ວັນທີ 14 ພະຈິກ ວັນເບົາຫວານໂລກ


ວັນເບົາຫວານໂລກ ຫຼື World Diabetes Day ກົງກັບວັນທີ 14 ພະຈິກ ກຳນົດໂດຍສະຫະພັນໂຣກເບົາຫວານນານາຊາດ ແລະ ອົງການອະນາໄມໂລກ (WHO) ເພື່ອໃຫ້ຜູ້ຄົນຄຳນຶງເຖິງຄວາມອັນຕະລາຍຂອງໂຣກເບົາຫວານ. ໃນແຕ່ລະປີ ວັນເບົາຫວານຈະມີຫົວຂໍ້ທີ່ເວົ້າເຖິງໂຣກດັ່ງກ່າວແຕກຕ່າງກັນເຊັ່ນ: ເບົາຫວານກັບສິດທິມະນຸດ, ເບົາຫວານກັບວິຖີຊີວິດ, ເບົາຫວານກັບຄວາມຕຸ້ຍ, ເບົາຫວານໃນຜູ້ດ້ອຍໂອກາດ ແລະ ກຸ່ມສ່ຽງ, ເບົາຫວານໃນເດັກ ແລະ ໄວໜຸ່ມ…

ໂຣກເບົາຫວານ ເປັນໂຣກຊຳເຮື້ອທີ່ເກີດຈາກຄວາມຜິດປົກກະຕິຂອງຮ່າງກາຍທີ່ມີການຜະລິດຮໍໂມນອິນຊູລິນບໍ່ພຽງພໍ ຫຼື ຮ່າງກາຍບໍ່ສາມາດນຳນ້ຳຕານໄປໃຊ້ວຽກໄດ້ຢ່າງມີປະສິດທິພາບ ເຮັດໃຫ້ເກີດມີນ້ຳຕານໃນເລືອດສູງ.

ຂໍ້ມູນຈາກອົງການອະນາໄມໂລກ ລາຍງານວ່າ ຜູ້ປ່ວຍໂຣກເບົາຫວານເພີ່ມຂຶ້ນຈາກ 108 ລ້ານຄົນ ໃນປີ 1980 ເປັນ 422 ລ້ານຄົນ ໃນປີ 2014, ໂດຍສະເພາະປະເທດທີ່ມີລາຍໄດ້ຕ່ຳ ແລະ ປານກາງ ພົບວ່າມີຜູ້ປ່ວຍເພີ່ມຫຼາຍຂຶ້ນ. ໃນປິ 2016 ມີຜູ້ທີ່ເສຍຊີວິດຈາກເບົາຫວານເຖິງ 1.5 ລ້ານຄົນ ແລະ ອີກ 2.2 ລ້ານຄົນ ເສຍຊີວິດຈາກນ້ຳຕານໃນເລືອດສູງ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/