ຟິລິບປິນສະເໜີຮ່າງກົດໝາຍ ຫ້າມໃຫ້ວຽກບ້ານ ນັກຮຽນໃນມື້ພັກ ພ້ອມຊີ້ ຮຽນໜັກ ຜົນຄະແນນກໍບໍ່ດີຂຶ້ນ


ແຊມ ເວີໂຊນາ (Sam Verzosa), ສະມາຊິກສະພາແຫ່ງຊາດຟິລິບປິນ ສະເໜີຮ່າງກົດໝາຍຫ້າມຄູໃຫ້ວຽກບ້ານໃຫ້ນັກຮຽນປະຖົມ ແລະ ມັດທະຍົມປາຍ ໃນທ້າຍອາທິດ. ຫຼັງຈາກພົບວ່າ ເດັກນ້ອຍຮຽນຍາກ ແຕ່ຄະແນນສອບເສັງຍັງຕໍ່າກວ່າມາດຕະຖານ.

ເວີໂຊນາແນະນໍາວ່າ ວຽກບ້ານໃນວັນເສົາວັນທິດ ຄວນສັ່ງໃຫ້ໜ້ອຍທີ່ສຸດເທົ່າທີ່ຈະເປັນໄປໄດ້ ແລະ ມັນຕ້ອງເປັນວຽກບ້ານທີ່ນັກຮຽນສາມາດເຮັດສໍາເລັດໃນເວລາໜ້ອຍກວ່າ 4 ຊົ່ວໂມງຕໍ່ອາທິດ.

ເຫດຜົນກໍຄື ເວີໂຊນາ ເຫັນວ່າການສຶກສາໃນຟິລິບປິນຕົກຢູ່ໃນສະພາບວິກິດ ຫຼັງຈາກໄດ້ຄົ້ນພົບວ່າໄວໜຸ່ມຟິລິບປິນຮຽນໜັງສືໜັກເກີນໄປ. ແຕ່ເຂົາເຈົ້າຍັງຄະແນນຕ່ຳກວ່າມາດຕະຖານ ແລະ ຍັງຊ້າກວ່າປະເທດອື່ນໆ.

ເວີໂຊນາ ຍັງໄດ້ລະບຸວ່າ ເມື່ອນັກຮຽນເຫຼົ່ານີ້ເມືອເຮືອນໄປ ພວກເຂົາຍັງຕ້ອງຫຍຸ້ງຢູ່ກັບວຽກບ້ານຂອງເຂົາເຈົ້າຈາກໂຮງຮຽນ, ເຖິງແມ່ນວ່າຈະມີຂໍ້ມູນຈາກຜູ້ຊ່ຽວຊານອອກມາວ່າ ການເຮັດວຽກບ້ານໜຶ່ງຊົ່ວໂມງກໍພຽງພໍແລ້ວ.

ເວີໂຊນາ ຍັງໄດ້ອ້າງເຖິງການສືກສາ 2018 Programme for International Student Assessment (PISA) rankings, ເຊິ່ງໄດ້ລະບຸວ່າ ປະເທດຟິລິບປິນເປັນ 1 ໃນ 79 ປະເທດທີ່ມີຜົນການຮຽນຕໍ່າສຸດໃນການອ່ານ ແລະ ມີຜົນການຮຽນຕໍ່າສຸດອັນດັບສອງໃນວິຊາຄະນິດສາດ ແລະ ວິທະຍາສາດ.

ນອກຈາກນັ້ນ, ເວີໂຊນາ ເຫັນວ່ານັກຮຽນຕ້ອງການເວລາພັກຜ່ອນ ແລະ ເຕີມພະລັງ. ທ່ານກ່າວຕື່ມວ່າ ການເຮັດວຽກອາດເຮັດໃຫ້ເສັ້ນແບ່ງທາງຖານະຂອງນັກຮຽນຊັດເຈນຂຶ້ນ. ເນື່ອງຈາກວ່າເດັກນ້ອຍບາງຄົນຈາກຄອບຄົວທຸກຍາກຕ້ອງເຮັດວຽກນອກເວລາ ແລະ ບໍ່ສາມາດເຂົ້າເຖິງອິນເຕີເນັດໄດ້.

ຢ່າງໃດກໍຕາມ ຂໍ້ສະເໜີ ຂອງ ເວີໂຊນາ ແມ່ນອ້າງອີງມາຈາກຄຳແນະນຳຂອງກະຊວງສຶກສາ ເມື່ອປີ 2010 ທີ່ໃຫ້ຄູມອບວຽກບ້ານໃຫ້ນັກຮຽນຊັ້ນປະຖົມໃຫ້ເໝະສົມໃນມື້ທຳມະດາ ແລະ ບໍ່ໃຫ້ສັ່ງວຽກບ້ານໃນທ້າຍອາທິດ ແຕ່ຄວາມແຕກຕ່າງແມ່ນ ສະບັບຂອງ ເວີໂຊນາ ນັ້ນຈະບັງຄັບໃຊ້ໃນຊັ້ນມັດທະຍົມນຳ ນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/