Sony ຢືນຢັນວ່າແວ່ນຕາ PlayStation VR ສຳລັບ PS5 ມາແທ້ແນ່ນອນ ແຕ່ອາດຕ້ອງຖ້າເຖິງປີ 2022


ຫຼັງຈາກທີ່ປ່ອຍໃຫ້ລໍຖ້າມາດົນພໍສົມຄວນ ໃນທີ່ສຸດ Sony ກໍອອກມາຢືນຢັນດ້ວຍຕົນເອງແລ້ວວ່າ ບໍລິສັດກຳລັງຢູ່ໃນລະຫວ່າງພັດທະນາ Head set VR Generation ໃໝ່ສຳລັບເຄື່ອງເກມ PlayStation 5 ຢູ່ ແຕ່ຕອນນີ້ຍັງມີຫຼາຍໆຢ່າງທີ່ຍັງບໍ່ພ້ອມ ແລະ ມີຈຸດທີ່ຍັງຕ້ອງປັບປຸງເພີ່ມຕື່ມອີກຫຼາຍ ກວ່າຈະເປີດຕົວອາດຈະຕ້ອງໄດ້ລໍຖ້າເຖິງປີ 2022.

Sony ໄດ້ບອກວ່າ PlayStation VR ຮຸ່ນໃໝ່ຈະໃຫ້ປະສົບການທີ່ດີຂຶ້ນກວ່າເກົ່າແບບກ້າວກະໂດດ ໂດຍນຳເອົາປະສົບການ ແລະ ຟີດແບັກຈາກຮຸ່ນກ່ອນມາຕໍ່ຍອດ ປັບປຸງທັງຄວາມລະອຽດຂອງການສະແດງຜົນ, ຄວາມກວ້າງຂອງມຸມມອງໄປຈົນເຖິງການຕິດຕາມການເຄື່ອນໄຫວ ແລະ ການຄວບຄຸມທີ່ດີຂຶ້ນ ເຊື່ອມຕໍ່ກັບ PS5 ໄດ້ແບບງ່າຍໆ ດ້ວຍສາຍໄຟພຽງເສັ້ນດຽວເທົ່ານັ້ນ.

ນອກຈາກນີ້ Sony ຈະນຳເອົາຄຸນສົມບັດບາງຢ່າງຈາກຈອຍ DualSense ໃສ່ລົງໄປໃນຄອນໂທເລີຂອງ PlayStation VR ນີ້ອີກດ້ວຍ ແຕ່ຍັງບໍ່ບອກວ່າມັນແມ່ນຫຍັງ ແລະ ໃນໄວໆນີ້ ອາດມີການເປີດເຜີຍລາຍລະອຽດອື່ນໆເພີ່ມຕື່ມ ສະນັ້ນເຮົາມາຖ້າຕິດຕາມໄປພ້ອມກັນວ່າ Sony ຈະປ່ອຍຂໍ້ມູນຫຍັງມາໃຫ້ເຮົາອັບເດດອີກ.

ຂອບໃຈຂໍ້ມູນຈາກ: