Sauce Channel ໄດ້ເປີດຕົວ NFT ທີ່ສາມາດກິນໄດ້ລາຍທຳອິດຂອງໄທທີ່ມາພ້ອມກັບສິດທິພິເສດອີກຫຼາກຫຼາຍ


Sauce Channel ເປັນລາຍການດັງໃນ YouTube ທີ່ມີຊື່ສຽງໄດ້ເປີດຕົວ NFT ກິນໄດ້ “Sauce NFT” ທີ່ເຊື່ອມຕໍ່ກັບຮ້ານອາຫານຈໍານວນຫຼາຍ ແລະ ສິດທິພິເສດອີກຫຼາຍ ເປັນເເຫ່ງທໍາອິດໃນປະເທດໄທ.
Sauce NFT ໄດ້ເພີ່ມສິດທິພິເສດຕ່າງໆຂອງແຕ່ລະຮ້ານອາຫານໄວ້ໃນ NFT, ເຊິ່ງສິດທິພິເສດຂອງແຕ່ລະຮ້ານນັ້ນຈະບໍ່ຄືກັນ, ໂດຍການເປັນເຈົ້າຂອງ Sauce NFT ກໍຄ້າຍຄືການເປັນ Member ທີ່ຈະໄດ້ຮັບສິດທິພິເສດຕ່າງໆຂອງຮ້ານອາຫານນັ້ນເອງ. ໂດຍການທີ່ນຳເອົາສິດທິພິເສດຂອງ Membership ຮ້ານອາຫານຕ່າງໆເປັນໃສ່ໄວ້ໃນຮູບເເບບ NFT ກໍເພື່ອສາມາດກວດສອບຄວາມເປັນເຈົ້າຂອງໄດ້ເມື່ອເຂົ້າໄປໃຊ້ບໍລິການໃນຮ້ານອາຫານຕ່າງໆ ເເລະ ຍັງສາມາດກວດສອບໄດ້ວ່າເປັນຂອງເເທ້ ຫຼື ປອມ.
ດັ່ງນັ້ນ, ກ່ອນທີ່ຈະຕັດສິນໃຈຊື້ Sauce NFT collection ໃດໜຶ່ງນັ້ນ ທ່ານຕ້ອງອ່ານຂໍ້ມູນ ເເລະ ລາຍລະອຽດຂອງຮ້ານອາຫານນັ້ນກ່ອນວ່າມີສິດທິພິເສດຫຍັງເເດ່ໃຫ້ກັບຜູ້ຖື NFT ເເລະ ມີການກຳນົດຄັ້ງ ຫຼື ເວລາໃນການໃຊ້ຫຼືບໍ?
ນອກຈາກນີ້ ສຳລັບຜູ້ຖື Sauce NFT ບໍ່ວ່າຈະເປັນຂອງຮ້ານອາຫານໃດກໍຕາມ ຍັງຈະໄດ້ຮັບສິດທິພິເສດສ່ວນກາງຂອງ Sauce Channel ອີກດ້ວຍ ເພື່ອໃຊ້ສຳລັບການເຂົ້າຮ່ວມໃນກິດຈະກໍາພິເສດຕ່າງໆທີ່ຈັດຂຶ້ນໂດຍ Sauce Channel.
Sauce NFT ຢູ່ໃນ Polygon blockchain ເຊິ່ງເປັນ Layer 2 blockchain ທີ່ຖືກສ້າງຂຶ້ນຢູ່ໃນ Ethereum blockchain. Polygon ແມ່ນເຄືອຂ່າຍ blockchain ທີ່ມີຈຸດເດັ່ນຢູ່ທີ່ຄ່າທໍານຽມ ຫຼື ຄ່າ Gas ທີ່ຕໍ່າຫຼາຍ, ເຊິ່ງປັດຈຸບັນໄດ້ມີບໍລິສັດໃຫຍ່ຫຼາຍເເຫ່ງມາເຮັດລະບົບ Royalty Program ໃນ Polygon ເຊັ່ນດຽວກັນ, ດັ່ງນັ້ນທຸກຄົນສາມາດຮັບປະກັນຄວາມປອດໄພ ແລະ ການກະຈາຍຂໍ້ມູນໃນທຸກໆທຸລະກໍາທີ່ຈະເກີດຂຶ້ນກັບ NFT Membership ຂອງ Sauce ໄດ້.
ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/