ຜົນງານສິລະປະ “Can’t Help Myself” ກັບຫຸ່ນຍົນທີ່ສະເທືອນຈິດໃຈມະນຸດ


Sun Yuan ແລະ Peng Yu ເປັນສິລະປິນສະໄຕລ໌ສິລະປະຮ່ວມສະໄໝຈາກ ສປ ຈີນ. ພວກເຂົາໄດ້ຮ່ວມງານກັນສ້າງຜົນງານ “Can’t Help Myself” ເຊິ່ງເປັນສິລະປະແບບຕິດຕັ້ງຂະໜາດໃຫຍ່ຂຶ້ນມາໃນປີ 2016. ຕົວຜົນງານດັ່ງກ່າວກໍຄືຫຸ່ນຍົນໂຮງງານ ທີ່ເປັນແຂນຂ້າງດຽວ, ປາຍຂອງແຂນນັ້ນເປັນຢາງທີ່ໃຊ້ກວາດເອົາຂອງແຫຼວສີແດງເຂັ້ມຄືເລືອດ ທີ່ໄຫຼອອກມາຈາກກ້ອງຕົວມັນເອງ.

ຫຸ່ນຍົນນີ້ຖືກຕັ້ງໂປຣແກຣມມາຢ່າງດຽວ ກໍຄືກົ້ມລົງກວາດນ້ຳສີແດງເຂັ້ມທີ່ໄຫຼອອກມາໃຫ້ໝົດ ແຕ່ເມື່ອກວາດໄປຂ້າງໜຶ່ງໄດ້ ຂອງແຫຼວທີ່ຄືເລືອດນັ້ນກໍໄຫຼອອກໄປອີກຂ້າງ ເຊິ່ງມັນຈະຕ້ອງນຳໄປກວາດອີກຂ້າງ ແລະ ກໍເຮັດແບບນັ້ນຊ້ຳໆໄປເລື້ອຍໆ ບໍ່ມີມື້ຢຸດ ໂດຍທີ່ບໍ່ສາມາດຊ່ວຍຕົນເອງໄດ້ ຕາມຊື່ຂອງມັນ “Can’t Help Myself”

ຜົນງານດັ່ງກ່າວໄດ້ຖືກນຳມາວາງສະແດງຄັ້ງທຳອິດທີ່ the Solomon R. Guggenheim Museum 2016 ໃນຫົວຂໍ້ງານ Tales of Our Time ຕໍ່ມາກໍໄດ້ໄປວາງສະແດງຕໍ່ທີ່ເວນິດ, ປະເທດອິຕາລີ ໃນປີ 2019 ທີ່ງານສະແດງຄົບຮອບຄັ້ງທີ 58 ຂອງ Venice Biennale, Central Pavilion ໂດຍຊື່ຫົວຂໍ້ “May You Live in Interesting Times.” 

ທັງ Sun Yuan ແລະ Peng Yu ຕ່າງກໍເປັນທີ່ຮູ້ຈັກໃນການໃຊ້ມຸກອາລົມຕະຫຼົກທີ່ໜ້າຫົດຫູ່ (Dark Humor) ເຂົ້າມາຊີ້ໃສ່ຫົວຂໍ້ທີ່ມັກເປັນທີ່ຖົກຖຽງກັນ ພ້ອມທັງມັກຂະຫຍາຍຂອບເຂດ ແລະ ສ້າງຜົນງານທີ່ເຮັດໃຫ້ຜູ້ຊົມຕື່ນຕົກໃຈ. ຜົນງານກ່ອນໜ້າຂອງພວກເຂົາມີທັງໃຊ້ສັດທີ່ມີຊີວິດ, ຊາກສົບຂອງເດັກນ້ອຍ ແລະ ເຍື່ອຫຸ້ມຂອງມະນຸດ ເພື່ອສະແດງໃຫ້ເຫັນເຖິງການທີ່ຕ້ອງການຮັບມືກັບບັນຫາການເສຍຊີວິດ ແລະ ສະພາວະຄວາມເປັນມະນຸດ. ແຕ່ວ່າມາຮອດຜົນງານ “Can’t Help Myself” ທີ່ເປັນຈຸດປ່ຽນຂອງພວກເຂົາ ເນື່ອງຈາກຕົວໂຈດໃນການນຳໃຊ້ສະແດງຄັ້ງນີ້ບໍ່ແມ່ນສິ່ງທີ່ມີຊີວິດ, ພ້ອມທັງເຮັດໃຫ້ມີການຖົກຖຽງໜ້ອຍລົງ ເພື່ອພະຍາຍາມຈະຮັບເອົາຜົນຕອບຮັບເປັນຄຸນຄ່າທາງຄວາມຮູ້ສຶກ. ຜົນງານນີ້ເປັນດັ່ງກະບອກສຽງເຖິງຄວາມເລິກເຊິ່ງໃນທາງການເມືອງ ແລະ ການສ້າງພາບຈຳທີ່ສະເທືອນຈິດໃຈ.

