ໂຈເຊບ ມາເຣຍ ບາໂຕແມວ ອະດີດປະທານສະໂມສອນ Barcelona ຖືກຕໍາຫຼວດຈັບຂໍ້ຫາ ໃຊ້ເງິນສະໂມສອນໄປຈ້າງສື່ໂຈມຕີນັກເຕະ


ເປັນຂ່າວດັງໃນວົງການເຕະບານເລີຍກໍວ່າໄດ້ ເພາະຕໍາຫຼວດຄາຕາລັນ ເຂົ້າກວດຄົ້ນສໍານັກງານຂອງສະໂມສອນບາເຊໂລນາ ເຊິ່ງມີຂໍ້ຫາວ່າອະດີດປະທານສະໂມສອນຄົນນີ້ ໄດ້ໃຊ້ເງິນສະໂມສອນໄປຈ້າງບໍລິສັດສື່ເຮັດຂ່າວໂຈມຕີນັກເຕະຕົວຫຼັກຂອງສະໂມສອນ.

ໂດຍ ເມສຊີ, ປິເກ້, ຊາບີ ແລະ ເປບ ກວາດິໂອລາ ຕົກເປັນເປົ້າໝາຍໃນການໂຈມຕີຂອງ 13 Ventures ບໍລິສັດສື່ສັນຊາດ ອູຣູກວາຍ ທີ່ຈະປ່ອຍຂ່າວເສຍຫາຍອອກມາທາງໂລກອອນລາຍ ບໍ່ວ່າຈະເປັນກໍລະນີການຕໍ່ສັນຍາໃໝ່ຂອງ ເມສຊີ ຫຼື ການທີ່ ຊາບີ ເຂົ້າໄປພົວພັນກັບການປັບປຸງທີມ ເທນນິສ ເດວິສ ຄລັບ.

Bartomeu (ບາໂຕແມວ) ໄດ້ອອກມາປະຕິເສດຂໍ້ກ່າວຫາທັງຫຼາຍ ເຖິງແມ່ນວ່າຈະມີສະມາຊິກສະໂມສອນ 8 ຄົນ ໄດ້ສົ່ງໜັງສືຮ້ອງຮຽນໄປໃຫ້ເຈົ້າໜ້າທີ່ຕໍາຫຼວດ ເພື່ອຮຽກຮ້ອງໃຫ້ມີການກວດສອບ ເນື່ອງຈາກບາເຊໂລນາ ຕ້ອງຈ່າຍເງິນໃຫ້ກັບ 13 Ventures ເປັນຈໍານວນ 170,000 ປອນ, ໃນສັນຍາແຕ່ລະສະບັບທີ່ໄດ້ເຮັດຮ່ວມກັນໄວ້ ທັງໝົດແມ່ນ 6 ສະບັບ.

ນອກຈາກ ບາໂຕແມວ ອະດີດປະທານສະໂມສອນແລ້ວ ຕຳຫຼວດຍັງໄດ້ຈັບກຸມຕົວ ອອສກ້າ ກຣາວ ອະດີດຊີອີໂອ, ໂຣມັນ ໂກແມສ ປອນ ອະດີດຜູ້ອຳນວຍການຝ່າຍກົດໝາຍ ແລະ ເຊົາເມີ ມາສເຟເຣ ອະດີດຜູ້ຊ່ວຍຂອງ ບາໂຕແມວ ເຂົ້າໄປສອບສວນ.

ທາງສະໂມສອນ ບາເຊໂລນາ ກໍໄດ້ອອກມາຖະແຫຼງການເຖິງເລື່ອງນີ້ອີກວ່າ: ທາງສະໂມສອນຍິນດີໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ຕຳຫຼວດ ຢ່າງເຕັມທີ່ເພື່ອຫາຄວາມຈິງທີ່ເກີດຂຶ້ນໃນເລື່ອງນີ້ ເຊິ່ງ ບາເຊໂລນາ ເຊື່ອໝັ້ນໃນຂະບວນການຍຸຕິທໍາ ທີ່ຈະຊ່ວຍເຫຼືອຜູ້ບໍລິສຸດຢ່າງແນ່ນອນ.

ເມື່ອຊ່ວງຕົ້ນປີ 2021 ບາໂຕແມວເຄີຍຍອມຮັບວ່າເຂົາໄດ້ຈ້າງບໍລິສັດ 13 Ventures ໃນການວິເຄາະສື່ອອນລາຍ ຂອງສະໂມສອນນັ້ນເປັນເລື່ອງຈິງ ແຕ່ບໍ່ເຄີຍມີຂໍ້ຕົກລົງ ໃນການໃຫ້ເຮັດຂ່າວໂຈມຕີ ເມສຊີ ຫຼື ນັກເຕະໃນທີມ ແຕ່ກໍບໍ່ມີການເປີດເຜີຍວ່າ ບາເຊໂລນາໄດ້ຈ່າຍຄ່າຈ້າງສູງກວ່າລາຄາໃນຕະຫຼາດເຖິງ 600%, ໃນຂະນະທີ່ກວດສອບ ຍັງພົບອີກດ້ວຍວ່າ ມີການຍົກເລີກສັນຍາກັບບໍລິສັດຄູ່ສັນຍາເກົ່າ ໂດຍບໍ່ມີຄວາມຜິດຫຍັງເລີຍກໍຕາມ.

ຂອບໃຈຂໍ້ມູນຈາກ:

https://www.sanook.com/sport/1199342/?fbclid=IwAR0C4d4AztCSiPat9eJ7llCeUkikA3Fau4ePx8IFyDM7Z7HyJA0jehOtVmk