ມາຮູ້ຈັກກັບ ລີ ພົງສະຫວັນ ຜູ້ກຳກັບທີ່ສ້າງຜົນງານລະດັບນານາຊາດ


ບົດສຳພາດສຸດພິເສດຈາກຜູ້ກຳກັບສີມືດີ ຜູ້ກໍ່ຕັ້ງ ແລະ ຜູ້ຈັດງານ Lao Short Film Awardsແລະ ຜູ້ຈັດງານ Lao Short Film Awards ທີ່ສ້າງຜົນງານດີເດັ່ນມາຫຼາກຫຼາຍ ຫຼ້າສຸດກໍໄດ້ມີຊື່ເຂົ້າຊິງຜູ້ກຳກັບດີເດັ່ນຈາກງານ Shanghai International Film Festival.

ມື້ນີ້ທາງ LaoX ຈະພາທຸກຄົນມາຮູ້ຈັກ ລີ ພົງສະຫວັນ.

1. ແນະນຳຕົວ

ສະບາຍດີ ຊື່ ລີ ພົງສະຫວັນ ເປັນນັກຂຽນບົດ ຜູ້ກຳກັບ ແລະ ເປັນ producer ຮູບເງົາ. ປະສົບການຜ່ານມາ ແມ່ນຂຽນບົດ ເຮັດຮູບເງົາສັ້ນມາຫຼາຍເລື່ອງ, ເຄີຍຮ່ວມສ້າງ, ຮ່ວມຂຽນບົດຮູບເງົາຍາວ, ສາລະຄະດີ ກັບທັງຄົນລາວ ແລະ ຕ່າງປະເທດ ເຄີຍໄດ້ຮາງວັນຫຼາຍບ່ອນ ແລະ ຖືກຮັບເຊີນໄປເທສະການຕ່າງໆເພື່ອສະແດງຜົນງານ ເປັນຜູ້ກໍ່ຕັ້ງ ແລະ ຜູ້ຈັດງານ Lao Short Film Awards.

2. ຄວາມທ້າທາຍໃນການສ້າງຮູບເງົາ The Signal

ຄວາມທ້າທ້າຍ ອຸປະສັກໃຫຍ່ຂອງໂປຣເຈັກນີ້ຄື ມັນແມ່ນຮູບເງົາຍາວເລື່ອງທຳອິດຂອງຂ້ອຍ ເຮົາຮັບໜ້າທີ່ເອງທັງ ຂຽນບົດ ກຳກັບ ຫາທຶນ ລວບລວມທີມງານນັກສະແດງ ແລະ ອື່ນໆ ມັນແມ່ນວຽກໜຶ່ງທີ່ໃຫຍ່ ຊັບຊ້ອນ ແລະ ຍາກທີ່ສຸດໃນຊີວິດເທົ່າທີ່ເຄີຍເຮັດມາ.

3. ຄວາມຮູ້ສຶກຫຼັງໄດ້ຮູ້ວ່າຮູບເງົາຕົນເອງໄດ້ສາຍໃນງານ Shanghai International Film Festival

ຄວາມຮູ້ສຶກເມື່ອໄດ້ຍິນຂ່າວວ່າຖືກຄັດເລືອກໄປສາຍໃນເທສະການນານາຊາດທັງ 2 ບ່ອນ ແມ່ນໂລ່ງໃຈຫຼາຍ ເພາະເຮົາຄິດ ແລະ ກົດດັນມາຫຼາຍປີວ່າສິ່ງທີ່ເຮົາເສຍໄປ ທັງແຮງກາຍ ແລະ ສຸຂະພາບຈິດ ຈະມີຜົນຫຍັງດີກັບມາບໍ່, ເຮົາຈະເຮັດໃຫ້ທີມງານທີຊ່ວຍເຮົາມາ ຫຼືຄົນທີຕາມເຮົາຢູ່ຜິດຫວັງບໍ? ສຸດທ້າຍກໍດີໃຈທີມັນຖືກພິສູດໃນລະດັບໜຶ່ງແລ້ວ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/