Shutkever ເປັນຜູ້ຍິງທີ່ກິນກ້ວຍ ໂດຍບໍ່ໃຊ້ມືໄດ້ໄວທີ່ສຸດໃນໂລກ


ເປັນການກິນກ້ວຍໂດຍບໍ່ໃຊ້ມືຈັບ ໃຊ້ພຽງປາກກິນກ້ວຍ ແລະ ການກິນຂອງສາວຄົນນີ້ ສາມາດເຮັດສະຖິຕິໂລກໄດ້ ບໍ່ມີຄົນໃດກິນໄວ ແລະ ເກັ່ງໄດ້ເທົ່າຄົນນີ້ແລ້ວ ເຊິ່ງຄວາມໄວໃນກິນແມ່ນເຮັດເວລາໄດ້ 20.33 ວິນາທີ ແລະ ຖືກບັນທຶກເປັນຍິງສາວທີ່ກິນກ້ວຍໂດຍບໍ່ໃຊ້ມືໄວທີ່ສຸດໃນໂລກ.

ນອກຈາກນີ້ ຍັງໄດ້ 2 ສະຖິຕິໂລກອີກດ້ວຍ ເຊິ່ງປະກອບມີ: ການກິນຜັກກະລໍ່າ 1 ຫົວ ໄດ້ໄວທີ່ສຸດໃນໂລກ ໃນເວລາ 42.99 ວິນາທີ ແລະ ກິນຖົ່ວ Almond ໄດ້ຫຼາຍທີ່ສຸດໃນເວລາ 1 ນາທີ.

ສຳລັບຍິງສາວຄົນນີ້ມີຊື່ວ່າ ເລອາ ຊັດເກເວີ ເປັນຄົນປະເທດອັງກິດ ອາຍຸ 28 ປີ ເປັນຢູທູບເບີ້ສາຍກິນ ແລະ ໃນຊ່ອງຂອງລາວນັ້ນ ປະກອບດ້ວຍຄອນເທັ້ນການກິນ ແລະ ເປັນການກິນທີ່ອະລັງການ ມີຄວາມແປກແຕກຕ່າງຈາກຊ່ອງອື່ນໆ.

ດັ່ງນັ້ນ, ທາງ Guinness World Records ກໍໄດ້ສຳຫຼວດ ແລະ ບັນທຶກລົງສະຖິຕິຢ່າງເປັນທາງການເປັນທີ່ຮຽບຮ້ອຍ. ຖືໄດ້ວ່າເປັນສະຖິຕິສູງສຸດທີ່ມີຄວາມແປກໃໝ່ ແລະ ບໍ່ເຄີຍຈະພົບເຫັນມາກ່ອນ. ພ້ອມກັນນີ້ ການທີ່ຖືກບັນທຶກສະຖິຕິໂລກ ຍັງເຮັດໃຫ້ຍິງຄົນນີ້ ເປັນທີ່ຮູ້ຈັກຂອງໃຜຫຼາຍຄົນ ແລະ ອາດຈະໄດ້ເຫັນລາວຄອບຄອງສະຖິຕິແບບໃໝ່ອີກ.

ຂອບໃຈຂໍ້ມູນຈາກ:

ຮັບຊົມວິດີໂອໄດ້ທີ່:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/