ພົບຕົວແລ້ວ! ນ້ອງ Cleo ເດັກນ້ອຍ 4 ປີ ທີ່ຫາຍຕົວໄປ ຍັງມີຊີວິດ


ເຈົ້າໜ້າທີ່ພົບຕົວນ້ອງ Cleo Smith ເດັກນ້ອຍອາຍຸພຽງ 4 ປີ ທີ່ຫາຍຕົວໄປກວ່າ 18 ມື້ ຍັງມີຊີວິດ ແລະ ຖືກຂັງໃນເຮືອນທີ່ທາງຕາເວັນຕົກຂອງປະເທດອອສເຕຣເລຍ.

ໃນວັນທີ 16 ຕຸລາ ປີ 2021 ທີ່ຜ່ານມາ, ຄອບຄົວ ແລະ ນ້ອງ Cleo ໄດ້ເດີນທາງໄປຕັ້ງເຕັ້ນນອນທີ່ Quobba Blowholes. ແຕ່ເມື່ອຕື່ນເຊົ້າມາ, ຜູ້ເປັນແມ່ກໍພົບວ່ານ້ອງໄດ້ຫາຍຕົວໄປ. ເຊິ່ງໃນເຂດຕັ້ງແຄ້ມນັ້ນເປັນແຄມຝັ່ງທະເລທີ່ຕິດກັບຖ້ຳ, ທະເລ ແລະ ແມ່ນ້ຳ ເປັນແຫຼ່ງທ່ອງທ່ຽວໂດ່ງດັງໃນທິດເໜືອຂອງເມືອງເພີດ.

ຂ່າວການຫາຍໄປຄັ້ງນີ້ສົ່ງຜົນໃຫ້ທົ່ວປະເທດຫັນມາສົນໃຈ ແລະ ທີມເຈົ້າໜ້າທີ່ໄດ້ປະຕິບັດການຄົ້ນຫາຢ່າງເຕັມກຳລັງບໍ່ວ່າຈະທາງອາກາດ, ທາງບົກ ແລະ ໃຕ້ນ້ຳ ດ້ວຍຄວາມຢ້ານວ່າຈະເປັນການລັກພາຕົວ ເນື່ອງຈາກເຕັ້ນຂ້າງທີ່ນ້ອງນອນນັ້ນໄດ້ມີການດຶງຊິບຮູດຂຶ້ນສູງກວ່າຕຳແໜ່ງທີ່ນ້ອງຈະຈັບເຖິງ ແລະ ເດັກນ້ອຍ 4 ປີ ບໍ່ມີທາງອອກຈາກເຕັ້ນໄປຄົນດຽວ. ນອກຈາກນີ້ທາງການໄດ້ມີການສະເໜີໃຫ້ຮາງວັນແກ່ຜູ້ພົບເຫັນນ້ອງ Cleo ເຖິງ 1 ລ້ານໂດລາອອສເຕຣເລຍ ເຊິ່ງໄດ້ເປັນການດຶງດູດນັກລ່າຮາງວັນໃຫ້ອອກຄົ້ນຫານ້ອງຢ່າງຫຼວງຫຼາຍ.

ໃນເຊົ້າວັນພຸດເວລາ 1 ໂມງທ້ອງຖິ່ນ. ທາງຕຳຫຼວດໄດ້ບຸກເຂົ້າໄປໃນເຮືອນທີ່ຢູ່ Carnarvon ຕາມເບາະແສ ແລະ ພົບນ້ອງ Cleo ຖືກຂັງຢູ່ໃນຫ້ອງ ພ້ອມກັບຈັບກຸມຊາຍອາຍຸ 36 ປີ ຈາກເຮືອນຫຼັງນັ້ນເພື່ອສອບຖາມ ແລະ ໄຕ່ສວນ. ເຮືອນທີ່ພົບ Cleo ແມ່ນຢູ່ໃນເມືອງ Carnarvon ມີຜູ້ອາໄສຢູ່ 5,000 ຄົນ ເຊິ່ງຫ່າງຈາກເຮືອນຂອງຄອບຄົວນ້ອງປະມານ 6 ນາທີ.

ທາງເຈົ້າໜ້າທີ່ໃຫ້ລາຍງານວ່າມີຄົນໃນລະແວກນັ້ນເຫັນຊາຍດັ່ງກ່າວສັ່ງຊື້ຜ້າອ້ອມມາເປັນໄລຍະໜຶ່ງ ແຕ່ພວກເຂົາກໍບໍ່ຮູ້ວ່າລາວຊື້ໄປໃຫ້ໃຜ ເຊິ່ງເຫດນີ້ເອງທີ່ເປັນໜຶ່ງໃນເບາະແສໃນການຊ່ວຍຕຳຫຼວດຕາມຫານ້ອງຈົນພົບ. ຫຼັງຈາກຂ່າວການພົບເຫັນນ້ອງໄດ້ມີການປະກາດໄປທົ່ວກໍສ້າງຄວາມດີໃຈໃຫ້ແກ່ຊຸມຊົນໃນລະແວກນັ້ນ ລວມໄປເຖິງພໍ່ແມ່ຂອງນ້ອງ ເຊິ່ງນັບວ່າເປັນຂ່າວດີທີ່ພວກເຂົາຈະໄດ້ກັບມາຮວມກັນເປັນຄອບຄົວອີກຄັ້ງຫຼັງຈາກ 18 ມື້ທີ່ນ້ອງ Cleo ໄດ້ຫາຍຕົວໄປ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/