ດ້ວຍການຮ່ວມມືຂອງວິສະວະກອນທັງສອງໃນການສ້າງຫຸ່ນຍົນທີ່ສາມາດເຄື່ອນໄຫວໄດ້ພຽງ 32 ຮູບແບບ ບໍ່ວ່າຈະເປັນການກົ້ມຕົວ, ການເກົາ ແລະ ການເຕັ້້ນ. ຈຸດປະສົງຂອງສິລະປິນກໍຄື ເຮົາຈະສາມາດສັງເກດມັນໄດ້ ຈາກພາຍນອກຂອງຫ້ອງແກ້ວທີ່ເປັນດັ່ງຄຸກທີ່ຂັງມັນໃນຫໍພິພິທະພັນ. ການກະທຳທີ່ບໍ່ມີວັນສິ້ນສຸດ ແລະ ການເຕັ້ນຊ້ຳໄປຊ້ຳມາ ສະແດງໃຫ້ເຫັນເຖິງ ຄວາມບໍ່ມີປະໂຫຍດ ແລະ ການພະຍາຍາມເຮັດໃນສິ່ງທີ່ເປັນໄປບໍ່ໄດ້ ຜ່ານມຸມມອງສິລະປິນ ຕໍ່ບັນຫາອ້ອມຮອບຂອງການອົບພະຍົບ ແລະ ຜູ້ມີອຳນາດໃນປະເທດ. ຂອງແຫຼວສີແດງທີ່ບໍ່ມີທາງກວາດໝົດທາງລຸ່ມ ກໍປ່ຽບດັ່ງຄວາມຮຸນແຮງທີ່ເປັນຜົນຈາກການປ້ອງກັນເຂດແດນ.

ໃນຄວາມພະຍາຍາມຂອງຫຸ່ນຍົນທີ່ເຮັດໄປຊ້ຳໆ ໃນສິ່ງທີ່ຮູ້ຢູ່ແລ້ວວ່າບໍ່ມີທາງທີ່ຈະເຮັດໃຫ້ສຳເລັດໄດ້ ເປັນພາບທີ່ສະເທືອນຈິດໃຈຕໍ່ຜູ້ເບິ່ງ ໂດຍບໍ່ໄດ້ມີຄຳເວົ້າຫຍັງບັນຍາຍເລີຍກໍໄດ້. ຜົນງານນີ້ກໍເປັນດັ່ງແວ່ນແຍງທີ່ສະທ້ອນກັບມາຫາມຸມມືດຂອງຕົວຜູ້ເບິ່ງ ທີ່ທຸກຄົນຮັບຮູ້ ແລະ ພະຍາຍາມປ່ອຍປະລະເລີຍມັນ. ເຖິງແມ່ນວ່າຫຸ່ນຍົນຈະຖືກກັນອອກຈາກຜູ້ຊົມດ້ວຍແກ້ວໃສ ແຕ່ຄວາມຮຸນແຮງພາຍໃນກໍຍັງສະເທືອນອອກມາຮອດຕົວເຮົາ, ດັ່ງນ້ຳສີເລືອດທີ່ມັນພະຍາຍາມປັດອອກນັ້ນກະຈາຍອອກມາຕິດໃສ່ແກ້ວໃຫ້ເຮົາໄດ້ຮູ້ສຶກເຂົ້າໃກ້ກັບມັນເພີ່ມຂຶ້ນ ເປັນດັ່ງເລນກ້ອງທີ່ຖ່າຍຕິດເລືອດຈາກໃນເຫດການນັ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/