ລັດອາຣິໂຊນາອອກກົດໝາຍ “ເລຍກະແລ້ມແຕ່ບໍ່ຊື້ເທົ່າກັບການກໍ່ອາຊະຍາກຳ”


ການຖ່າຍຄລິບວີດີໂອຫຼອກຄົນອື່ນແລ້ວອັບລົງໂຊຊຽວມີເດຍເປັນເລື່ອງບັນເທີງ ນັບວ່າເປັນຄອນເທັ້ນທີ່ນິຍົມກັນຫຼາຍໃນກຸ່ມໄວໜຸ່ມອາເມຣິກາ ເຊັ່ນດຽວກັນກັບຊາຍໜຸ່ມຄົນໜຶ່ງທີ່ເຮັດພຶດຕິກຳສຸດແປກ “ເລຍກະແລ້ມແລ້ວບໍ່ຊື້” ເພື່ອເຮັດວີດິໂອກວນຄົນ ຈົນຖືກຈັບ ແລະ  ກາຍເປັນກະແສວິພາກວິຈານຢ່າງກວ້າງຂວາງໃນໂຊຊຽວມີເດຍ.

ເຫດການເກີດຂຶ້ນທີ່ລັດເທັກຊັສ ເຊິ່ງຊາຍໜຸ່ມດັ່ງກ່າວຊື່ວ່າ Anderson ຖືກສານຕັດສິນຈຳຄຸກ 2 ປີ ແລະ ຕ້ອງຈ່າຍເງິນຄ່າປັບໃໝຈຳນວນ 1,000 ໂດລາສະຫະລັດ ພ້ອມກັບຈ່າຍຄ່າເສຍຫາຍໃຫ້ທາງຮ້ານຂາຍກະແລ້ມ.

ຫຼັງຈາກເກີດເຫດດັ່ງກ່າວ ເຮັດໃຫ້ລັດອາຣິໂຊນາຫັນມາໃສ່ໃຈເລື່ອງນີ້ແລ້ວ ໂດຍໄດ້ມີການປະຊຸມ ແລະ ອອກກົດໝາຍໃນເດືອນກຸມພາທີ່ຜ່ານມາ. ມີກົດໝາຍຂໍ້ໜຶ່ງລະບຸໃຫ້ເປັນການກໍ່ອາຊະຍາກຳລະດັບ1 ຫຼື ລະດັບເບົາສຸດ ກ່າວໄວ້ວ່າ “ຫ້າມບໍ່ໃຫ້ຜູ້ໃດໃສ່ ຫຼື ເຮັດໃຫ້ເປື້ອນ ໂດຍການໃສ່ຂອງແຫຼວຈາກຮ່າງກາຍ ຫຼື ວັດຖຸທີ່ມະນຸດບໍ່ສາມາດບໍລິໂພກໄດ້ ເຂົ້າໄປໃນນ້ຳ, ອາຫານ ແລະ ນ້ຳດື່ມ”

ຖ້າຫາກວ່າມີເຫດການນີ້ເກີດຂຶ້ນ ແລະ ມີຜູ້ເສຍຫາຍບໍລິໂພກສິ່ງຂອງທີ່ປົນເປື້ອນ ຫຼື ສິນຄ້ານັ້ນເຂົ້າໄປ ຈະຖືວ່າເປັນອາຊະຍາກຳລະດັບ 2 ມີໂທດປັບໃໝຂັ້ນຕ່ຳ 1,000 ໂດລາສະຫະລັດ ແລະ ອາດຈະຖືກຈຳຄຸກອີກ 4 ເດືອນ, ນອກຈາກນີ້ ຜູ້ກະທຳຜິດຍັງຕ້ອງຈ່າຍຄ່າເສຍຫາຍໃຫ້ກັບທາງຮ້ານອີກ.

ຂອບໃຈຂໍ້ມູນຈາກ:

https://today.line.me/th/v2/article/YrmeMM

https://www.catdumb.tv/