຍ 21 ຄົນໄດ້ເຂົ້າຮ່ວມທົດລອງ ລະບົບ SNT. 90% ຂອງຜູ້ປ່ວຍທີ່ມີອາການຮຸນແຮງກ່າວວ່າວິທີການດັ່ງກ່າວນັ້ນຊ່ວຍໃຫ້ພວກເຂົາຜ່ອນຄາຍ ອອກຈາກໂຣກຊຶມເສົ້າ ຈົນບໍ່ໄດ້ຢູ່ໃນກຸ່ມໂຣກຊຶມເສົ້າທີ່ຮຸນແຮງ ແລະ ບໍ່ມີຄວາມຄິດຂ້າຕົວຕາຍອີກແລ້ວ. ການທົດລອງນີ້ ແມ່ນການທົດລອງແບບເປີດ ເຊິ່ງທາງແພດ ແລະ ຜູ້ປ່ວຍຕ່າງກໍຮູ້ເຖິງວິທີການປິ່ນປົວ.
ຕໍ່ມາ ໄດ້ມີການທົດລອງໃໝ່ ໂດຍມີຜູ້ປ່ວຍ 29 ຄົນ ທີ່ຈະໄດ້ຮັບການປິ່ນປົວສອງຮູບແບບໂດຍການສຸ່ມລະຫວ່າງການໃຊ້ SNT ແລະ ການຕົວະວ່າໄດ້ຮັບການກະຕຸ້ນສະໝອງ ເພື່ອບໍ່ໃຫ້ພວກເຂົາຮູ້ວ່າແມ່ນວິທີການໃດ. ຫຼັງຈາກການທົດລອງ ທາງນັກວິທະຍາສາດໄດ້ມີການກວດເບິ່ງພວກເຂົາເປັນເວລາ 4 ອາທິດ. ຜົນການທົດລອງຄັ້ງນີ້ແມ່ນ 78% ຂອງຜູ້ປ່ວຍ ທີ່ໄດ້ຮັບການປິ່ນປົວແບບ SNT ແທ້ ສາມາດຮູ້ສຶກຜ່ອນຄາຍຜ່ານການກວດສອບມາດຕະຖານ ປຽບທຽບກັບ 13% ຂອງຜູ້ທີ່ໄດ້ຮັບການກະຕຸ້ນແບບຕົວະນັ້ນ ບໍ່ໄດ້ຮັບຜົນຂ້າງຄຽງທີ່ຮຸນແຮງຫຍັງ.

ເຖິງແມ່ນວ່າຜົນຕອບຮັບຈະເປັນໄປໃນທາງທີ່ດີ ແຕ່ທາງນັກວິໄຈກໍຍັງຕ້ອງໄດ້ມີການທົດລອງໃນຂົງເຂດທີ່ກວ້າງຂຶ້ນກ່ອນທີ່ຈະສາມາດປ່ອຍ SNT ອອກມາສູ່ຕະຫຼາດ. ຢ່າງໃດກໍຕາມ, ຄວາມເປັນໄປໄດ້ກໍສູງຫຼາຍທີ່ມັນຈະຊ່ວຍໃຫ້ຜູ້ປ່ວຍໂຣກຊຶມເສົ້າດີຂຶ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/